ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-26 18:32:00    
ຈີນ​ຈະ​ສົ່ງ​ເສີມ​ໃຫ້​ຈັດ​ຕັ້ງ​ອົງ​ການ​ເສດ​ຖະ​ກິດ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ຂອງ​ກະ​ສິດ​ກອນ​ແບບ​ໃໝ່​ທາງ​ກົດ​ໝາຍ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 26 ມິຖຸນາ, ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ສຳ​ຫຼວດ​ພິ​ຈາ​ລະນາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການ​ເສດຖະກິດ​ຮ່ວມ​ມື​ວິຊາ​ສະ​ເພາະ​ຂອງກະ​ສິດ​ກອນ​ທີ່​ຫາ​ກໍ່​ກ້າວ​ເຂົ້າ​ໃນລະບຽບ​ການ​ນິຕິ​ບັນຍັດ. ຮ່າງ​ກົດໝາຍ​ໄດ້​ຕົກລົງ​ຖານະ​ກົດໝາຍ​ຂອງ​ອົງການ​ເສດຖະກິດ​ຮ່ວມ​ມື​ວິຊາ​ສະ​ເພາະ​ຂອງ​ຊາວ​ກະ​ສິດກອນ​ຢ່າງ​ຄັກ​ແນ່​ເປັນ​ຄັ້ງ​ທຳ​ອິດ, ສະໜັບ​ສະ​ໜູນ​ອົງການ​​ປະ​ເພດ​ນີ້​​ໃຫ້​ຂະຫຍາຍ​ຕົວ​ຢ່າງ​ປອດ​​ໃສ.

​ໃນ 20 ກວ່າ​ປີ​ມາ​ນີ້, ຊາວ​ກະສິກອນ​ຈີນ​ໄດ້​ສ້າ​ງອົງການ​ເສດຖະກິດ​ຮ່ວມ​ມື​ວິຊາ​ສະ​ເພາະ​ດ້ວຍ​ຫຼາຍ​ຮູບ​ແບບ. ອົງການ​ເຫຼົ່ານີ້​ໄດ້​ກາຍ​ເປັນ​ພາຫະນະ​ສຳຄັນ​ຂອງ​ອົງການ​ຈັດ​ຕັ້ງ​ທີ່​ເຮັດ​ໃຫ້​ກະສິກຳ​ກາຍ​ເປັນ​ຜະລິດ​ຕະກຳ. ປະຈຸ​ບັນ, ຈີນ​ມີ​ອົງການ​ປະ​ເພດນີ້​ລວມທັງ​ໝົດ 1 ​ແສນ 5 ໝື່ນ​ກວ່າ​ອົງການ, ແຕ່​ຍ້ອນ​ກົດໝາຍ​ບໍ່​ສົມບູນ, ຈຶ່ງ​ເຮັດ​ໃຫ້​ອົງການ​ປະເພດ​ນີ້​ບໍ່​ສາມາດ​ຂຶ້ນ​ທະບຽນ, ແລະ​ໄດ້​ກະທົບ​ກະ​ເທືອນ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ອັນ​ປົກກະຕິ​.

ຮ່າງ​ກົດໝາຍ​ໄດ້​ກຳນົດ​ອົງການ​ຮ່ວມ​ມື​ເສດຖະກິດ​ວິຊາ​ສະ​ເພາະ​ຂອງ​ຊາວ​ກະ​ສິ​ກອນ​ເປັນ​ຮູບ​ການ​ອົງການ​ຈັດ​ຕັ້ງ​ເສດ​ຖະກິດ​ທີ່​ໃໝ່​ອ່ຽມ​ຊະນິດ​ໜຶ່ງ, ​ແລະຍັງ​ໄດ້​ກຳນົດ​ຈຳນວນ​ສະ​ມາ​ຊິກ​ກະ​ສິດກອນ​ແລະ​ສິດ​ຄຸ້ມ​ຄອງ​ແບບ​ປະຊາທິປະ​ໄຕ​ພາຍ​ໃນ​ອົງການ​ແລະ​ອື່ນໆ, ຮັບ​ປະກັນ​ໃຫ້​ສະ​ມາ​ຊິກ​ກະ​ສິດ​ກອນ​ສະ​ເໜີ​ເຈດ​ຈຳ​ນົງ​ຂອງ​ຕົນຢ່າງ​ບັງ​ເກີດ​ຜົນ, ປ້ອງ​ກັນບໍ່​ໃຫ້​ອົງການ​ຈັດ​ຕັ້ງ​ປະ​ເພດ​ນີ້​ຖືກ​ສວຍ​ໃຊ້​ຫຼື​ຄອບ​ງຳ.