|
 |
(GMT+08:00)
2006-06-22 20:31:24
|
ທ່ານອາບາສພົບປະກັບທ່ານໂອເມິດຢ່າງບໍ່ເປັນທາງການ
cri
Author: da
ຕາມຂ່າວCRI:ວັນທີ 22 ມິຖຸນາ ຢູ່ເປດລາ ເມືອງທ່ອງທ່ຽວຢູ່ພາກໃຕ້ຊອກດານີ ທ່ານອາບາສ ປະທານອົງການອຳນາດແຫ່ງຊາດປາເລັສຕີນໄດ້ພົບປະທ່ານໂອເມີດ ນາຍົກລັດຖະມົນຕີອິສລະແອນຢ່າງບໍ່ເປັນທາງການ.
ກອງປະຊຸມຜູ້ໄດ້ລາງວັນໂນແປນຄັ້ງທີ2ໄດ້ຈັດຂຶ້ນຢູ່ເປດລາໃນວັນທີ 21 ມິຖຸນາ,ທ່ານໂອເມິດແລະທ່ານອາບາສໄດ້ເຂົ້າຮ່ວມຕາມຄຳເຊີນ.ການພົບປະກັນລະຫວ່າງຜູ້ນຳສອງປະເທດແມ່ນຈັດຂຶ້ນໃນງານລ້ຽງອາຫານເຊົ້າທີ່ທ່ານສົມເດັດອັບດູນລາລັດຊະການທີ2ເຈົ້າຊີວິດຊອກດານີຈັດຂຶ້ນໃນວັນທີ22 ມິຖຸນາ.
ຫຼັງຈາກການພົບປະກັນແລ້ວ ທ່ານອາບາສໃຫ້ສຳພາດຕໍ່ສື່ມວນຊົນວ່າ,ການພົບປະຄັ້ງທີສອງລະຫວ່າງທ່ານກັບທ່ານໂອເມິດຈະຈັດຂຶ້ນພາຍໃນສາມອາທິດຂ້າງໜ້າ.ທ່ານອັບ ລາຕີນາ ໂຄສົກຂອງທ່ານອາບາສກໍເວົ້າວ່າ,ຝ່າຍປາເລັສຕີນໄດ້ກະກຽມເປັນຢ່າງດີແລ້ວຈະເຈລະຈາກັບຝ່າຍອິສລະແອນກ່ຽວກັບແຜນການສັນຕິພາບ,ແຕ່ຝ່າຍອິສລະແອນຍັງບໍ່ທັນໄດ້ກະກຽມແລ້ວເທື່ອໃນດ້ານນີ້.
|
|
|