ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-06-30 17:45:12    
ເຂົ້າ​ສູ່​ເຂດ​ຄຸ້ມ​ຈີນ​ປີ້​ທີ່​ປອດ​ຢາ​ເສບ​ຕິດ​ຂອງ​ເມືອງ​ຄຸນ​ມິງ

cri Author: cq

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ວັນ​ທີ26 ມິຖຸນາ​ແມ່ນ​ວັນ​​ເກືອດ​ຫ້າມ​ຢາ​ເສບ​ຕິດ​ສາກົນ.​ແຂວງ​ຢຸນນານ​ຂອງ​ຈີນ​ໃກ້ກັບ​​ເຂດ"ສາມຫຼ່ຽມ​ຄຳ"​ເຊິ່ງ​ເປັນ​ແຫຼ່ງຜະລິດ​ຢາ​ເສບ​ຕິດ​ສຳຄັນ​ແຫ່ງ​ໜຶ່ງ​ໃນ​ໂລກ.​ແຕ່​ຊຸມ​ປີ90 ສະຕະວັດ​ແລ້ວ​ນີ້ເປັນ​ຕົ້ນ​ມາ,​ແຂວງຢຸນນານ​ໄດ້​ຮັບຜົນ​ຮ້າຍ​ຢ່າງ​ໜັກໜ່ວງຈາກ​ຢາ​ເສບ​ຕິດ​ແຜ່​ລາມ​ອອກ.​ໃນຫຼາຍ​ປີ​ມາ​ນີ້,ອົງການ​ປົກຄອງທ້ອງ​ຖິ່ນ​ໄດ້​ໃຊ້​ມາດ​ຕະການ​ຢ່າງ​ແຂງ​ແຮງ,​​ໂຈມ​ຕີ​ການ​ຕ້ອງ​​ໂທດ​ຢາ​ເສບ​ຕິດ​ຢ່າງ​​ເຂັ້ມ​ງວດ,ພ້ອມ​ກັນ​ນັ້ນ​ຍັງ​ຜ່ານ​ຈາກ​ການສ້າງ​ຕັ້ງສູນບັງຄັບ​ໃຫ້​ອອກ​ຢາ​ແລະ​ສ້າງ​ເຂດ​ຄຸ້ມ​ປອດ​ຢາ​ເສບ​ຕິດຊ່ອຍ​ຜູ້​ເສບ​ຢາ​ເສບ​ຕິດ​ອອກ​ຢາ,​ສ້າງຄວາມ​ໝັ້ນ​ໃຈ,ກັບ​ຄືນສູ່​ສັງຄົມຄືນ​ໃໝ່.​ໃນ​ລາຍການຈີນ​ປັດຈຸ​ບັນ​ພາກ​ນີ້,​ເຊີນ​ຟັງ​ບົດ​​ແຈ້ງ​ຂ່າວ​ພິ​ເສດ​ຂອງ​ນັກ​ຂ່າວcriພວກ​ເຮົາ​ທີ່​ພາດ​ຫົວ​ເລື່ອງວ່າ:​ເຂົ້າສູ່​ເຂດ​ຄຸ້ມຈີ່ນປີ້​ທີ່ປອດຢາ​ເສບ​ຕິດຂອງ​ເມືອງ​ຄຸນ​ມິງ.

ຢູ່​ເຂດ​ໃຈກາງເມືອງ​ຄຸນ​ມິ​ງ ​ເທສະ​ບານ​ຂອງ​ແຂ​ວງຢຸນນານ​ມີ​​ເຂດ​ຄຸ້ມ​ທີ່ປອດ​ຢາ​ເສບ​ຕິດ​​ແຫ່ງ​ໜຶ່ງຊື່ວ່າ​ຈີ່ນປີ້,ມີ​ເນື້ອ​ທີ່4,58ກິ​ໂລ​ແມັດ​ມົນທົນ,ມີ​ປະຊາ​ກອນ2​ແສນ1​ໝື່ນ5ພັນ​ຄົນ.​ແຫ່ງ​ນີ້​ແມ່ນ​​ຈຸດ​ກຳນົດ​ສຳລັບເຈົ້າ​ໜ້າ​ທີ່​ຕຳຫຼວດ​ປາບ​ຢາ​ເສບ​ຕິດ​ຂອງ​ອາຊ​ຽນທີ່​ໄປ​​ເຂົ້າ​ຮ່ວມ​ການ​ອົບຮົມຢູ່​ເມືອງຄຸນ​ມິ​ງນັ້ນ​ເຂົ້າ​ຊົມ.

