ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 18:12:27    
[ຈູ່ຊີ່]

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ອາລະຍະ​ທຳ​ຈີນ. ສຳ​ນັກ​ຂົງຈື້​ແມ່ນ​ປັດ​ຊະ​ຍາກະ​ແສຫຼັກ​ໃນ​ສະ​ໄໝ​ບູຮານຂອງ​ຈີນ. ​ໃນ​ປະ​ຫວັດ​ວິ​ວັດ​ທະ​ນາ​ການ 2000 ກວ່າ​ປີ, ມີ​ສອງ​ຄົນ​ໄດ້​ປະກອບສ່ວນ​ທີ່​ມີ​ລັກສະນະ​ປະດິດ​ສ້າງ​ຕໍ່​ສຳ​ນັກ​ຂົງ​ຈື້, ຜູ່​ໜຶ່ງ​ແມ່ນ​ຂົງຈື້ ບຸກ​ຄົນ​ລິ​ເລີ່ມ​​ສ້າງ​ສຳນັກດັ່ງກ່າວ, ອີກຜູ່ໜຶ່ງ​ແມ່ນ​ຈູ່​ຊີ່​ທີ່​ຈະ​ສະ​ເໜີ​ໃນ​ລາຍ​ການ​ມື້​ນີ້.

ຈູ່ຊີ່​ເກີດ​ເມື່ອ​ປີ 1130, ​ເຖິງ​ແກ່​ກຳ​ເມື່ອ​ປີ 1200, ​ເພິ່ນ​ຖືກ​ຖື​ເປັນ​ນັກ​ແນວ​ຄິດ​ແລະ​ນັກ​ການສຶກສາທີ່​ຍິ່ງ​ໃຫຍ່​ກວ່າ​ໝູ່​ຂອງ​ຈີນຫຼັງຈາກ​ຂົງຈື້. ​ຈູ່ຊີ່​ເກີດ​ໃນ​ຄອບຄົວ​ປັນຍາ​ຊົນ​ທີ່​ມີ​ມູນ​ເຊື້ອ, ​ເມື່ອ​ຍັງ​ເປັນ​ເດັກນ້ອຍ​ກໍ່​ໄດ້​ຮັບ​ການ​ສຶກສາ​ທາງ​ສຳນັກ​ຂົງຈື້​ເປັນ​ຢ່າງ​ດີ​ແລະ​ເຂັ້ມງວດ. ​ເມື່ອ​ອາຍຸ 19 ປີ, ຈູ່ຊີ່​ໄດ້​ເຂົ້າຮ່ວມ​ການ​ສອບ​ເສັງ​ຮັບຂ້າ​ລາຊະການ​ແລະ​ໄດ້ຜົນ​ງານ​ດີ​​ເດັ່ນ, ຈາກ​ນັ້ນ​ເປັນຕົ້ນມາ ​ເພິ່ນ​ກໍ​ເຂົ້າ​ໃນ​ວົງ​ການ​ລາຊະການ. ​ແຕ່​ຈາກ​ນັ້ນ​ມາ​ເປັນ​ເວລາ 40 ກວ່າ​ປີ, ຈູ່ຊີ່​ພຽງ​ແຕ່​ເປັນ​ເຈົ້າໜ້າ​ທີ່​ປົກຄອງ​ທ້ອງ​ຖິ່ນ​ບໍ່​ເທົ່າ​ໃດ​ເທື່ອ​ຢ່າງ​ຂາດ​ຕິດ​ຂາດ​ຕໍ່​ເທົ່າ​ນັ້ນ, ນີ້​ເຮັດ​ໃຫ້​ເພິ່ນ​ມີ​ເວລາ​ພຽງພໍ​ໃນ​ງານ​ຂຽນ​​ແລະ​ງານ​ສິດສອນ.

