ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-23 17:44:36    
"ການ​ຝາກ​ທ້ອງ"​ເປັນ​ສິ່ງ​ທ້າ​ທາຍ​ທັດ​ສະ​ນະ​ຄະ​ຕິ​ສິນ​ທຳ​ຈະ​ລິ​ຍະ​ທຳ​ຂອງ​ຄົນ​ຈີນ(ສຽງ)

cri

ກໍ​ເໝືອນ​ດັ່ງ​ແຫ່​ງອື່ນ​​ໃນໂລກ,"ຢູ່​ຈີນ,ການຝາກ​ທ້ອງ"​ໄດ້​ເປັນ​ສິ່ງ​ທ້າ​ທາຍ​ທັດສະນະ​ຄະຕິ​ສິນ​ທຳ​ຈະລິ​ຍະ​ທຳ​ຂອງ​ຄົນທັງຫຼາຍ,ຈະອະນຸຍາດ​ອົງການ​ປິ່ນປົວ​​ໃຊ້​ເຕັກ​ນິກຝາກ​ທ້ອງຊ່ອຍສອງ​ຜົວ​ເມຍ​ທີ່​ຖືພາ​ບໍ່​ໄດ້​ແຕ່​ສາມາດ​ໄດ້​ລູກ​​ເພື່ອ​ເຮັດ​ໃຫ້​ພວກ​ເຂົ​າ​ເຈົ້າ​ສົມ​ຫວັງ​ໄດ້​ບໍ່ນັ້ນ,​ແມ່ນ​ບັນຫາ​ສະດຸ້ງ​ໄວ​ທີ່​ຄົນ​ທັງຫຼາຍຖົກ​ຖຽງ​ກັນ​ບໍ່​ແລ້ວ​ບໍ່​ທົ່ວ.ຫວ່າງ​ມໍ່​ໆ​ນີ້,ກະຊວງ​ສາທາລະນະ​ສຸກ​ຈີນ​ໄດ້​ປະກາດ​ໃຊ້​ກົດ​ບັນຍັດ​ສະບັບ​ໜຶ່ງ​ທີ່​ຫ້າມ​ອົງການ​ປິ່ນປົວ​​ໃຊ້​ເຕັກນິກ​ຝາກ​ທ້ອງດັ່ງ​ນັ້ນ,ບັນຫາ​ຝາກ​ທ້ອງ​ກາຍ​ເປັນ​ຈຸດ​ສຸມ​ຂອງ​ຄົນ​ທັງຫຼາຍ​ອີກ.​ໃນ​ລາຍການ​ຈີນ​ປັດຈຸບັນ​ພາກ​ນີ້,​​ພວກ​ເຮົາ​​ໄດ້​ໄປ​ສຳພາດ​ແມ່ຍິງ​ຮັບ​ຝາກ​ທ້ອງຂອງ​ຈີນ,ຮູ້​ເຂົາ​ເຈົ້າ​ມີ​ທັດສະນະ​ແນ​ວ​ໃດ​ຕໍ່​ບັນຫາ​ຝາກ​ທ້ອງ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ນາງ​ຟູ້ທີ່​ມີ​ອາ​ຍຸ24ປີ​ໄດ້​ຖື​ພາ,​ແຕ່​ນາງ​ເວົ້າ​ວ່າ,ລູກ​ໃນ​ທ້ອງ​ບໍ່​ແມ່ນ​ລູກ​ຄີງ​ຂອງ​ນາງ.

"ລູກ​ນີ້​ບໍ່​ມີ​ການ​ພົວພັນ​ໃດ​ໆກັບ​ຂ້າ​ພະ​ເຈົ້າ,ຈະ​ເວົ້າ​ວ່າ​ມີ​ການ​ພົວພັນ​ກັບ​ຂ້າພະ​ເຈົ້າ,ພວກ​ເຮົາ​ກໍ່​ຮູ້​ດີວ່າ,ລູກ​ນີ້​ແມ່ນ​ຂ້າພະ​ເຈົ້າ​ເກີດ​ແທນ​ຫຼື​ເກີດື​ຊ່ອຍ​ຜູ້​ອື່ນ​."

