ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-24 20:02:33    
ທ່ານ​ເວີນ​ເຈຍ​ປາວ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອູ​ການ​ດາ

cri Author: da
ຕາມ​ຂ່າວCRI:ວັນ​ທີ23ມິຖຸນາ,ທ່ານ​ເວີ​ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນທີ່​ພວມ​ຢ້ຽມຢາມ​ອາ​ຟຼີກາ​ໄດ້​ເຈລະຈາ​ກັບ​ທ່ານມູ​ເຊ​ເວ​ນີ ປະທານາທິບໍດີ​ອູ​ການ​ດາ​ຢູ່​ຄັນ​ໂປລາ.

ທ່ານ​ເວີນ​ເຈ​ຍປາວ​ເວົ້າວ່າ,ຈີນ​ເອົາ​ໃຈ​ໃສ່​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອູ​ການ​ດາ,ຈີນ​ໄດ້​​ໃຊ້ແລະ​ຈະ​ສືບ​ຕໍ່​ໃຊ້​ມາດ​ຕະການ​ຫຼາຍ​ຂໍ້​ເພີ່ມ​ການ​ນຳ​ເຂົ້າຈາກ​ອູ​ການ​ດາ.ຈີນ​ສົ່ງ​ເສີ​ມ​ໃຫ້​ວິ​ສາ​ຫະກິດ​ຈີນ​ໄປ​ລົງທຶນ​ຢູ່​ອູ​ການ​ດາ,​ເຂົ້າຮ່ວມ​ການ​ສ້າງສາກະສິກຳ ຊົນລະປະທານ ຄົມມະນາ​ຄົມ​ ​ໂທລະ​ຄົມ​ແລະ​ພື້ນຖານ​ໂຄງ​ລ່າງຂອງ​ອູ​ການ​ດາ.ຈີນ​ຍິນ​ດີ​ສືບ​ຕໍ່​ຊ່ອຍ​ອູ​ການ​ດາ​ພັດທະນາ​ພາລະກິດການ​ສຶກສາ​ແລະ​ສາທາລະ​ນະ​ສຸກ,ຊຶ່ງ​ລວມທັງ​ການ​ປ້ອງ​ກັນ​ແລະ​ປິ່ນປົວ​ພະຍາດ​ໄຂ້ຍຸງ​ແລະ​ໂຣກ​ເອດສ໌.

ທ່ານ​ມູ​ເຊ​ເວ​ນີ​ເວົ້າວ່າ,ອູ​ການ​ດາ​ແມ່ນ​ຜູ້​ໄດ້ຮັບຜົນປະ​ໂຫຍ​ດ​ຈາກການ​ພັດທະນາ​ຂອງ​ຈີນ,ອູ​ການ​ດາ​ຫວັງ​ເພີ່ມ​ທະວີ​ການຮ່ວມ​ມື​ກັບ​ຈີນ​ໃນດ້ານ​ກະສິກຳ ຄົມມະນາຄົມ ​ໂທລະ​ຄົມ​ຂໍ້​ມູນ​ຂ່າວສານ ການຂຸດ​ຄົ້ນ​ບໍ່​ແຮ່ ການທ່ອງທ່ຽວ​ແລະກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ.ການ​ພັດທະນາ​ຂອງ​ຈີນ​ບໍ່​​ເປັນ​ການ​ຂົ່ມຂູ່,ຫາກ​ແມ່ນ​ໂອກາດ,ມີ​ຜົນ​ດີ​ຕໍ່ສັນຕິພາບ​ແລະ​ການ​ພັດທະ​ນາ​ຂອງ​ອູ​ການ​ດາ ອາ​ຟຼີກາ ຕະຫຼອດ​ຮອດຂອງ​ໂລກ.

ຫຼັງ​ການ​ເຈລະຈາ​ສິ້ນ​ສຸດ​ລົງ​ແລ້ວ,ທ່ານ​ເວີນ​ເຈຍ​ປາວ​ກັບ​ທ່ານ​ມູ​ເຊ​ເວ​ນີ​ໄດ້​ພ້ອມ​ກັນ​ເຂົ້າຮ່ວມ​ພິທີ​ລົງ​ນາມ​ໃນ​ອະນຸ​ສັນຍາ​ເຕັກນິກ​ເສດຖະກິດ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ ​ແລະ​ເອກະສານຮ່ວມ​ມື​ສອງ​ຝ່າຍ​ເຊັ່ນ​ສະໜອງ​ຢາ​ຕ້ານ​ພະຍາດ​ໄຂ້ຍຸງ​ໃຫ້​ອູ​ການ​ດາ ສ້າງ​ສູນ​ແບບຢ່າງ​ກະສິກຳ​ແລະ​ໂຮງຮຽນ​ຊົນນະບົດຢູ່​ອູ​ການ​ດາ​ເປັນຕົ້ນ.ສອງ​ປະ​ເທດ​ຍັງ​ໄດ້​ອອກປະກາດ​ແຈ້ງ​ການ​ຮ່ວມ.