ຜົນ​ສຳ​ເລັດ​ທີ່ໃຫຍ່​ກວ່າ​ໝູ່​ຂອງ​ຈູ່ຊີ່ ​ກ່ອນ​ອື່ນແມ່ນ​ເພິ່ນ​ເປັນ​ຜູ່​ລວບ​ລວມຂອງສຳນັກ​ຫຼີ. ອັນ​ທີ່​ວ່າ "ສຳນັກຫຼີ" ໝາຍ​ເຖິງ​ຮູບ​ຖານຫຼັກຂອງ​ປັດ​ຊະ​ຍາ​ຈີນຫຼັງ​ສະຕະວັດ​ທີ 12, ​​​ແມ່ນ​ການພັດທະນາ ​ຂອງສຳນັກ​ຂົງຈື້. ພາຍຫຼັງຂົງຈື້ລິ​ເລີ່ມສ້າງ​ສຳນັກ​ຂົງຈື້​ກ່ອນ ຄ.ສ.​ສະຕະວັດ​ທີ 5 ​ແລ້ວ, ​ເມື່ອ​ໄດ້​ພັດທະນາ​ມາ​ເປັນ​ເວລາ 1000 ກວ່າ​ປີ ກໍປະກົດ​ມີ​ວີ​ແວວ​ຊຸດ​ໂຊມ​ລົງ. ​ໂດຍ​ສະ​ເພາະ​ແມ່ນ​ພາຍຫຼັງສາສະໜາພຸດ​ເຜີຍ​ແຜ່​​ເຂົ້າຈີນ​ແລ້ວ, ຜູ່​ປົກຄອງ​ໃນ​ສະ​ໄໝ​ຕ່າງ​ກັນ​ບາງທີ​​ເຄົາລົບນັບຖືສາສະໜາ​ພຸດລະງັບ​ສຳນັກ​ຂົງຈື້ ບາງທີ​ເຄົາລົບນັບຖືລັດທິ​ເຕົ໋າລະງັບ​ສຳນັກ​ຂົງຈື້ດ້ວຍ​ຄວາມ​ຮັກ​ມັກ​ຂອງ​ຕົນ, ປະຊາຊົນ​ຜູ່​ທຳ​ມະ​ດາ​ສາມັນ​ຍິ່ງ​​ເຊື່ອຖື​ສຳນັກ​ຂົງຈື້ກັບ​ລັດທິ​ເຕົ໋າ​ແລະ​ສາສະໜາ​ພຸດ​ປົນ​ເປ​ກັນ, ມີນັກ​ປາດ​ພຽງ​ແຕ່ບໍ່​ເທົ່າ​ໃດ​ຄົນ​ໄດ້​ສືບ​ທອດຫົວ​ກະທິ​ຂອງ​ສຳນັກ​ຂົງຈື້ທີ່​ມີ​ມູນ​ເຊື້ອ​. ​ໃຕ້​ສະ​ພາບ​ການ​ດັ່ງກ່າວ, ​ສອງ​ອ້າຍນ້ອງເສິງ​ຮ້າວ​ແລະ​ເສິງ​ອີ ນັກປາດ​ສຳນັກ​ຂົງຈື້ທີ່​ຊື່​ດັງ​ໃນ​ຕົ້ນ​ສະ​ຕະ​ວັດ​ທີ 11 ​ໄດ້​ລິ​ເລີ່ມ​ສ້າງ "ສຳນັກຫຼີ", ດັດ​ແປງ​ສຳນັກ​ຂົງຈື້ທີ່​ມີ​ມູນ​ເຊື້ອ​ໃຫ້​​​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃນ​ຄາວ​ນັ້ນ.

ຈູ່ຊີ່​ສືບ​ທອດ​ທິດ​ສະ​ດີ​ສຳນັກຫຼີຂອງ​ຄົນ​ຮຸ້ນ​ກ່ອນ, ​ໄດ້​ເຊື່ອມ​ໂຍງ​ສຳນັກຂົງ​ຈື້ ສາ​ສະ​ໜາ​ພຸດ​ແລະ​ລັດທິ​ເຕົ໋າ​ເຂົ້າກັນ, ​ໄດ້​ສ້າງ​ເປັນລະບົບ​ແນວ​ຄິດ​ທີ່​ເຊື່ອມ​ໂຍງ​ທຳ​ມະ​ຊາດ ສັງຄົມ​ແລະ​ຈັນຍາທຳ​ເຂົ້າ​ເປັນອັນ​ໜຶ່ງ​ອັນ​ດຽວກັນ, ຄົນ​ຮຸ້ນຫຼັງ​ເອີ້ນ​ເປັນ​ "ສຳນັກ​ຈູ່ຈື". ສຳນັກ​ຈູ່ຈື​ເຫັນ​ວ່າ, ທຸກ​ສິ່ງ​ທຸ​ກຢ່າງ​ໃນ​ຈັກກະວານ​ລ້ວນ​ແຕ່​ປະກອບ​ດ້ວຍ "ຫຼີ" ​ແລະ "ສິ", "ສິ" ​ແມ່ນ​ວັດຖຸ​ສ່ວນປະກອບ​ຂອງ​ສັບພະ​ສິ່ງ, "ຫຼີ" ​ແມ່ນ​​ທາດ​ແທ້​ແລະ​ກົດ​ເກນ​ຂອງ​ສັບພະ​ສິ່ງ; ​ໃນ​ໂລກ​ຕົວ​ຈິງ, "ຫຼີ" ​ແລະ "ສິ" ​ແຍກອອກ​ຈາກ​ກັນ​ບໍ່​ໄດ້, ​ແຕ່​ເວົ້າ​ຈາກ​ດ້ານ​ທາດ​ແທ້​ແລ້ວ, "ຫຼີ" ຄົງ​ຕົວຢູ່​ກ່ອນ "ສິ", ນີ້​ແມ່ນ​ທັດສະນະ​ຂອງ​ລັດ​ທິ​ຈິດ​ນິ​ຍົມ​ພາວະ​ວິ​ໄສ. ​ໃນ​ດ້ານ​ອື່ນໆ, ສຳນັກ​ຈູ່ຈື​ໄດ້​ສະ​ເໜີ​ນິ​ຍາມ​ປັດ​ຊະ​ຍາ​ທີ່​ມີ​ການ​ພິ​ສູດ​ຢ່າງ​ລະອຽດ​ຮອບ​ຄອບ​ຊຸດ​ໜຶ່ງ.