ເລີ່​ມ​ແຕ່​ປີ1996​ເປັນ​ຕົ້ນ​ມາ,​ເຂດ​ຄຸ້ມ​ແຫ່ງ​ນີ້​ໄດ້​​​ໃຊ້​ເວລາ18​ເດືອນ,​ໄດ້​ສຳ​ເລັດ​ໂຄງການ​ຮ່ວມ​ມື​ສາກົນ​ລະຫວ່າງ​ຄະນະ​ກຳມະການເກືອດ​ຫ້າມ​ຢາ​ເສບຕິດ​ແຫ່ງ​ຊາດ​ຈີນ​ແລະ​ສະພາ​​ເອັສກັບຂອງ​ສະຫະ​ປະຊາ​ຊາດ​ເຊິ່ງ​ເປັນ​ວຽກ​ງານ​​ທົດ​ລອງ"ຫຼຸດ​​ຄວາມ​ຕ້ອງການ​ຢາ​ເສບ​ຕິດ​​ໃຫ້​ໜ້ອຍ​ລົງແລະ​ປ້ອງ​ກັນ​ໂລກ​ເອດ​ສ໌ທີ່​ຖື​ເຂດ​ຄຸ້ມ​​ເປັນ​ພື້ນຖານ."ສະຖານີ​ບໍລິການ​​ໃຫ້ຄຳ​ເປິກສາດ້ານ​ການ​ຟື້ນ​ຟູ​ສຸຂະພາບ​ຂອງ​ເຂດ​ຄຸ້ມຈີ່ນປີ້"ທີ່ມີ​ພະນັກງານພຽງ3ຄົນ​ໃນ​ຊູ່​ມື້​ນີ້ກໍ່​ແມ່ນ​ຫົວໜ່ວຍສືບ​ທອດ​ການ​ປະຕິບັດງານຂອງ​ໂຄງການ​ທົດ​ລອງ​ນີ້.

ໃນ10ປີມານີ້,​ເຂດ​ຄຸ້ມ​ຈີນ​ປີ້​ທີ່ປອດຢາ​ເສບ​ຕິດໄດ້ຄົ້ນ​ພົບວິທີ​​ເຮັດວຽກ​ທີ່​ເປັນແບບ​ສະບັບ​ແລະ​ບັງ​ເກີດຜົນຊຸດ​ໜຶ່ງ.​ຢູ່ຕຶກ​ໂຮງການ​ທີ່​ຄັບ​ແຄບໜ້ອຍ​ໜຶ່ງ​ຂອງ​ເຂດ​ຄຸ້ມ​ຈີ່ນປີ້,ທ່ານ​ຈຶ່ງ​ຈ້ຽນມິ​ງ ຜູ້​ຮັບຜິດຊອບ​ແລະ​ຜູ້​ອາສາສະໝັກຂອງ"ສະຖານີ​ບໍລິການ​​ໃຫ້ຄຳເປິກສາດ້ານ​ການຟື້ນ​ຟູສຸຂະພາບຂອງ​ເຂດ​ຄຸ້ມຈີ່ນປີ້"ບອກ​ນັກ​ຂ່າວ​ວ່າ:

