ຕາມຂ່າວ CRI: ວັນທີ 25 ມິຖຸນາເວລາທ້ອງຖິ່ນ, ງານແຂ່ງຂັນເຕະບານຊີງຂັນໂລກທີ່ເຢຍລະມັນໄດ້ຈັດການແຂ່ງຂັນຊີງເຂົ້າຮອບ 8 ທີມສອງນັດ, ໃນທີ່ສຸດ, ທີມອັງກິດແລະທີມປອກຕຸຍການຊີງໄດ້ສິດເຂົ້າຮອບ 8 ທີມ.
 ສູ້ກັນຢ່າງດຸເດືອດ
ໃນການແຂ່ງຂັນຂອງມື້ດຽວກັນ, ທີມອັງກິດໄດ້ເອົາຊະນະທີມເອກກວາດໍດ້ວຍຄະແນນ 1:0, ໂດຍແບກແຄມ ນັກກິລາອັງກິດຍິງໄດ້ໜຶ່ງປະຕູ, ທີມປອກຕຸຍການເອົາຊະນະທີມໂຮນລັງດ້ວຍ 1:0 ເຊັ່ນດຽວກັນ, ທີມໂຮນລັງເລີຍຕົກຮອບ.
ທີມອັງກິດຈະແຂ່ງກັບທີມປອກຕຸຍການໃນວັນທີ 1 ກໍລະກົດເວລາທ້ອງຖິ່ນ, ເພື່ອຊີງເຂົ້າຮອບ 4 ທີມ.
 ສູ້ກັນຢ່າງດຸເດືອດ
1 2 3
|