ລູກ​ທີ່ຕົນ​ເອງ​ເກີດພັດ​ບໍ່​ແມ່ນ​ລູກ​ຂອງ​ຕົນ​ເອງ?ນາງ​ຟູ້​ເວົ້າ​ແນວ​ນີ້​ກໍ​ມີຫ​ຫຼັກ​ອ້າງ​ອີງ​ທາງວິທະຍາສາດ.​ແຕ່​ເວົ້າ​​ໃນຄວາມ​ໝາຍ​ອັນເຄັ່ງ​ຄັດ​ແລ້ວ,ລູກ​​ໃນ​ທ້ອງ​ນາງ​ຟູ້ບໍ່​ມີ​ການ​ພົວພັນ​ສາຍ​ເລືອດ​ທາງ​ພັນທຸ​ກຳກັບ​ນາງ​ຈັກ​ເມັດ,ນາງພ​ຽງ​ແຕ່​​ແມ່ນ​ແມ່​ຮັບຝາກ​ທ້ອງ.ຍ້ອນ​ວ່າ​ລູກ​ນີ້​ແມ່ນ​ເອົາຕົວ​ອະ​ສຸຈິ​ແລະ​ໄຂ່ປະສານກັນ​ເປັນ​ໄຂ່​ໃສ່​ຫຼອດ​ແກ້ວປະຕິສົນທິ​ໃນ​ມົດ​ລູກ​ຂອງ​ນາງ​ຟູ້.ຍ້ອນ​ວ່າ​​ໃນ​ສອງຜົວ​ເມຍ​ນັ້ນ​ຜູ້​ເປັນບໍ່​ມີ​ຄວາມ​ສາມາດ​ອອກລູກ,​ແຕ່​ສອງຜົວ​ເມຍ​ພັດຢາກ​ມີ​ລູກ​ຜູ້ໜຶ່ງ​ທີ່​ມີ​ແຊນ​ພັນທຸ​ກຳ​ຮ່ວມ​ຂອງ​ສອງຜົວ​ເມຍ.

ການຝາກທ້ອງ​ຂອງ​ນາງ​ຟູ້ບໍ່​ແມ່ນ​​ເຮັດຢູ່​ເຂດ​ໃນ​ຂອງ​ຈີນ,ດັ່ງ​ນັ້ນກົດໝາຍ​ທີ່​ຈີນ​ໃຊ້​ໃນ​ປັດຈຸບັນ​ຈະ​ຜູກ​ມັດ​ການ​ກະທໍາ​ຝາກ​ທ້ອງ​ຂອງ​ນາງບໍ່​ໄດ້;ຖ້າ​ນາງ​ຟູ້ຜ່າ​ຕັດ​ຝາກ​ທ້ອງ​ໃນອົງການ​ປິ່ນປົວ​​ເຂດ​ໃນ​ຈີນ​ແລ້ວ,ອົງການ​ນີ້​ກໍ່​ຈະ​ຖືກ​ລົງ​ໂທດ,ຍ້ອນ​ວ່າ​ຢູ່​ຈີນ,ການ​ໃຊ້​ເຕັກນິກ​ເພື່ອ​ຝາກ​ທ້ອງ​ນັ້ນ​ລ້ວນ​ແຕ່​ຜິດ​ກົດໝາຍ.

ຂໍ້​ລະອຽດ​ກ່ຽວ​ກັບ​ການກວດກາ​ເຕັກນິກ​ການຊ່ອຍ​ສືບ​ພັນ​ແລະ​ທະນາຄານຕົວ​ອະສຸຈິ​ມະ​ນຸດ​ທີ່ກະຊວງ​ສາ​ທາ​ລະນະ​ສຸກ​ຈີນປະກາດ​​ໃນ​ຫວ່າງ​ມໍ່ໆ​ນີ້​​ໄດ້​ຫ້າມ​ອົງການ​ປິ່ນປົວ​ແລະພະນັກງານ​ແພດ​ໃຊ້​ເຕັກນິກ​​ເພື່ອຝາກ​ທ້ອງດ້ວຍ​ທຸກຮູບ​ແບບ​ນັ້ນ​ອີກ​.ທ່ານ​ມາວ​ຊຸນ​ອ່ານ ​ໂຄສົກ​ຖະ​ແຫຼ​ງຂ່າວ​ກະຊວງ​ສາທາລະນະ​ສຸກ​ຈີນ​ກ່າວ​ວ່າ,ນີ້​ແມ່ນ​ເພື່ອ​ຫຼີກ​ເວັ້ນ​ໃຊ້​​ເຕັກນິກຊ່ອຍສືບ​ພັນ​ຂອງມະນຸດທົ່ວທີບ​ແລ້ວ​ທຳ​ລາຍ​ສຸຂະພາບ​ຂອງ​ປະຊາຊົນ.

