ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-29 14:07:10    
ຂົວ​ອາ​ກາດ​060628(ສຽງ)

cri


ຫວ່າງ​ມໍ່​ນີ້,ນ້ອງ​ສົມ​ຊາຍ.​ທ່າວ ນັກ​ສຶກສາ​ປີ​ທີ4​ໃນ​ມະຫາ​ວິທະ​ຍາ​ໄລ ທີ່​ບ້ານ​ແສງ​ສະ​ຫວ່າງ ກຳ​ແພງ​ນະ​ຄອນ​ຫຼວງ​ວຽງ​ຈັນ​ໄດ້​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ເວົ້າ​ວ່າ,​ຂ້າ​ພະ​ເຈົ້າ​ມີ​ຄວາມ​ພູມ​ໃຈ​ຢ່າງ​ຫຼວງ​ຫຼາຍຕໍ່​ກັບ​ປື້​ມຮຽນ​ພາສາ​ຈີນ​ສະບັບ​ໃໝ່​ພ້ອມ​ດ້ວຍ​ອຸປະ​ກອນ​ດັ່ງ​ກ່າວ​ທີ່​ວິທະ​ຍຸ​ກະຈາຍ​ສຽງCRI​ແຫ່ງ​ປະ​ເທດ​ຈີນ​ຫຼືອ້າຍ​ເອື້ອຍ​ໄດ້​ເອົາ​ໃຫ້​ຂ້າພະ​ເຈົ້ານັ້ນ.ຕົວ​ສົມ​ຊາຍ​ເອງ​ແມ່ນ​ດີ​ໃຈ​ຫຼາຍ​ທີ່​ສຸດ​ເມື່ອ​ໄດ້​ຮັບຈົດ​ໝາຍ​ດັ່ງກ່າວ​ແລະ​ເຫັນ​ຂຽນ​ຕິດ​ຊື່​ສົມ​ຊາຍ,​ເປີດ​ອອກ​ມາ​ແມ່ນ​ປື້ມ​ແບບ​ຮຽນ​ພາສາ​ຈີນ,​ຕົວ​ສົມ​ຊາຍ​ແມ່ນ​ຮູ້​ສຶກ​ດີ​ໃຈ​ຫຼາຍ​ທີ່​ສຸດບໍ່​ຮູ້​ວ່າ​ຊິ​ຕອບ​ບຸນຄຸນ​ແນວ​ໃດ​ໃຫ້​ທາງ​ວິ​ທະ​ຍຸ​CRI​ພາກ​ພາສາ​ລາວ.​ຂ້າພະ​ເຈົ້າ​ມີ​ຄວາມ​ຮູ້ສຶກ​ວ່າ​ວິ​ທະ​ຍຸCRI​ພາກ​ພາສາ​ລາວ​ແມ່ນ​ປຽບ​ເໝືອນ​ດັ່ງ​ໂຮງ​ຮຽນ​ຂອງ​ຂ້າ​ພະ​ເຈົ້າ​ເອງ,​ເພາະ​ທາງ​ວິ​ທະ​ຍຸ​ແມ່ນ​ນຳ​ແຕ່​ສິ່ງ​ທີ່​ດີໆ​ມາ​ນຳ​ສະ​ເໜີ​ແລະ​ສອນຄວາມ​ຮູ້​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ທີ່​ດີ​ທີ່​ສຸດ​ໃຫ້​ແກ່​ຜູ້​ຟັງ​ທັງ​ຫຼາຍ.

ນ້ອງ​ສົມ​ຊາຍຈັ່ງ​ແມ່ນ​ຈຽມ​ໃຈ​ຫຼາຍ​ໂພດ,​ນະ​ທີ່​ນີ້,ພວກ​ເຮົາ​ຂອບ​ໃຈນ້ອງ​ຕີ​ລາ​ຄາ​ສູງ​ຕໍ່​ວິ​ທະ​ຍຸ​CRI.​ພາກ​ພາສາ​ລາວ​ວິ​ທະຍຸ​CRI​ພວກ​ເຮົາ​ຍິນດີ​ພະ​ຍາຍາມ​ຊ່ອຍ​ເຫຼືອ​ຜູ້​ຟັງລາວ​ຫຼາຍ,​ພວກ​ເຮົາ​ແມ່ນ​ໝູ່​ຂອງ​ທ່ານ,​ຫວັງ​ວ່າ​ເມື່ອ​ທ່ານ​ໄດ້​ຟັງ​ລາຍ​ການ​ຂອງ​ພວກ​ເຮົາຈຶ່ງ​ສາ​ມາດ​ໄດ້​ຮັບ​ຄວາມ​ຮູ້​ຫຼາຍ​ກວ່າ​ເກົ່າ,​ແລະ​ມີ​ຜົນ​ດີ​ຕໍ່​ການ​ຮຽນ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ທ່ານ.

ພ້ອມ​ກັນ​ນັ້ນ,​ນ້ອງ​ສົມ​ຊາຍ​ຍັງ​ຢາກ​ຂໍ​ຟັງສຽງ​ເພງ​ຈາກ​ທາງ​ລາຍ​ການ​ແລະ​ຂໍ​ມອບ​ໃຫ້​ທຸກໆ​ທ່ານ​ທີ່​ກຳລັງ​ຮັບ​ຟັງ​ຢູ່​ແລະ​ພິ​ເສດ​ຂໍ​ມອບ​ໃຫ້​ຜູ້​ຈັດ​ລາຍ​ການ​ແລະ​ອ້າຍ​ເອື້ອຍ​ທຸກໆ​ທ່ານ​ໃນ​ທຸກໆ​ລາຍ​ການ​ພາກ​ພາສາ​ລາວ​ຟັງ​ນຳ​ດ້ວຍ.

ເອົາລະ,​ສຸດ​ທ້າຍ,ພວກ​ເຮົາ​ມາ​ພ້ອມ​ກັນ​ຟັງ​ເພງໜຶ່ງ​ທີ່ຂັບ​ຮ້ອງ​ໂດຍ​ທ່ານ​ລີວ​ເຕີ​ຮວາ,​ເພງ​ນີ້​ຊື່​ວ່າ"​ເຢີນ​ເຊີ່ງ​ຊາງ​ລູ້",​ແປ​ວ່າ"ທາງ​ຊີວິດ​ຍາວ",​ອວຍ​ພອນ​ໃຫ້ຊີ​ວິດ​ການ​ເປັນ​ຢູ່​ໃນ​ທາງ​ຊີວິດ​ຍາວ​ຂອງ​ພວກ​ເຮົານັ້ນ​ຈົ່ງນັບ​ມື້​ນັບດີຂຶ້ນ​.ຂອບ​ໃຈ​ທ່ານ​ຮັບ​ຟັງ,​ພົບ​ກັນ​ໃໝ່​.