ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-24 20:39:19    
ຈີນ​ຈະ​ວາງ "ກົດໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ​ພາກ​ບັງ​ຄັບ" ສະ​ບັບ​ປັບ​ປຸງ​ ຮັບ​ປະ​ກັນ​​ໃຫ້​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຊົນ​ນະ​ບົດ​ກ່ອນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 24 ມິຖຸນາ ຮ່າງ "ກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ​ພາກ​ບັງຄັບ" ສະ​ບັບ​ປັບ​ປຸງ​ທີ່​ກ່ຽວ​ພັນ​ເຖິງນັກຮຽນ​ປະຖົມ​ແລະ​ມັດທະຍົມ​ຈຳນວນ 180 ລ້ານ​ຄົນ​ນັ້ນ ​ໄດ້​ຍື່ນ​ໃຫ້​ອົງ​ການ​ນິ​ຕິ​ບັນຍັດ​ສຳຫຼວດພິຈາລະນາ​ເປັນຄັ້ງທີ​ສາມ ​ແລະ​ມີ​ຫວັງ​ຈະ​ລົງ​ຄະ​ແນນ​ສຽງ​ໃນ 5 ມື້​ຂ້າງ​ໜ້າ. ຮ່າງ​ກົດໝາຍ​ສະບັບ​ປັບປຸງ​ດັ່ງກ່າວ​ໄດ້​ຮັບປະກັນ​ໃຫ້​ຊັບ​ພະ​ຍາ​ກອນ​ການ​ສຶກ​ສາ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຊົນນະບົດ​ກ່ອນ, ​ແລະ​​ເຈາະ​ຈົງ​ແກ້​ໄຂ​ການ​ເກັບ​ຄ່າ​ການ​ສຶກ​ສາ​ທົ່ວ​ທີບ​ເປັນ​ຕົ້ນ.

ຈີນ​ປະຕິບັດ​ລະບອບ​ການ​ສຶກສາ​ພາກ​ບັງຄັບ 9 ປີ. ຮ່າງ​ກົດ​ໝາຍ​ສະ​ບັບ​ປັບປຸງ​ດັ່ງ​ກ່າວ​ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງວ່າ ​ການ​ສຶກສາ​ພາກ​ບັງຄັບບໍ່​ເກັບ​ຄ່າ​ຮຽນ​​ຄ່າ​ສັບ​ພະ​ປິ, ​ແລະ​ກຳ​ນົດ​ວ່າ ລັດ​ສ້າງ​ກົນ​ໄກ​ຮັບປະກັນ​ທຶນການ​ສຶກສາ​ພາກ​ບັງຄັບ. ອີງ​ຕາມ​ຮ່າງ​ກົດ​ໝາຍ, ທຶນ​ການ​ສຶກ​ສາ​ຈະ​ອ່ຽງ​ໃສ່​ໂຮງຮຽນ​ຊົນນະບົດ​ແລະ​ໂຮງຮຽນ​ໃນ​ທ່າ​ອ່ອນ​ຂອງ​ຕົວ​ເມືອງ​ກ່ອນ, ​ຊັກ​ນຳ​ແລະ​ປຸກລະດົມ​ນັກ​ສຶກສາ​ທີ່​ຈົບ​ຮຽນ​ຈາກ​ໂຮງຮຽນ​ຊັ້ນສູງແລະ​ຄູ​ໄປ​ສອນ​ຢູ່​ຊົນ​ນະ​ບົດ.

ຮ່າງກົດໝາຍຍັງ​ໄດ້​ກຳນົດ​ໄວ້​ທີ່​ມີ​ລັກສະນະ​ເກືອດ​ຫ້າມ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ບັນ​ຫາ​ທີ່​ໂຮງ​ຮຽນ​ປະຖົມ​ແລະ​ມັດທະຍົມ​ເກັບ​ຄ່າ​ທົ່ວທີບເປັນຕົ້ນ​ໃນຫຼາຍປີ​ມາ​ນີ້​, ​ແລະ​ທວງ​ໃຫ້​ການ​ກຳ​ນົດ​ລາ​ຄາ​ປື້​ມ ຮຽນປະຕິບັດ​ຕາມຫຼັກການ​ໄດ້​ກຳ​ໄລ​ເລັກ​ໜ້ອຍ, ທາງ​ລັດ​ສົ່ງ​ເສີມ​ການ​ໃຊ້​ປື້ມ​ຮຽນ​ແບບ​ໝູນວຽນ.