ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 11:34:32    
ຜູ່​ປະກອບ​ອາວຸດ​ປາ​ເລັສ​ຕິນ​ຫຼອນ​ໂຈມ​ຕີ​ປ້ອມ​ຍາມ​ທະ​ຫານ​ອິສ​ຣາ​ແອນ ອິສ​ຣາ​ແອນ​ກ່າວ​ວ່າ​ຈະ​ຕ່າວ​ໂຈມ​ຕີ​ຄືນ

cri Author: lm

ຕາມຂ່າວ CRI ຕອນ​ເຊົ້າມືດ​ຂອງ​ວັນ​ທີ 25 ມິຖຸນາ, ຜູ່​ປະກອບ​ອາວຸດ​ປາ​ເລັສຕິນ​ໄດ້​ຫຼອນ​ໂຈມ​ຕີ​ປ້ອມ​ຍາມ​ທະຫານ​ອິສຣາ​ແອນ​ແຫ່ງ​ໜຶ່ງ​ທີ່​ຕັ້ງຢູ່​ເຂດ​ກາຊາ, ຍິງ​ທະ​ຫານ​ອິສ​ຣາ​ແອນ​ຕາຍ 2 ຄົນ​ເປັນ​ຢ່າງ​ໜ້ອຍ, ​ແລະ​​ໄດ້ຈີ້​ທະຫານ​ອິສຣາ​ແອນ​ໄປ​ຜູ່​ໜຶ່ງ​.

ຫຼັງຈາກ​ນັ້ນ, 3 ອົງການ​ປະກອບ​ອາວຸດ​ປາ​ເລັສຕິນ ​ເຊິ່ງລວມທັງ​ກອງ​ພົນ​ນ້ອຍ​ຄາ​ຊຳ​ທີ່​ສັງ​ກັດ​ອົງ​ການ​ຮາມາສ​ໄດ້​ຮ່ວມ​ກັນກ່າວຮັບຜິດຊອບ​ເຫດການ​ຫຼອນ​ໂຈມ​ຕີ​ດັ່ງ​ກ່າວ.

ຕອນ​ຄ່ຳ​ມື້​ດຽວ​ກັນ, ຄະນະ​ລັດຖະບານ​ອິສຣາ​ແອນ​ໄດ້​ໄຂ​ກອງ​ປະຊຸມ​ຄັ້ງວິ​ສາ​ມັນ, ​ເຫັນ​ດີກ​ອງ​ທະ​ຫານ​ອິສຣາ​ແອນ​ກ​ຽມ​ໃຊ້​ການ​ເຄື່ອນ​ໄຫວທາງ​ການ​ທະ​ຫານ​ເພື່ອ​ກອບ​ກູ້​ຜູ່​ຖືກ​ຈີ້. ທ່ານ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ຢູ່​ທີ່ປະຊຸມ​ວ່າ, ກອງ​ທະ​ຫານ​ອິສ​ຣາ​ແອນ​ຈະ​ຕ່າວ​ໂຈມ​ຕີ​ຢ່າງ​ແຂງ​ແຮງ.

ມື້​ດຽວ​ກັນ ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນ​ແລະ​ທ່ານ​ຮາ​ມາດ ​ໂຄ​ສົກ​ລັດຖະບານ​ປາ​ເລັສຕິນປົກຄອງ​ຕົນ​ເອງ​ຕ່າງ​​ໄດ້ອອກ​ຖະ​ແຫຼງການ, ຕິ​ຕຽນ​ການ​ກະ​ທຳ​ຂອງ​ຜູ່​ປະ​ກອບ​ອາວຸດ​ປາ​ເລັສຕິນ, ​ແລະ​ຮຽກຮ້ອງ​ໃຫ້​ລັດຖະບານ​ອິສຣາ​ແອນ​ຢ່າ​ເລື່ອນ​ຊັ້ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ, ​ເພື່ອຫຼີກ​ເວັ້ນບໍ່​ໃຫ້​ບັນຫາ​ສັບ​ສົນ​ເຂົ້າ​ຕື່ມ.