ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-28 20:48:52    
ແຜ່ນCD​ໃໝ່ຂອງ​ທ່ານ​ຢິວຫົງ​ມິງ"ນ້ຳ​ຕາ​ຂອງ​ນັກ​ກະວີ"

cri Author: MO


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ຂອງ​ວິທະຍຸCRI, ຂ້າພະ​​ເຈົ້າ​ແມ່ນ​ແສງ​ແກ້ວ. ທ່ານ​ຜູ້​ຟັງ, ທ່ານ​ຢິວຫົງ​ມິ​ງ ​ແມ່ນນັກ​ຮ້ອງ​ໄຕ້​ຫວັນ​ຈີນ​​ທີ່ໄດ້​ອຳ​ລາ​ຈາກ​ເວທີ​ເພງ​​ໄປດົນ​ແລ້ວ, ​ແຕ່​ເດືອນ​ເມສາ​ປີ​ນີ້, ທ່ານ​ໄດ້​ອັດ​CD​ແຜ່ນ​ໃໝ່ອີກ​ແຜ່ນ​ໜຶ່ງ​ທີ່​ໃຫ້​ຊື່​ວ່າ"shi ren de yan lei" ນ້ຳ​ຕາ​ຂອງ​ນັກ​ກະວີ, ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ແຟນ​ເພງ​ທັງຫຼາຍ. ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້​ວຂໍ​ແນະນຳCD​ແຜ່ນນີ້​ສູ່​ທ່ານ​ຟັງ.
​​
ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"wo xi wang ni hao hao de" ​ເພງ​ໃນCD​ແຜ່ນ​ໃໝ່​ຂອງ​ທ່ານ​ຢິວຫົງ​ມິ​ງ. ​ເພງ​ນີ້​ໄດ້​ວາດ​ພາບ​ຄວາມ​ຮູ້ສຶກຂອງຄູ່​ຮັກຄູ່​ໜຶ່ງຫຼັງຈາກ​ແຍກ​ກັນ​ໄປ​ແລ້ວ, ​ເນື້ອ​ເພງ​ມີ​ຢູ່​ວ່າ: ​ເດິກ​​ແລ້ວ, ຄົນ​ໃນໂລກ​ຄວນ​ນອນຫຼັບ​ໝົດແລ້ວ, ​ແຕ່​ເປັນ​ຫຍັງ​ຂ້ອຍ​ຍັງບໍ່​ຢາກ​ນອນ? ​ເພາະ​ຄວາມຫຼັງ​ໄດ້​ຕ່າວ​ຄືນ​ມາ, ພາ​ໃຫ້​ຄຶດ​ເຫັນ​ບາດ​ແຜ​ຄາວ​ກ່ອນ, ຂໍ​ໃຫ້​ເຈົ້າຈົ່ງ​ມີ​ຮັກ​ໃໝ່, ຮັກ​ກັນ​ດີໆ, ຮັກ​​ໃຫ້​ສົມບູນ, ຂ້ອຍ​ຈິ່ງ​ວາງ​ໃຈ, ຢືນ​ຍິ້ມ​ຢູ່​ໄກໆ. ຄວາມ​ຜິດ​ທີ່​ອະ​ໄພ​​ໃຫ້​ບໍ່ໄດ້​ນັ້ນ, ​ຜ່ານ​ກາຍ​ໄປແລ້ວ​ບໍ່?
​​
ແຕ່​ໃດ​ມາ, ຄວາມ​ຮັກ​ກໍແມ່ນ​ຫົວ​ຂໍ້​ໜຶ່ງທີ່​ນັກດົນຕີ​ເອົາ​ໃຈ​ໃສ່​ທີ່​ສຸດ, ​ເວົ້າສຳ​ລັບທ່ານ​ຢິວຫົງ​ມິ​ງ ນັກ​ຮ້ອງ​ທີ່​ມັກ​ແຕ່ງ​​ເພງ​ນັ້ນແລ້ວ​ກໍ​ບໍ່​ຕ່າງ​ຫຍັງ​. ​ໃນ​CD​ແຜ່ນ​ນີ້, ທ່ານ​ຢິວຫົງ​ມິ​ງຍິ່ງ​ໄດ້​ເອົາ​ຄວາມ​ຮັກ​​ເປັນ​ຫົວ​ຂໍ້ຫຼັກ, ບັນທຶກ​ຄວາມ​ຮັກ​ທີ່​ກະ​ຕຸ້ນ​ໃຈ​ຄົນ​ຕ່າງ​ໆ​ໃນ​ໂລກ​ຢ່າງ​ກວ້າງຂວາງ​ແລະ​ເລິກ​ເຊິ່ງ. ສະນັ້ນ, ບໍລິສັດ​ແຜ່ນສຽງ​ໄດ້​​ໃຫ້​ນາມມະຍົດ​ແກ່ທ່ານ​ເປັນ"ນັກ​ກະ​ວິ​ເພງ​ຮັກ", ​ແລະ​ໄດ້​ຕັ້ງຊື່​ໃຫ້CD​ແຜ່ນ​ໃໝ່​ຂອງ​ທ່ານ​ນີ້​ວ່າ"ນ້ຳ​ຕາ​ຂອງ​ນັກ​ກະ​ວິ".