"ເຕັກນິກ​ຝາກ​ທ້ອງ​ຊະນິດ​ນີ້​ອາດ​ຈະ​ເກີດ​ມີ​ຜົນ​ສະທ້ອນ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ຕໍ່​ສັງ​ຄົມ​ແລະສິນ​ທຳ​ຈະລິ​ຍະ​ທຳ​ຂອງ​ພວກ​ເຮົາ​ຢ່າງ​ຫຼວງ​ຫຼາຍ,ຍັງ​ລະ​ເມີດກົດໝາຍ​ກົດ​ບັນຍັດ​ທີ່​​ໃຊ້ໃນ​ປັດຈຸບັນທັງ​ຝືນ​ກັບ​ສິນ​ທຳ​ສັງຄົມ​.​ອີງຕາມ​ສະພາບ​ການສາກົນ, ​​ໃນ​ສະ​ເພາະ​ໜ້າ​ນີ້,ຢູ່​ຫຼາຍ​ປະ​ເທດກໍ​ຫ້າມ​ເຊັ່ນ​ດຽວ​ກັນ."

ແຕ່​ວ່າ,ບໍ່​ແມ່ນໝົດ​ທຸກ​ຄົນເຫັນ​ດີ​ທັດສະນະດັ່ງກ່າວ,​ໂດຍ​ສະ​​ເພາະ​ແມ່ນສອງ​ຜົວ​ເມຍ​ທີ່​ຖືພາ​ອອກລູກບໍ່​ໄດ້.ຍ້ອນ​ວ່າ​ກົດໝາຍ​ກົດ​ບັນຍັດ​ທີ່​​ໃຊ້​ໃນ​ປະຈຸ​ບັນ​ບໍ່​ອະນຸຍາດ​ອົງການ​ປິ່ນປົວ​ໃດ​​ແລະ​ເອກະ​ຊົນ​ຜູ້ໃດ​ໃຊ້​ເຕັກນິກ​ຝາກ​ທ້ອງ​ດ້ວຍ​ທຸກ​ຮູບ​ແບບ,ສອງຜົວ​ເມຍ​ທີ່​ອອກລູກ​ບໍ່​ໄດ້​ຄູ່ນັ້ນ​ຢາກ​ໃຊ້​ເຕັກນິກ​ໃຫ້​ຜູ້​ອື່ນ​ຊ່ອຍ​ອອກລູກ​​ກໍ່​ມີປະຖົມປັດ​ໄຈ​ອັນ​ໜຶ່ງ,ນີ້ກໍ່​ແມ່ນ​ຜູ້​ເປັນ​ເມຍ​ຕ້ອງຖືພາ​ໃນ​ມົດຕົນ​ເອງ,ກໍ່​ໝາຍ​ຄວາມ​ວ່າ,ຖ້າ​ມົດ​ລູກ​ຂອງ​ເມຍ​ມີ​ບັນຫາຖືພາ​ບໍ່​ໄດ້,​ພວກ​ເພິ່ນ​ກໍ່​ບໍ່​ສາມາດ​ມີ​ລູກ​ຂອງ​ຕົນ​ໄດ້.

