ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-27 20:58:20    
ຝ່າຍ​ຈີນ​ກ່າວ​ປະ​ນາມ​ຕໍ່​ການ​ກະ​ທຳ​ລັກ​ພາ​ຕົວ​ແລະ​ຂ້າ​ນັກ​ການ​ທູດ​ຂອງ​ຣັດ​ເຊຍ​ທີ່​ເກີດ​ຂຶ້ນ​ຢູ່​ອີ​ຣັກ

cri Author: min
ຕາມ​ຂ່າວ CRI: ວັນ​ທີ 27 ມິຖຸນາ, ​ໃນງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ​​ຢູ່​ປັກ​ກິ່ງ, ທ່ານ​ນາງ​ຈ່ຽງອີ ​ໂຄ​ສົກ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ເວົ້າວ່າ, ຝ່າຍ​ຈີນ​ກ່າວ​ປະນາມ​ການ​ກະທຳ​ທີ່​ລັກ​ພາ​ຕົວ​ແລະ​ຂ້າ​ນັກ​ການ​ທູດ​ຂອງຣັດ​ເຊຍ​ທີ່​ເກີດ​ຂຶ້ນ​ຢູ່​ອີຣັກ.

ຕາມ​ຂ່າວ​ແຈ້ງວ່າ, ຄະ​ນະ​ກຳ​ມະ​ການ​ມູ​ຢາ​ຮີ​ດິນ​ຊູ​ລາ​ອີ​ຣັກ​ໄດ້​ອອກ​ຖະ​ແຫຼງ​ການ​ທາງ​ເວັບ​ໄຊ, ປະກາດ​ຮັບ​ຜິດ​ຊອບ​ຕໍ່​ເຫດການ​ລັກ​ພາ​ຕົວ. ວັນ​ທີ 26 ມິຖຸນາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ຢືນ​ຢັນ​ວ່າ, ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂອງ​ຣັດ​ເຊຍ​ທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ຢູ່​ອີຣັກ​ນັ້ນ​ໄດ້​ປະສົບ​ເຄາະ​ຮ້າຍ​ຖືກ​ຂ້າ​ຕາຍ​ແລ້ວ​.