ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 16:56:56    
ຂົວ​ອາ​ກາດ​060626(ສຽງ)

cri

ຫວ່າງ​ມໍ່ໆນີ້,ພວ​ກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ສຸກ​ຖາວອນ ນັກ​ສຶກສາ​ທີ່​ຮຽນພາ​ສາ​ຈີນ​ຂອງ​ໂຮງຮຽນ​ວິຊາ​ຊີບ ​ເມືອງ​ຫຼ້າ ​ແຂວງ​ຢຸນນານຂອງ​ຈີນ,​ໃນ​ຈົດ​ໝາຍ,ນ້ອງ​ສຸກ​ຖາ​ວອນ​ຂຽນ​ວ່າ,ນັບ​ຕັ້ງ​ແຕ່​ຮັບ​ຟັງ​ລາຍການ​ພາກ​ພາສາ​ລາວ​ຂອງ​ພວກ​ທ່ານ​ເປັນ​ຕົ້ນ​ມາ,​ໄດ້​ເຮັດ​ໃຫ້​ນ້ອງຮັບ​ຮູ້​ແລະ​ເຂົ້າ​ໃຈ​ຫຼາຍສິ່ງ​ຫຼາຍ​ຢ່າງ​ກ່ຽວກັບ​ການພັດ​ທະນາ,ເສດ​ຖະກິດ,ການ​ເມືອງ,ວັດທະ​ນະທຳ​ແລະ​ຮີ​ອຄອງປະ​ເພ​ນີ​ຂອງ​ຈີນ,ນອກຈາກ​ນີ້​ຍັງ​ຊ່ອຍ​ໃຫ້​ຮູ້​ສະພາບ​ການ​ຕ່າງໆ​ທີ່​ເກີດ​ຂຶ້ນ​ໃນ​ສາກົນອີກ​ດ້ວຍ

ຂອບ​ໃຈ​ນ້ອງ ສຸກ​ຖາວອນ​ຫຼາຍ​ທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ​ເລື້ອຍໆ,​ໃນ​ຈົດໝາຍ,ນ້ອງສຸກ​ຖາ​ວອນ​ຍັງ​ບອກ​ໃຫ້​ຮູ້​ວ່າ​ນ້ອງ​ຢາກ​​ໄດ້ແບບ​ຮຽນພາສາ​ຈີນ​ຂອງ​ພວກ​ເຮົາ​​ເຫຼັ້ມໜຶ່ງ,ພວ​ກ​ເຮົາ​ຈະ​ຝາກ​ໃຫ້​ນ້ອງ​ໂດຍ​ໄວ,ພ້ອມ​ກັນນັ້ນ​ກໍ່​ຫວັງ​ວ່າ​ຜູ້​ຟັງ​ທຸກ​ຄົນ​ຄົງ​ຈະ​ຕິດ​ຕໍ່​ນຳພວກ​ເຮົາ​ເລື້ອຍໆ,ຖ້າ​ຫາກ​ທ່ານມີ​ຄຳຖາມ​ຫຍັງ​ທີ່​ຢາກ​ໃຫ້​ພວກ​ເຮົາ​ຕອບ​ກໍ​ຂໍ​ໃຫ້​ຝາກ​ຈົດ​ໝາຍ​ຫຼື​ໂທ​ລະ​ສັບມາບອກ​ໃຫ້​ພວກ​ເຮົາ​ຮູ້,ພວກ​ເຮົາ​ຈະ​ພະຍາ​ຍາມ​ໃຫ້​ຄຳ​ຕອບ​ທີ່ທ່າ​ນ​ພໍ​ໃຈ.

ພວ​ກ​ເຮົາ​ໄດ້​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ນ້ອງ​ສຸກ​ຖາວອນ​ຟັງ,ພ້ອມ​ນີ້​ກໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທຸກຄົນ​ທີ່​ພວມ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາຢູ່ດ​ດຽວ​ນີ້,​ເພງ​ນີ້​ຊື່ວ່າ"​ເຈ໋ມາວ​ວ່າ​ນວ່າ​ນ",​ແປ​ວ່າ"ຄີ້ວ​ກົ່ງ".