ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 20:20:26    
ຂົວ​ອາ​ກາດ​060627(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ທ້າວ​ພອນ​ແກ້ວ.​ແກ້ວ​ອຸດົມ​ທີ່​ບ້ານ​ໂພນ​ສະຫວັນ ໜ່ວຍ7 ​ເຮືອນ​ເລກທີ99​ເມືອງ​ຮຸນ ​ແຂວງ​ອຸດົມ​ໄຊ​ໄດ້​ຝາກ​ຈົດໝາຍ3​ສະບັບ​ມາໃຫ້​ພວກ​ເຮົາ​ຢ່າງ​ລຽນຕິດ,ນ້ອງ​ຝາກ​ຈົດໝາຍ​ມາ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI"ຂອງ​ວິທະຍຸ​ພວກ​ເຮົາ,​ນະ​ທີ່​ນີ້,ພວກ​ເຮົາ​ຂໍຂອບ​ໃຈ​ນ້ອງ​ພອນ​ແກ້ວຫຼາຍໆເດີ້.

ໃນ​ຈົດໝາຍ,ນ້ອງພອນ​ແກ້ວ​ຂຽນ​ວ່າ,ນ້ອງ​ເອງແມ່ນ​ຜູ້​ໜຶ່ງ​ທີ່​ຕິດຕາມ​ຮັບ​ຟັງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ ພາກ​ພາສາ​ລາວ​ທຸກໆ​ຄືນ​ແລະ​ຮັບ​ຟັງມາ​ໂດຍ​ຕະຫຼອດ,ບໍ່ພ​ຽງ​ເທົ່າ​ນັ້ນ,ຢູ່​ໃນ​ເຂດ​ບ້ານ​ເມືອງ​ຂອງ​ນ້ອງ​ແມ່ນ​ໄດ້​ມີ​ການ​ນິຍົມ​ຟັງ​ວິທະຍຸCRIຢ່າງ​ຫຼວງ​ຫຼາຍ,ສ່ວນ​ຜົນ​ການ​ຮັບ​ຟັງ​ແມ່​ນຊັດ​​ເຈນ​ແລະ​ແຈ້ງ​ດີ

ພວກ​ເຮົາ​ຂໍຂອບ​ໃຈ​ນ້ອງ​ພອນ​ແກ້ວ​ທີ່​ສະໜັບ​ສະ​ໜູນ​ລາຍການ​ຂອງ​ພວກ​ເຮົາ​ຕະຫຼອດ​ມາ,​ໃນ​ຈົດໝາຍນ້ອງ​ພອນ​ແກ້ວ​ຍັງ​ບອກ​ພວກ​ເຮົາ​ວ່າ,ນ້ອງຫວັງ​ຢາກຮຽນ​ພາສາ​ຈີນ​ໃຫ້​ໄດ້ດີ​,​ແຕ່ເນື່ອງ​ຈາກ​ວ່າ,ນ້ອງ​ບໍ່​ມີ​ເງື່ອນ​ໄຂ​ທີ່​ຈະ​ໄປ​ຮຽນ​ຕໍ່,​ເພາະວ່າ​ຊີວິ​ດຂອງນ້ອງ​ພອນ​ແກ້ວ.​ແກ້ວ​ອຸດົມ​ບໍ່​ໄດ້ຮາບ​ພຽງ​ຄື​ດັ່ງ​ແຜ່ນ​ຫີນ,ດັ່ງ​ນັ້ນ,ນ້ອງພ້ອມ​ດ້ວຍ​ຄອບຄົວ​ຈື່ງ​ຂຽນ​ຈົດໝາຍ​ສະບັບ​ນີ້​ມາ​ຂໍ​ຄວາມ​ຊ່ອຍ​​ເຫືຼອ​ແລະ​ຊຸກ​ຍູ້​ຈາກ​ພວກ​ອ້າຍ​ເອື້ອຍວິທະຍຸCRI​ເປັນ​ແບບ​ພິ​ເສດ.ກ່ຽວ​ກັບ​ເລື່ອງ​ນີ້,ພາກ​ພາສາ​ລາວ​ວິທະຍຸCRIພວກ​ເຮົາ​ຈະພະຍາຍາມ​ຊ່ອຍນ້ອງ​ທ້າວ​ພອນ​ແກ້ວ,​ໃນ​ຕໍ່​ໄປ​ພາຍ​ໜ້າ,ພວກ​ເຮົາ​ຈະ​ພະຍາຍາມ​ປັບ​ປຸງລາຍການ​ສອນ​ພາສາ​ຈີນ​ຂອງ​ພວ​ກ​ເຮົາ,​ເຮັດ​ໃຫ້​ລາຍການ​ນີ້​ສາມາດ​ອຳ​ນວຍ​ຄວາມ​ສະດວກ​ຫຼາຍກວ່າເກົ່າໃຫ້​ແກ່​ຜູ້​ຟັງ​ທັງຫຼາຍ.

ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ນ້ອງພ້ອນ​ແກ້ວ​ຟັງ,​ ກໍ​ຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຂອງ​ພວ​ກ​ເຮົາ​ຢູ່ດຽວນີ້.ເພງ​ນີ້​ຊື່ວ່າ"ຊີ່​ນຮຸ້ຍ​ເກີ່​ນອ້າຍ​ອີ້​ສີ​ໂຈ",​​ແປ​ວ່າ"​​ດວງ​​ໃຈ​ຈະ​ໄປ​ນຳ​ຄວາມ​ຮັກ"