ສະ​ນັ້ນ,ສອງຜົວ​​ເມຍ​ທີ່ຮ້ອນ​ໃຈ​ຢາກ​ໄດ້​ລູກ​ນັ້ນ​ກໍສ່ຽງ​ໄພ​ຍ້ອນ​ຈົນຕາ​ແຈ​​​ໃຕ້​ສະພາບ​ທີ່​ກົດໝາຍ​ຫ້າມ​ຝາກ​ທ້ອງ,​ແລ້ວຊອກ​ຫາ​ວິ​ທີ​ຊື້​ຂາຍ​ທາງ​ສ່ວນ​ຕົວ,ຫາ​ຄົນ​ຮັບຝາກ​ທ້ອງ,"ຢືມ​ທ້ອງ​ອອກລູກ".ນີ້​ກໍ​ແມ່ນຍ້ອນ​​ແນວ​ນີ້,ຈີນ​ຈຶ່ງ​ມີ​​ແມ່​ຮັບຝາກ​ທ້ອງຈຳນວນ​ໜຶ່ງຄື​ນາງ​ຟູ້ນີ້​ແຫຼະ.​

ປັດຈຸບັນ,ການ​ຖົກ​ຖຽງ​ກັນ​ໃນ​ໝູ່ຄົນ​ທັງຫຼາຍ​ກ່ຽວ​ກັບການໃຊ້​ເຕັກນິກ​ຝາກ​ທ້ອງ​ຊ່ອຍ​ຜົວ​ເມຍ​ທີ່​ບໍ່​ສາມາດມີລູກ​ໃຫ້​ສົມ​ຫວັງ​ດັ່ງ​ນັ້ນ​ຝັນ​​ໄດ້​ຫຼື​ບໍ່​​ແມ່ນ​ຟົດ​ຟື້ນອຶກ​ກະ​ທຶກ​ຫຼາຍ,​ໃນ​ນັ້ນ​​ມີ​ທັງສຽງ​ຮຽກຮ້ອງ​​ແບບຫົວ​ຮຸນ​ແຮງ​ທີ່​ຮ້ອງ​ຂໍ​ໃຫ້​ລັດສ້າງ​ກົດໝາຍອະນຸຍາດການ​ໃຊ້ເຕັກນິກ​ຝາກ​ທ້ອງ,ມີ​ທັງ​ທັດສະນະ​ທີ່​ຄັດຄ້ານການ​ຝາກ​ທ້ອງ​​ໃນດ້ານຈະລິ​ຍະ​ທຳນັ້ນ​ຢ່າງ​ເດັດດ່ຽວ.

ທ່ານ​ນາງ​​ໄຈສ​ຽວ​​ໄມ ຮອງ​ສາດ​ສະ​ດາ​ຈານຂອງ​ມະຫາວິທະຍາ​ໄລ​ແພດສາດ​​ເຊຍ​ເຮີ​ຈີນ,ນັກ​ຈະລິ​ຍະ​ທຳ​ຊີວິດ​ເຫັນ​ວ່າ,ການຝາກ​ທ້ອງ​ບໍ່ພ​ຽງ​ແຕ່​ຈະ​ເກີດ​ມີ​ບັນຫາ​ຍາກ​ຄື"​ໃຜ​ແມ່ນ​​ແມ່​ຂອງລູກ",ຍັງມີ​ບັນຫາ​ຈະລິ​ຍະ​ທຳ​ໃນ​ດ້ານ​ອື່ນ.​ເຊັ່ນ:ຖ້າ​ແມ່​ຮັບຝາກ​ທ້ອງ​ຊ່ອຍ​ຜູ້​ອື່ນ​ອອກລູກ​ເພື່ອເງິນ,​ຄັນ​ຊັ້ນມົດ​ລູກ,​​ເດັກ​ອ່ອນ​ກໍກາຍ​ເປັນ​ສິນຄ້າ,ການຝາກ​ທ້ອງ​ທີ່​ມີ​ລັກສະນະ​ການ​ຄ້າ​ຊະນິດ​ນີ້​ລ້ວນ​ແຕ່​ຮັບ​ເອົາ​ບໍ່​ໄດ້​ໃນ​ຂອບ​​ເຂດທົ່ວ​​ໂລກ​ຢ່າງ​​ເດັດຂາດ.​ແຕ່​ວ່າ,ຄົນ​ທັງຫຼາຍ​ຈະ​ສັນນິຖານ​ຈຸດ​ປະສົງ​ໃນ​ຕົວ​ຂອງແມ່​ຮັບຝາກ​ທ້ອງ​​ເພື່ອ​ຫຍັງນັ້ນ,​ໄດ້​ເປັນ​ບັນຫາ​ຍາກ​ຂອງຫຼາຍ​ປະ​ເທດ​ໃນ​ໂລກ​.​ເພິ່ນ​​ເຫັນ​ວ່າ,ພາຍ​ໃຕ້ສະພາບດັ່ງກ່າວ​ນີ້,​ການຫ້າມ​ຮັບຝາກ​ທ້ອງ​ແມ່ນ​ການ​ຄັດ​ເລື​ອກ​ດ້ວຍ​ເຫດ​ແລະ​ຜົນ​ແບບ​ໜຶ່ງ.