ຜົນ​ສຳ​ເລັດຍິ່ງໃຫຍ່​ອີກອັນ​ໜຶ່ງຂອງ​ຈູ່ຊີ່​ແມ່ນ​ໄດ້​ປັບປຸງ​ຄຳ​ພີ​ດັ້ງ​ເດີມ​ຂອງ​ສຳນັກ​ຂົງຈື້ ຄື "ອີ້" "ຊູ່" "ຊື່" ​ແລະ "ຫຼີ" ຢ່າງ​ເປັນລະບົບ, ​ແລະ​ໄດ້​ໝາຍ​ເຫດ​​ໃໝ່​ຕາມ​ທິດ​ສະ​ດີ​ປັດ​ຊະ​ຍາ​ຂອງ​ຕົນ, ນີ້​ກໍ່​ແມ່ນໜັງສື "ຊື້​ຊູ່​ຈີ​ຈູ້" ​​ແປ​ວ່າ "ລວບ​ລວມໝາຍ​ເຫດຄຳ​ພີ 4 ​ເຫຼັ້ມ" ທີ່​ຈູ່ຊີ່​​ໄດ້​ທຸ່ມ​ເທສະ​ຕິ​ປັນຍາ​ແລະ​ເຫື່ອ​ແຮງ​ຕະຫຼອດຊີວິດ​ຈຶ່ງ​ຂຽນ​ສຳ​ເລັດ. ໜັງສື​ດັ່ງກ່າວ​ໄດ້​ກາຍ​ເປັນ​ແບບຮຽນ​ທີ່​ຕ້ອງ​ອ່ານ​ຂອງ​ນັກຮຽນ​ຈີນ​ຮຸ້ນຫຼັງ​ໃນຫຼາຍຮ້ອຍ​ປີ.

