ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 11:16:31    
ຈົດ​ໝາຍ​ຂອງ​ທ່ານ​ຊາຍ​ຟອງ(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ວິທະຍຸ​CRIພວກ​ເຮົາ​ໄດ້​ຈັດການ​ເຄື່ອນ​ໄຫວ​ຮັງ​ຟັງ​ລາຍການ​ກ່ຽວ​ກັບ​ຈີນ​ກັບ​ລາວ​ສ້າງ​ສາຍສຳ​ພັນ​ທາງ​ການ​ທູດ​ຄົບຮອບ45​ປີນັ້ນ​ຢ່າງ​ມີ​ລາ​ງວັນ,​ໃນ​ໄລຍະ​ຈັດການ​ເຄື່ອນ​ໄຫວ,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ,​ໂທລະສັບ​ແລະ​ຂໍ້ຄວາມ​ສັ້ນ​ໂທລະສັບ​ມື​ຖື​ຂອງ​ຜູ້​ຟັງຫຼາຍ​ຄົນ,ມາ​ຕອບ​ຄຳ​ຖາມ​ມາ​ຍັງ​ພວກ​ເຮົາ​ໃນ​ລາຍການ,ນະ​ທີ່​ນີ້,ອຸດົມ​ຂໍ​ຕາງ​ໜ້າ​ພາກ​ພາສາ​ລາວ​ຂອງ​ວິທະຍຸ​CRIຂອບ​ໃຈນຳຜູ້​ຟັງ​ທຸກ​ຄົນ​​ທີ່ເຂົ້າ​ຮ່ວມ​ການ​​ເຄື່ອນ​ໄຫວ​ຂອງ​ພວກ​ເຮົາ​ຢ່າງ​ຕັ້ງໜ້າ.​ໃນ​ຈົດໝາຍ​ຫຼວງ​ຫຼາຍ​,​ມີ​ສະບັບໜຶ່ງ​ໄດ້​​ເຮັດ​​ໃຫ້​ພວກ​ເຮົາມີ​ພາບ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ,ຈົດໝາຍ​ສະບັບ​ນີ້​ຝາກ​ມາ​ຈາກ​ທ່ານ​ຊາຍ​ຟອງ.ຈັນທະ​ພອນ ທີ່​ກອງ​ບັນຊາ​ການ ​ປກສ ​ແຂວງ​ຫຼວງ​ນ້ຳ​ທາ,​ໂດຍພາດ​ຫົວ​ເລື່ອງ​ວ່າ"ລາວ​ຈີນ​ຮ່ວມ​ມື45ປີ",ຈົດໝາຍ​ສະບັບ​ນີ້​ໄດ້​ຍ້ອງ​ຍໍມິດຕະ​ພາບການ​ຮ່ວມ​ມືກັນລະ​ຫວ່າງ​ລາວ​ກັບ​ຈີນ​ ​ແຕ່​ສອງ​ປະ​ເທດ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​45​ປີ​ມາ​ນີ້​,​ໄດ້​ສະ​​ແດງ​ໃຫ້​ເຫັນ​ພອນ​ໄຊ​ອັນ​ປະ​ເສີດຕໍ່​ມິ​ດຕະພາບ​ລາວ​ຈີນ​ແລະ​ການ​ພົວພັນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ,ພ້ອມ​ດ້ວຍຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງຕໍ່​ພັກ,ລັດ​ແລະ​ປະຊາຊົນ​​ຈີນບັນດາ​ເຜົ່າ.ໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ພາກ​ນີ້,ພວກ​ເຮົາ​ກໍ່​ຂໍອ່ານ​ຈົດໝາຍ​ຂອງ​ທ່ານຊາຍ​ຟອງ​ສູ່​ທ່ານ​ຟັງ,ພວກເຮົາຈົ່ງມາ​ພ້ອມ​ກັນ​ຫວນ​ຄືນວິ​ວັດທະນາ​ການ​ອັນສະ​ຫງ່າລາສີ​ໃນ​ປະຫວັດ​ການ​ພົວພັນ​ຮ່ວມ​ມື​ລາວ​ຈີນ​ໃນ45​ປີ​ມາ​ນີ້.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ,​ແຕ່ຈີນ​ກັບ​ລາວ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​45ປີ​ມາ​ນີ້,ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນງານ​ທີ່ປະຈັກ​ຕາ​ຄົນ,​ໂດ​ຍສະ​ເພາະ​ແມ່ນ​​ໃນ​ຫຼາຍ​ປີ​ມາ​ນີ້,ຜູ້ນຳ​ຊັ້ນ​ສູງ​ຂອງສອງ​ປະ​ເທດ​ໄດ້​ຢ້ຽມຢາມ​ເຊິ່ງ​ກັນ​ຢ່າງ​ເນື່ອງມິດ,ໄດ້ສ້າງ​ພື້ນຖານ​ອັນ​ໝັ້ນແກ່ນ​ໃຫ້​ສອງ​ປະ​ເທດ​ເພິ່ມທະ​ວີການ​ຮ່ວມ​ມືໃຫ້ເລິກ​ເຊິ່ງຕື່ມ​ອີກ,ກໍ່​ຄື, ທ່ານ​ຊາຍ​ຟອງ​ຂຽນໃນ​ຈົດໝາຍ​​ວ່າ,ລາວ​ກັບ​ຈີນ​ເປັນ​ຄູ່​ຮ່ວມ​ມື​ທີ່​ດີ ​ເປັນ​ເພື່ອນ​ທີ່​ດີ ​ເປັນ​ສະຫາຍ​ທີ່​ດີ ​ຮ່ວມ​ມື​ກັນ​ຢ່າງຮອບດ້ານ​ມີ​ອານາ​ຄົດ.​ເມື່ອ​ໄດ້​ຟັງ​ຈົດໝາຍ​ຂອງ​ທ່ານຊາຍ​ຟອງແລ້ວ,ຕໍ່​ການ​ພົວພັນ​ຮ່ວມ​ມືດ້ວຍ​​ໄມ​ຕິ​ຈິດ​ອັນເປັນມູນ​ເຊື້ອລະ​ຫວ່າງຈີນ​ກັບລາວ​ທ່ານກໍມີ​ອັນໃດອັນໜຶ່ງ​ຈະເລົ່າ​ສູ່ຟັງບໍ່?ຄັນ​ຊັ້ນ,ຂໍໃຫ້​ທ່ານຈົດ​ຄວາມ​ຮູ້ສຶກ​ໄວ້,​ແລ້ວ​ຝາກ​ມາຍັງ​ພວກ​ເຮົາ,ພວກ​ເຮົາ​ຈະ​ອ່ານ​ອອກອາກາດໃຫ້​ຜູ້​ຟັງ​ຜູ່ອື່ນໄດ້​ຮັບຊາບນຳ,​ແລະ​ຈະ​ຝາກ​ຂອງ​ຂວັນ​ສວຍ​ງາມ​ໃຫ້ທ່ານ,ພວກ​ເຮົາຄອງ​ຄອຍ​ຈົດໝາຍ​ຂອງທ່ານ.​ສຸດ​ທ້າຍໂດຍ​ຕອບສະ​ໜອງຕາມ​ຄວາມ​ຕ້ອງການຂອງ​ທ່ານຊາຍ​ຟອງ,ພວກ​ເຮົາ​ຂໍ​ຈັດ​"​ເພງ​ມິດຕະພາບ​ລາວ​ຈີນ"ໃຫ້​ຟັງອີກ​ເທື່ອ​ໜຶ່ງ,​ໃນ​ທ່າ​ມກາງ​ສຽງ​ເພງ​ອັນ​ມ່ວນ​ໆ,​ພວກ​ເຮົາ​ຂໍພ້ອມ​ກັນ​ອວຍພອນ​ໃຫ້​ການ​ພົວພັນມິດ​ຕະພາບ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ລາວ​​ຈົ່ງ​ໝັ້ນຄົງ​ຂະໜົງ​ແກ່ນ​ຕະຫຼອດ​ໄປ.