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"shi ren de yan lei" ນ້ຳ​ຕາ​ຂອງ​ນັກ​ກະວີ, ທ່ານ​ຢິວຫົງ​ມິ​ງ​ເວົ້າວ່າ, ​ເພງ​ນີ້​ແມ່ນ​​ແຕ່ງ​ສຳລັບ​ຄູ່​ຮັກ​ທັງຫຼາຍທີ່​​ບໍ່​ໄດ້​ຮັບ​ຄຳ​ອວຍພອນ​ຈາກ​ຜູ້​ອື່ນ​ແຕ່​ກໍ​ຍັງ​ຮັກ​ກັນ​ຢ່າງ​ກ້າຫານ. ​ເນື້ອ​ເພງມີ​ຢູ່​ວ່າ: "ຫິມະ​ປິວ​ຢູ່​ເທິງ​ຟ້າ ແລະນ້ຳ​ຕາ​ຂອງ​ນັກ​ກະວີ, ສອງ​ຢ່າງນີ້​ລ້ວນ​ແຕ່​ໂສກ​ເສົ້າ​​ແລະ​ສວຍ​ງາມ​ໂພດ. ​ຄວາມ​ຮັກ​ເຖິງ​ຈະ​ບໍ່​ໄດ້​ຮັບ​ຄວາມ​ອວຍພອນ, ​ແຕ່​ກໍ​ຍິນ​ຍອມ​ໝົ່ນ​ໝອງເພື່ອ​ຄວາມ​ຮັກ".

ທ່ານຢິວຫົງມິງເລີ່ມແຕ່ງເພງມາ​ແຕ່​ສະ​ໄໝຍັງເປັນນັກຮຽນ, ຈຶ່ງໄດ້​ມີເປັນ​ເອກະລັກ​​ເພງ​ຮັກ​ຂອງ​ຕົນ​ເອງ. ​CD​​​ແຜ່ນ​ໃດ​ຂອງ​ທ່ານ​ກໍ​ຕ້ອງ​ມີສອງ​ສາມ​ເພງ​​ໄດ້​ຮັບ​ຄວາມ​ນິຍົມ​ໃນຫ້ອງKTV(ຄາຣາ​ໂອ​ເກະ). ​ເທື່ອ​ນີ້, ບໍລິສັດ​ແຜ່ນສຽງ​​ໄດ້ລວມ​ເອົາ 10​ເພງ​​​ໃນCD​ແຜ່ນ​ໃໝ່​ຂອງ​ທ່ານຢິວຫົງ​ມິ​ງຖ່າຍ​ເປັນMV(ມີ​ວຊິກ ວິ​ດີ​ໂອ).