ຈູ່ຊີ່​ແມ່ນ​ນັກປາດ​ແລະ​ນັກ​ການ​ສຶກສາ​ຜູ່​ໜຶ່ງ​ທີ່​ຂະຫຍັນ​ໝັ່ນ​ພຽນ. ​ໃນ​ຕະຫຼອດຊີວິດ ​ເພິ່ນ​ຖື​ການ​ສອນ​ແລະ​ງານ​ຂຽນ​ເປັນຫຼັກ, ສອນ​ຢູ່​ວິທະຍາຄານຫຼາຍ​ແຫ່ງຕະຫຼອດປີ, ນັກຮຽນ​ທີ່​ໄປ​ຟັງ​ການ​ສິດສອນ​ມີຫຼາຍຮ້ອຍ​ຄົນ. ທັດ​ສະ​ນະ​ຄະຕິ​ການ​ສຶກສາ​ທີ່​ເພິ່ນ​ສະ​ເໜີ​ອອກ​ມານັ້ນ ກາຍ​ເປັນ​ມາດຖານ​ການ​ສິດສອນ​ຂອງ​ວິທະຍາຄານທົ່ວ​ປະ​ເທດ, ມີ​ຜົນ​ສະທ້ອນ​ອັນ​ເລິກ​ເຊິ່ງຍາວ​ໄກ​ໃນ​ປະຫວັດ​ແນວ​ຄິດ​ການ​ສຶກສາ​ຂອງ​ຈີນ. ​ໃນ​ຕະຫຼອດຊີວິດ ຈູ່ຊີ່​ໄດ້​ຮຽບຮຽງ​ແລະຂຽນ​ໜັງ​ສື​ໄວ້​ເປັນ​ຈຳນວນຫຼວງຫຼາຍ, ນອກຈາກ​ປັດ​ຊະ​ຍາ​ແລ້ວ ຍັງ​ມີ​ວັນ​ນະ​ຄະດີ​ແລະ​ວິທະຍາສາດ​ທຳ​ມະ​ຊາດ​ເປັນຕົ້ນ, ​ເພິ່ນ​ໄດ້​ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ເຂົ້າ​ໃນ​​ເກືອບ​ທຸກ​ປະ​ເພດຂະ​ແໜງ​ວິຊາ​ໃນ​ຄາວ​ນັ້ນ, ພຽງ​ແຕ່ກາບກອນ​ທີ່ຕົກ​ທອດ​ມາ​ເຖິງ​ປັດຈຸບັນ​ກໍ​ມີ​ເຖິງ 1200 ກວ່າ​ບົດ. ​ເວົ້າສຳລັບ​ຜົນສຳ​ເລັດ​ທາງ​ວິຊາ​ການ​ແລ້ວ, ​ໃນ​ປະ​ຫວັດ​ສະ​ໄໝ​ບູ​ຮານ​ຂອງ​ຈີນ ບໍ່​ມີ​ຜູ່​ໃດ​ສາມາດ​ທຽບ​ຄຽງເພິ່ນ​ໄດ້.

ຈູ່ຊີ່​ມີ​ຜົນສະທ້ອນຢ່າງ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ປະຫວັດສາດ​ຈີນ​ແລະ​ວັດທະນະທຳ​ອາຊີ​ຕາ​ເວັນ​ອອກ. ​ເພິ່ນ​ແລະທິດ​ສະ​ດີ​ຂອງ​ເພິ່ນ​ໄດ້​ຮັບ​ຄວາມ​ຍ້ອງຍໍ​ແລະ​ຄວາມສົນ​ໃຈຈາກ​ຜູ່​ປົກຄອງ​ສູງ​ສຸດ. ​ໃນ​ເວລາ 700 ກວ່າ​ປີ​ກ່ອນ​ສະຕະວັດ​ທີ 20, ທິດ​ສະ​ດີ​ຂອງ​ຈູ່ຊີ່​ຖືກ​ຖື​ເປັນ​ຮູບ​ຖານຈິດ​ສຳນຶກ​ຝ່າຍ​ທາງ​ການ. ​ໃນ​ສະຕະວັດ​ທີ 13, ສຳນັກ​ຈູ່ຈື​ໄດ້​ເຜີຍ​ແຜ່​ເຂົ້າ​ໃນ​ເກົາຫຼີ​ແລະ​ຍີ່ປຸ່ນ, ​ກາຍ​ເປັນ​ແນວ​ຄິດ​ປົກຄອງ​ຂອງ​ສອງ​ປະ​ເທດນີ້​ໃນ​ຊົ່ວ​ໄລຍະ​ໜຶ່ງ. ​ແຕ່​ສະຕະວັດ​ທີ 18 ​ເປັນຕົ້ນມາ, ນັກປາດ​ເອີ​ລົບ​ແລະ​ອາ​ເມລິ​ກາກໍ​ຄົ້ນຄວ້າ​ແນວ​ຄິດ​ຈູ່ຊີ່. ຊູ່​ມື້​ນີ້ "ຈູ່ຈືສຶກສາ" ​ແມ່ນ​ຂະ​ແໜງວິຊາ​ການໜຶ່ງ​ຂອງ​ສາກົນ. ນັກປາດ​ຈີນ​ແລະ​ຕ່າງປະ​ເທດ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ, ມັນ​ແມ່ນ "ບໍ່​ແຮ່" ອຸດົມສົມບູນບໍ່​ໜຶ່ງ​​ແຫ່ງ​ແນວ​ຄິດວິຊາ​ການ​​ສະ​ໄໝ​ບູຮານ​ຂອງ​ຈີນ, ຈາກນັ້ນສາມາດຂຸດ​ຄົ້ນ​ເອົາທາດ​ບຳລຸງ​ທີ່​ມີ​ຄວາມ​ໝາຍ​ຕໍ່​ການ​ພັດທະນາ​ຂອງ​ໂລກ​ປັດຈຸບັນ.