ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-25 20:21:10    
ແຂວງ​ຢຸນນານ​ຂອງ​ຈີນ​ລົງ​ທຶນ 5 ຕື້​ຢວນ​ຊ່ອຍ​ປະ​ເທດ​ໃກ້​ຄຽງ​ປູກ​ພືດ​ແທນ​ຕົ້ນ​ຝິ່ນ

cri Author: lm

ຕາມ​ຂ່າວCRI: ນັກ​ຂ່າວ​ໄດ້​ຊາບ​ຈາກ​ຄະນະ​ກຳມະການ​ປາບ​ຢາ​ເສບ​ຕິດ​ແຂວງ​ຢຸນ​ນານ​ຂອງ​ຈີນ​ວ່າ, ຕັ້ງ​ແຕ່​ຊຸມ​ປີ 90 ສະຕະວັດ​ທີ 20 ​ເປັນຕົ້ນມາ, ​ນັບ​ລວມ​ແລ້ວ, ແຂວງ​ຢຸນ​ນານ​ຂອງ​ຈີນ​ໄດ້​ລົງ​ທຶນ 5 ຕື້​ຢວນ, ຊ່ອຍປະ​ເທດ​ໃກ້​ຄຽງ ​ເຊັ່ນ ລາວ​ແລະ​ມຽນ​ມາ​ເປັນ​ຕົ້ນ​ປູກ​ພືດ​ເຂົ້າ​ແທນ​ຕົ້ນ​ຝິ່ນ​ມີ​ເນື້ອ​ທີ່​ກວ້າງປະມານ 4 ໝື່ນ 7000​ເຮັກຕາ.

ຕາມ​ໄດ້​ຊາບ, ​ໃນ 10 ກວ່າ​ປີ​ມາ​ນີ້, ວິ​ສາ​ຫະກິດ​ຈີນ​ເຊິ່ງ​ແມ່ນ​ວິ​ສາ​ຫະກິດ​ແຂວງ​ຢຸນ​ນານ​ເປັນ​ຕົ້ນຕໍ​ໄດ້​ສະໜອງ​ແນວພັນ​ທັນ​ຍາ​ຫານ​ແລະ​ພືດ​ອຸດສາ​ຫະ​ກຳ​ຊະ​ນິດ​ຕ່າງໆ​​ໃຫ້​ຕ່າງ​ປະ​ເທດ​ໂດຍ​ຟີຫຼື ລາຄາ​ຖືກຮ້ອຍ​ກວ່າ​ໂຕນ, ​ເບ້ຍ​ໄມ້​ຊະນິດ​ຕ່າງໆ 1 ​ແສນ​ກວ່າ​ຕົ້ນ, ​ແຕ່ງ​ຜູ່​ຊ່ຽວ​ຊານ​ແລະ​ພະນັກງານ​ວິຊາ​ການ​ຂອງ​ຂະ​ແໜງ​ວິຊາ​ຕ່າງໆ​ໄປ​ຕ່າງ​ປະ​ເທດ 3000 ກວ່າ​​ເທື່ອ​ຄົນ.

ຜູ່​ຊ່ຽວຊານ​ທີ່​ກ່ຽວຂ້ອງ​ກ່າວ​ວ່າ, ​ແຂວງ​ຢຸນນານ​ຈີນ​ຊ່ອຍ​ປະ​ເທດ​ໃກ້​ຄຽງ​ພັດ​ທະ​ນາ​ເຄື່ອງ​ປູກ​ຂອງ​ຝັງ​ເຂົ້າ​ແທນ​ຕົ້ນຝິ່ນ, ​ໄດ້​ແກ້​ໄຂ​ບັນຫາ​ກິນ​ອິ່ມ​ນຸ່ງ​ອຸ່ນ​ຂອງ​ປະ​ຊາ​ຊົນ​ຢູ່​ບ່ອນ​ປູກ​ຕົ້ນຝິ່ນ, ​ເຮັດ​ໃຫ້​ເຂດ​ແຄວ້ນ​ເຫຼົ່ານີ້​ພົ້ນຈາກ​ການ​ອາ​ໄສ​ຢາຝິ່ນ, ​ໄດ້​ລະ​ງັບ​ແຫຼ່ງ​ຜະ​ລິດ​ຢາ​ເສບ​ຕິດ​ໃນ​ລະດັບ​ໃດ​ໜຶ່ງ.