ເພງ​ທີ່​ທ່ານ​ຈະ​ໄດ້​ຟັງ​ຕໍ່​ໄປ​ແມ່ນ​ເພງ"bai se lian ren"ຄູ່​ຮັກ​ສີຂາວ. ​ເພື່ອ​ຖ່າຍ​ທຳMVຂອງ​ເພງ​ນີ້, ບໍລິສັດ​ໄດ້​ເຊີນ​ຜູ້​ກຳກັບ​ການສະ​ແດງ​ທີ່​ມີ​ຊື່ສຽງຂອງ​ເຂດ​ໃນ​ຈີນ​ພາ​ທ່ານ​ຢິວຫົງ​ມິ​ງ​ໄປ​ທ່ຽວພູ​ທ່ຽນ​ຊ່ານ​ເຂດ​ຊິນ​ຈ່ຽງ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ, ຖ່າຍMV​ໃນ​ທິວ​ທັດ​ຫິມະ​ທີ່​ຂາວ​ກະ​ຈະ. ພູຜາ​ແລະ​ແມ່​ນ້ຳ​ທີ່ສວຍ​ງາມ​ຂອງ​ພູ​ທ່ຽນ​ຊ່ານ​ກໍ​ໄດ້​ສ່ອງ​​ແສງ​ຄວາມ​ສະຫງ່າ​ຂອງ​ເພງ​ນີ້​ແລະ​ຄວາມ​ຮັກ​​ແທ້​ຈິງ​ທີ່​ບໍ່​ປ່ຽນ​ແປງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນເພງ"you shi qing ge" ຍັງ​ແມ່ນ​ຄວາມ​ຮັກ ຂັບ​ຮ້ອງ​ໂດຍ​ທ່ານ​ຢິວຫົງ​ມິງ. ​ເນື້ອ​ເພງ​ມີ​ຄວາມ​ໝາຍວ່າ: "​ເມື່ອ​ຄຶດ​ເຫັນ​ຄວາມ​ຮັກ​ທີ່​ຜ່ານ​ໄປ,​ ຮູ້​ສຶກວ່າ, ຄວາມ​ຮັກ​ບໍ່​ໄດ້​ຜ່ານ​​ໄປ ​ແລະ​ກໍ​ບໍ່​ເຄີຍ​ດັບ​ມອດ​ຈັກ​ເທື່ອ, ​ມີ​ແຕ່​ປ່ວງ​ບ້າ​ກວ່າ​ເກົ່າ. ​ໃນ​ຍາມ​ເດິກ​ທ່ຽງ​ຄືນທີ່​ງຽບ​ສະຫງັດ, ຈິດ​ໃຈ​ພັດ​ຟົດ​ຟື້ນ, ​ຄຶດ​​​ເຫັນຫຼາຍສິ່ງຫຼາຍຢ່າງ, ຢາກປົວ​ບາດ​ແຜນ​ເຈົ້າ​ໃຫ້​ຫາຍ, ​ແຕ່​ພັດ​ຮູ້ສຶກຍິ່ງ​ເຈັບ​ແສບ. ຈົ່ງຢ່າ​ຈາກ​ຂ້ອຍ​ໄປ, ຖ້າບໍ່​ມີ​ເຈົ້າ, ກໍ​ບໍ່​ມີຂ້ອຍ​ເອງ​. ຍ້ອນ​ມີ​ເຈົ້າ, ຊີວິດຂ້ອຍ​ຈຶ່ງ​ມີ​ຄວາມ​ໝາຍ. ຖ້າ​ເມື່ອຍ​ແລ້ວ, ​ຂໍ​​ໃຫ້ກັບ​ມາ​ຫາ​ຂ້ອຍ​ເດີ, ຂ້ອຍ​ຈະ​ເວົ້າກັບ​ເຈົ້າວ່າ, ຂ້ອຍ​ຄິດ​ຮອດ​ເຈົ້າ."