"ວິທີ​ອັນ​ເໝາະ​ສົມ​ແມ່ນ​​ພວກ​ເຮົາ​ເຊົາ​ໃຊ້​ເຕັກນິກ​ຝາກ​ທ້ອງ​ກ່ອນ,ສັງ​ເກດ​ສະພາບ​ການໃນ​ພຶດຕິ​ກຳມັນ​ເປນ​ແນ​ວ​ໃດ?​ເມື່ອ​ຮອດ​ເວລາມີ​ກົດ​ບັນຍັດ​ອັນ​ລະອຽດກ​ວ່າ​ເກົ່າ,​ແລະ​ຄຸ້ມ​ຄອງ​ຢ່າງຮອບ​ຄອບ​ກວ່າ​ເກົ່າ,​ແລ້ວ​ຈິ່ງ​ເວົ້າ​ກັນ,​ເພື່ອ​ຫຼີກ​ເວັ້ນບໍ່​ໃຫ້​ເຕັກນິກ​ຝາກ​ທ້ອງ​ຖືກ​ໃຊ້​ທົ່ວທີບ​ແລ້ວ​ເກີດ​ຫຼາຍ​ບັນຫາ,ຂ້າພະ​ເຈົ້າ​ເຫັນ​ວ່າ​ນີ້​ແມ່ນ​ວິທີ​ການ​ໜຶ່ງ​ທີ່​ຊຳລະ​ແກ້​ໄຂ​ບັນຫາ​ດ້ວຍເຫດຜົນ."

ເຕັກນິກຊ່ອຍສືບ​ພັນ​​ຂອງ​ມະນຸດ​ພວມ​ກ້າວ​ໄປໜ້າ,​ແຕ່​ສິ່ງ​ລົບ​ກວນ​ທີ່​ພວກ​ເຮົາ​ປະ​ເຊີນນັ້ນ​ກໍ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ແຕ່​​ເຕັກນິກຮັບ​ນ້ຳ​ເຊື້ອ​ຂອງ​ເພດ​ຊາຍ​ໂດ​ຍກຳລັງ​ຄົນ​ໃນ​ຫົວທີຈົນ​ຮອດ​ເຕັກນິກ​ຝາກ​ທ້ອງ​ໃນ​ປັດຈຸບັນ,​ແລະ​ເຕັກ​ນິກ​ໂຄຼນອີກ,​ ເຕັກນິກ​ໃຫມ່​ທີ່​ເກີດ​ຂຶ້ນ​ເທື່ອ​ໃດລ້ວນ​ແຕ່​ພາ​ໃຫ້​​ເກີດ​ການ​ຖືກຖຽງ​ກັນຫຼາຍ.​ແຕ່​ວ່າ,​ໃນ​​ສະ​ເພາະ​ໜ້າ​ນີ້,​ແມ່​ຮັບຝາກ​ທ້ອງ​ຍັງ​ບໍ່ທັນ​​ໄດ້ຖືກ​ຍອມຮັບ​ຈາກ​ຫຼາຍປະ​ເທດ​ໃນ​ໂລກ,ຈີນກໍ​ຮັບ​ເອົາ​ບໍ່​ໄດ້​ເຊັ່ນ​ກັນ.