"ຜູ້​ເສບ​ຢາ​ເສບ​ຕິດ​​ທັງແມ່ນ​ຜູ້​ຖືກ​ທຳຮ້າຍ,ພາຍຫຼັງ​ພວກ​ເຂົາ​ເຈົ້າ​ເລີ່​ມ​ເສບ​ຢາ​ເສບ​ຕິດ​ແລ້ວ,​ເສດຖະກິດ​ຂອງບາງ​ຄອບ​ຄົວກໍ​ແຕກ​ສະຫຼາຍ,​ຄອບຄົວ​ພັດ​ພາກ​ຈາກ​ກັນ,​ຜ່ານ​ຈາກ​​ການ​ຊ່ອຍ​ເຫຼືອ​ເປັນເວ​ລາຍ​ຍາວ​ນານ​ກໍບໍ່​ມີ​ຜົນ​ສັກສິດ,ບາງ​ຄອບ​ຄົນ​ກໍ່​ເລີຍ​ປະ​ຖິ້ມ.ສະ​ນັ້ນ,​ເມື່ອ​ພວກ​ເຂົາ​ເຈົ້າ​ມາ​ຮອດ​ເຂດ​ຄຸ້ມ​​ຂອງ​ພວກ​ເຮົາ,ພວ​ກ​ເຮົາ​ກໍຈັດ​ຕັ້ງການ​​ເຄື່ອນ​ໄຫວຈຳນວນ​ໜຶ່ງ,ສຳຄັນ​ທີ່​ສຸດ​ແມ່ນ​ຕ້ອງ​ປະຕິບັດ​ຕໍ່​ພວກ​ເຂົາ​​ເຈົ້າ​ຢ່າງ​ສະ​ເໝີ​ພາບກັນ,ບໍ່​ຈາກ​ແນ​ກ​ພວກ​ເຂົາ​ເຈົ້າ."

ແຕ່​ລະອາ​ທິດ,ສະຖານີບໍລິການ​ແຫ່ງ​ນີ້ລ້ວນ​ແຕ່ຈະ​ເຊີນຜູ້​ຮຽນອອກ​ຢາ​ຂອງ​ເຂດ​ຄຸ້ມຕົນ​ໄປເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຊ່ອຍ​ສຶກສາຫຼາຍ​ເທື່ອຢູ່ສະຖານີ​ບໍລິການ​​ໃຫ້ຄຳ​ເປິກສາດ້ານ​ການຟື້ນຟູ​ສຸຂະພາບ.​ການ​ເຄື່ອນ​ໄຫວ​ມີ​ເນື້ອ​ໃນ​ລາຍ​ໜຶ່ງ​ແມ່ນ​ສົ່ງ​ເສີມ​​ໃຫ້​ຜູ້​ຮຽນ​ອອກ​ຢາ​ລາຍ​ງານ​ພະຍາກອນ​ອາກາດ​​ໃນ​ມື້​ນັ້ນ,​​ເລົ່ານິທານ​ຄຳ​ພັງ​ເພີຍທີ່​ກ່ຽວ​ພັນກັບ​ຊີວິດ​ຕົວ​ຈິງ,ລົມ​ຂ່າວອ້ອມຂ້າງຕົນ.ຜ່ານ​ຈາກການ​ເຄື່ອນ​ໄຫວ​ເຫຼົ່າ​ນີ້,​ເຮັດ​ໃຫ້​ພະນັກງານ​ເຂດ​ຄຸ້ມ​ໄດ້ຫຍັບມໍ່​ກັບ​ຜູ້ຮຽນ​ອອກ​ຢາ,ພ້ອມ​ກັນ​ນັ້ນ,ຜູ້ຮຽນ​ກໍ່​ຍິນ​ດີ​ເວົ້າ​ຄວາມໃນ​ໃຈ​ນຳ​ພວກ​ເຂົາ​ເຈົ້າ.

