ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 20:40:04    
ທ່ານ​ເຈຍ​ຊິ້ງ​ລິນ​ຢືນ​ຢັນ​ວຽກ​ງານ​ຂອງ​ທ່ານ​ເຈິ່ງ​ອິນ​ຊວນ​ແຕ່​ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່ງ​ເປັນ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​​ເປັນ​ຕົ້ນ​ມາ​ຢ່າງ​ເຕັມ​ສ່ວນ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 27 ມິ​ຖຸນາ, ​ຢູ່​ທີ່​ຮົງ​ກົງ, ທ່ານ​ເຈຍ​ຊິ້ງ​ລິນ ປະທານ​ສະ​ພາ​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດຈີນ​ໄດ້ພົບ​ປະ​ທ່ານ​ເຈິ່ງ​ອິນ​ຊວນ ຜູ້​ວ່າ​ການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​, ​ໄດ້​ຢືນຢັນ​ວຽກ​ງານ​ຂອງ​ທ່ານ​ຢ່າງ​ເຕັມ​ສ່ວນ​ແຕ່​ທ່ານ​ດຳລົງ​ຕຳ​ແໜ່ງ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ເປັນ​ຕົ້ນ​ມາ.

ເມື່ອ​ໄດ້​ຟັງ​ທ່ານ​ເຈິ່ງ​ອິນ​ຊວນ​ລາຍ​ງານ​ສະພາບ​ການ​ຢູ່​ຮົງ​ກົງໃນ​ໄລຍະມໍ່ໆ​ມາ​ນີ້​ແລ້ວ, ທ່ານ​ເຈຍ​ຊິ້ງລິນ​ກ່າວ​ລື້​ມວ່າ, ລັດຖະບານ​ກາງ​ຈະ​ສະໜັບ​ສະໜູນ​ທ່ານ​ເຈິ່ງ​ອິນ​ຊວນ​​ແລະ​ອົງການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ບໍລິຫານ​ປົກຄອງ​ຕາມ​ກົດໝາຍ​. ທ່ານ​ເວົ້າ​ວ່າ, ລັດຖະບານ​ກາງ​ແລະ​ປະ​ຊາ​ຊົນ​​ເຂດ​ພາຍ​ໃນ​ຂອງ​ແຜ່ນດິນ​ໃຫຍ່​ເອົາ​ໃຈ​ໃສ່​ນຳ​ການ​ພັດ​ທະ​ນາ​ຂອງ​ຮົງ​ກົງທີ່​ສຸດ. ປະ​ຈຸບັນ, ສະຖາ​ນະ​ການ​ທົ່ວ​ໄປ​ຂອງ​ຮົງ​ກົງ​ດີ​ສົມຄວນ, ​ເສດຖະກິດ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ, ສັງຄົມ​ມີ​ສະຖຽນ​ລະ​ພາບ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ​ເປັນ​ກ້າວໆ. ​ເມື່ອ​ໄດ້​ເຫັນ​ສະພາບ​ດັ່ງກ່າວ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຮູ້​ສຶກ​ປະ​ເອີບ​ໃຈຫຼາຍ.

ທ່ານ​ເຈຍ​ຊິ້ງລິນ​​ແມ່ນ​ເດີນ​ທາງ​ໄປ​ຮອດ​ຮົງ​ກົງ​ໃນ​ວັນ​ທີ 27 ມິຖຸນາ, ​ເພື່ອ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ລະ​ລຶກວັນ​ເຊັນ CEPA ​ຄົບຮອບ 3 ປີ. ​ໃນ​ເວລາ​ໃຫ້​ສຳ ພາດ​ຕໍ່​ນັກ​ຂ່າວ, ທ່ານ​ເຈຍ​ຊິ້ງລິນ​ເວົ້າ​ວ່າ, ຫວັງ​ວ່າ​, ການມາ​ຢາມ​ຮົງ​ກົງ​ເທື່ອ​ນີ້​ຄົງຈະ​ສຳຜັດ​ການ​ພັດທະນາ​ໃໝ່​ແລະ​ການ​ປ່ຽນ​ແປງ​ໃໝ່​ຂອງ​ຮົງ​ກົງ​ໂດຍ​ຕົນເອງ.