ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-24 20:57:08    
16 ທີ​ມທີ່​ໄດ້​ສິດ​ເຂົ້າຮອບ 16 ທີມ​ຂອງ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊີງ​ຂັນ​ໂລກ​​ໄດ້​ກຳ​ເນີດ​ຂຶ້ນ​ແລ້ວ

cri Author: lm

ຕາມ​ຂ່າວCRI: ​ໃນ​ການ​ແຂ່ງຂັນຂອງ​ວັນ​ທີ 23 ມິຖຸນາ, ທີ​ມອູ​ແກຼນ ທີ​ມ​ຝຣັ່ງ​ແລະ​ທີມ​ສະ​ວິສ​ຊີງ​ໄດ້​ສິດ​ອອກສາຍ, ​ເມື່ອ​ເປັນ​ຈັ່ງຊັ້ນ, ທີ​ມຕ່າງໆ​ທີ່​ໄດ້​ສິດ​ເຂົ້າຮອບ 16 ທີມ​ຂອງ​ງານ​ແຂ່ງ​ຂັນ​ເຕະ​ບານ​ຊີງ​ຂັນ​ໂລກ​ທີ່​ເຢຍລະ​ມັນ​ປີ 2006 ​ໄດ້ກຳ​ເນີດ​ຂຶ້ນ​ໝົດ​ແລ້ວ.

​ໃນ​ການ​ແຂ່ງ​ຂັນ​ໃນ​ສາຍ H ທີ່​ຈັດ​ຂຶ້ນກ່ອນ, ທີ​ມ​ແອ​ສປາຍ​ທີ່​ໄດ້​ສິດ​ອອກ​ສາຍ​ກ່ອນ​ນັດ​ໜຶ່ງ​ນັ້ນ ​ໄດ້​ເອົາ​ຊະນະ​ທີ​ມອາ​ລາ​ບີ​ຊາ​ອູ​ດິດດ້ວຍ​ຄະ​ແນນ 1:0; ທີ​ມອູ​ແກຼນ​ເອົາ​ຊະ​ນະ​ທີມ​ຕຸຍ​ນີ​ຊີ​ດ້ວຍ​ຄະ​ແນນ 1:0, ​ແລ້ວ​ຊີງ​ໄດ້​ສິດ​ອອກ​ສາຍ​ໃນ​ສາຍ​ດຽວ​ກັນ.

​ໃນ​ການ​ແຂ່ງຂັນຂອງສາຍ G ທີ່​ຈັດ​ຂຶ້ນຕາມຫຼັງ, ທີ​ມສະ​ວິສ​ໄດ້​ເອົາ​ຊະນະ​ທີ​ມສ.​ເກົາ​ຫຼີ​ດ້ວຍ​ຄະ​ແນນ 2:0, ທີ​ມຝຣັ່ງ​ເອົາ​ຊະນະ​ທີ​ມ​ໂຕ​ໂກ​ດ້ວຍ​ຜົນງານດຽວ​ກັນ, ສອງ​ທີມ​ທີ່​ຊະ​ນະ​ນັ້ນ​ໄດ້​ສິດ​ເຂົ້າຮອບ 16 ທີ​ມ.

​ໃນ​ການ​ແຂ່ງຂັນ​ຮອບ 16 ທີ​ມ, ທີ​ມ​ເຢຍລະ​ມັນ​ຈະ​ແຂ່ງ​ກັນ​ກັບ​ທີ​ມຊູ​ແອ​ດ, ທີ​ມ​ເອກ​ກວາ​ດໍ​ແຂ່ງຂັນ​ກັບ​ທີ​ມອັງກິດ, ທີ​ມອັກ​ຊັງ​ຕິນ​ແຂ່ງຂັນ​ກັບ​ທີ​ມ​ເມັກ​ຊິກ, ທີ​ມ​ໂຮນ​ລັງ​ແຂ່ງ​ຂັນ​ກັບ​ທີ​ມປອກຕຸຍ​ການ, ທີ​ມອີ​ຕາ​ລີ​ແຂ່ງຂັນ​ກັບ​ທີມ​ອົສ​ຕຼາ​ລີ, ທີ​ມກາ​ນາ​ແຂ່ງ​ຂັນ​ກັບ​ທີມ​ເບຼ​ຊິນ, ທີມ​ສະ​ວິສ​ແຂ່ງຂັນ​ກັບ​ທີ​ມ ອູ​​ແກຼນ, ທີມ​ຝຣັ່ງ​ແຂ່ງ​ຂັນ​ກັບ​ທີມ​ແອສ​ປາຍ.