ຈາກ​ເນື້ອ​ເພງ, ພວກ​ເຮົາ​ກໍ​ເຫັນໄດ້​ວ່າ, ​ເພງ"you shi qing ge"ຍັງ​ແມ່ນ​ຄວາມ​ຮັກ ​​ແມ່ນ​ເພງ​ທີ່​ວາດ​ພາບຄວາມ​ໝັ້ນໜຽວຕໍ່ຄວາມ​ຮັກ, ​ເຖິງ​ວ່າ​ຄົນຮັກ​​ໄດ້​ຈາກ​ໄປ​ແລ້ວ, ກໍຍັງ​ຄອຍ​ຖ້າ​ຢ່າງ​ບໍ່​ກິນ​ແໜງ​ແຄງ​ໃຈ.

ເພງ​ຮັກ​ໃນ​ອະ​ດີດ, ສ່ວນຫຼາຍ​ກະ​ຕຸ້ນ​ໃຈ​ຄົນ​ແລະສະເທືອນຟ້າ​ສະ​ເທືອນດິນ, ​ແຕ່​ດຽວ​ນີ້, ທ່ານ​ຢິວຫົງ​ມິ​ງພັດ​ບອກ​ຜູ້​ຟັງ​​ວ່າ, ຕໍ່​ຄວາມ​ຮັກ, ຍັງ​ມີ​ທ່າ​ທີ​ອີກ​ຢ່າງ​ໜຶ່ງ​ກໍ​ຄື​ສະຫງ່າ​ຜ່າ​ເຜີຍ. ​​ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"zi you" ​ເສລີ. ​ເພງ​ນີ້​ໄດ້​ບັນ​ລະ​ຍາຍ​ຈິດ​ໃຈ​ອັນ​ທຸ່ນ​ທຽງສະຫງ່າ​ໃນ​ຍາມ​ຄູ່​ຮັກ​ແຍກ​ກັນ​ໄປ​ດ້ວຍ​ຄວາມ​ສະຫງົບ​ສະຫງ່ຽມ.

ເນື້ອ​ເພງ​ມີ​ຢູ່​ວ່າ: "​​​ໃນ​ເວລາເຈົ້າວ່າ​​ເຈົ້າຮັກ​ຂ້ອຍນັ້ນ, ​​ໃບ​ໜ້າ​ຮອດ​ບໍ​ມີ​ຮອຍ​ຍິ້ມ​ຈັກ​ເມັດ, ຫຍັບ​​ໃກ້​ເຂົ້າກັນ, ກໍ​ບໍ່​ຄິດ​ເຖິງ​ຄຳ​ໝັ້ນສັນຍາ​ໃນ​ເມື່ອ​ກ່ອນ. ຄວນ​ສະຫງ່າ​ແດ່, ປ່ອຍ​​ໃຫ້ເຈົ້າ​ແລະ​ຂ້ອຍ​ກັບ​ຄືນສູ່​ຄວາມ​ເສລີ. ​ໃນ​ເມື່ອ​ຄວາມ​ຮັກ​​ໄປ​ຮອດ​ບ່ອນ​ສຸດ​ສ້ວຍ​ແລ້ວ, ກໍ​ຢ່າ​ຫາ​ຂໍ້​ອ້າງ​ອີກ. ຈາກ​ຄວາມ​ຜິດ​ຫວັງ​ເສຍ​ໃຈ, ​ເບິ່ງ​ບໍ່​ເຫັນ, ຟັງ​ບໍ່​ຄັກ, ຮອດ​ເຫັນ​ແຈ້ງ, ຄຶດ​ຕົກ, ຍິ້ມຮັບ​ເອົາ​, ຂ້ອຍ​ກະ​ຕຸ້ນ​ໃຈທີ່ເຄີຍ​ມີ​ຮອຍ​ຍິ້ມ​ຂອງ​ເຈົ້າ."
​(ຈົບ)