ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-24 20:11:18    
ຈີນ​ຕັ້ງ​ໜ້າ​ສ້າງ​ສິ່ງ​ກຳ​ບັງ​ຊີ​ວະ​ພາບ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ສາ​ກົນ​ໃນ​ອາ​ຊີ

cri Author: da
ຕາມ​ຂ່າວສານ​ຊິນ​ຮວາ: ຈີນ​ພວມຕັ້ງໜ້າ​ສ້າງສິ່ງ​ກຳ​ບັງຊີວະ​ພາບ​ຢູ່​ຍ່ານ​ເໜືອ​ແມ່ນ້ຳສາກົນທີ່​ສຳຄັນ​ໃນ​ອາຊີດ້ວຍ​ຮູບ​ການ​ເພີ່ມ​ທະວີ​ການ​ກໍ່ສ້າງ​ຊີວະ​ພາບ​ແລະ​ອະນຸລັກ​ສິ່ງ​ແວດ​ລ້ອມ​ໃນ​ເຂດ​ລ້ອງ​ແມ່ນ້ຳທີ່​ສຳຄັນ​ພາຍ​ໃນ​ເຂດ​ແຄວ້ນ.

​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ແມ່ນ​ແຫຼ່ງ​ແມ່ນ້ຳສຳຄັນ​ໃນ​ອາຊີ,ນອກຈາກ​ແມ່ນ້ຳຢາງ​ເຊ ​ແມ່ນ້ຳຈູ່ຈ່ຽງ​ແລະ​ແມ່ນ້ຳຢາ​ຫຼູຈ້າງ​ປູ້​ຂອງ​ຈີນ​ມີ​ແຫຼ່ງນ້ຳຢູ່​​ເຂດ​ນີ້​ແລ້ວ,​ແມ່ນ້ຳສາກົນ​ຄື​ແມ່ນ້ຳລ້ານ​ຊ້າງ-​ແມ່ນ້ຳຂອງ ​ແມ່ນ້ຳນູ້ຈ່ຽງ-​ແມ່ນ້ຳຊາ​ວິນ​​ເປັນຕົ້ນ​ເປັນຕົ້ນລ້ວນ​ແຕ່​ໄຫຼ​ຜ່ານ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງຈີນ.

ນັກ​ຂ່າວ​ໄດ້​ຊາບ​ຈາກ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ວ່າ,ຈີນ​ຈະ​ດຳ​ເນີນ​ກິດຈະການ​ປົວ​ແປງ​ສັງ​ລວມຕໍ່​​ເດີ່ນ​ຫຍ້າ​ຢູ່​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້,ສືບ​ຕໍ່​ຊຸກຍູ້​ວຽກ​ງານ​ປູກ​ຕົ້ນ​ໄມ້​ໃສ່​ນາສວນ​​ແລະ​ປູກຕົ້ນຫຍ້າ​ໃສ່​ທົ່ງ​ຫຍ້າຄືນ​ໃໝ່;​ເພີ່ມ​ທະວີ​ການປົກ​ປັກ​ຮັກສາ​ແລະປົວ​ແປງ​ຕໍ່ລ້ອງ​ແມ່ນ້ຳສຳຄັນ​ແລະ​ເຂດ​ຍອດແມ່ນ້ຳສຳຄັນ​ເຊັ່ນ​ແມ່ນ້ຳຢາງ​ເຊ ​ແມ່ນ້ຳນູ້ຈ່ຽງ​ແລະ​ແມ່ນ້ຳລ້ານ​ຊ້າງ​ເປັນຕົ້ນ;ດຳ​ເນີນ​ກິດຈະການປົວ​ແປງ​ລ້​ອງ​ແມ່ນ້ຳຈຸດ​ໜັກ​ແລະ​ເຂດ​ແຄວ້ນ​ຈຸດ​ໜັກ​ທີ່​ຂ້າມ​ເຂດ​ແລະ​​ແຂວງ.ປະຈຸ​ບັນ,​​ເນື້ອ​ທີ່​ອະນຸລັກ​ທຳ​ມະ​ຊາດຢູ່​ເຂດ​ຕິ​ເບ​ດ​ປົກຄອງ​ຕົນ​ເອງ​ໄດ້​ກວມ​ເນື້ອ​ທີ່​ດິນ​ແດນ​ທົ່ວ​ເຂດ​ເຖິງ 1 ສ່ວນ 3 ຂຶ້ນ​ໄປ.