ທ່ານ​ຈຶ່ງ​ຈ້ຽນມິ​ງ​ເວົ້າ​ວ່າ:

"​ພວກ​ເຮົາ​ບໍ່​ແມ່ນ​ໃຫ້​ພວກ​ເຂົາ​ເຈົ້າ​ມາ​ຂຶ້ນ​ຫ້ອງ,ທີ່​ຈິງ​ແລ້ວ,ພວກ​ເຮົາ​ແມ່ນ​ດຳ​ເນີນ​ການ​ດັດ​ແປງ​ດ້ານການ​ກະທຳ​ແລະ​ຈິດ​ໃຈ​ຊະນິດ​ໜຶ່ງ,ມີ​ຜູ້ຮຽນ​ຜູ້​ໜຶ່ງ​​ເມື່ອ​ມາ​ແລ້ວເວົ້າ​ນຳຂ້າພະ​ເຈົ້າວ່າ:"ອາຈານ​ຈຶ່ງ,ຕອນ​ຈະ​ມາ​ນີ້,​ຂ້ອຍ​ອົດທົນ​ບໍ່​ໄດ້ແທ້​ໆ,​ເລີຍສັກ​ຢາ​ຫຼອດໜຶ່ງ."ຜູ້ຮຽນ​ໝົດ​ທຸກ​ຄົນ​ລ້ວນ​ແຕ່​ຕົບມື.ການຕົບ​ມື​ບໍ່​ແມ່ນ​ສົ່ງ​ເສີມ​​​ໃຫ້ເຂົາ​ເສບ​ຢາ​ເສບ​ຕິດ,​ຫາກ​ແມ່ນ​ຍ້ອນ​ວ່າ​ເຂົາ​ເວົ້າ​ຄວາມ​ຈິງ.ມີ​ແຕ່​ເຮັດ​ແນວນີ້,ຈຶ່ງ​ສາມາດ​ຊ່ອຍ​ພວກ​​ເຂົາ​ເຈົ້າ​ແກ້​ໄຂ​ບັນຫາ​ໃນ​ຂະ​ບວນການ​ອອກ​ຢາ,ຊ່ອຍ​ພວກ​ເຂົາ​ເຈົ້າຄ່ອຍໆ​ຟື້ນ​ຟູ​ການ​ກະທຳ​​ແລະ​ຈິດ​ໃຈທີ່​ເປັນ​ປົກກະຕິ​ຂອງ​ຄົນ​​,ຄ່ອຍໆ​ຫັນ​ຈາກການ​ເອົາ​ໃຈ​​ໃສ່​ນຳຢາ​ເສບ​ຕິດຮອດ​ການ​ເອົາ​ໃຈ​ໃສ່​ນຳສັງຄົມ,​ເອົາ​ໃຈ​ໃສ່ນຳ​ຄອບຄົວ."

ນອກ​ນີ້,ສະຖານີ​ບໍລິການ​ຍັງ​ອີງ​ຕາມຮອບໝູນ​ຮອບການເສບ​ຄື​ນຂອງ​ຜູ້​ເສບຢາ​ເສ​ບຕິດ,​ໄດ້​ສະຫຼຸບ​ກົດ​ເກນຊຸດ​ໜຶ່ງ,ຊີ້ນຳ​ເຂດ​ຄຸ້ມ​,ຫົວໜ່ວຍ​ແລະ​ຄອບ​ຄົວ​ຮ່ວມ​ກັນ​ຊ່ອຍ​ພວກ​ເຂົາ​ເຈົ້າ​ອອກ​ຢາ​ເສບ​ຕິດ.

ການ​ຊ່ອຍ​ເຫຼືອ​ຂອງ​​ເຂດ​ຄຸ້ມ​​ໄດ້​ສ້າງ​​ໂອກາດ​​ໃຫ້​ແກ່​ຜູ້ຮຽນ​ອອກ​ຢາ​​ແລ້ວກັບ​ຄືນ​ສູ່ສັງຄົມຄືນ​ໃໝ່.​ໃນ​ບໍ່​​ເທົ່າ​ໃດ​ປີ​ມາ​ນີ້,ຜູ້ຮຽນ​ອອກ​ຢາທັງໝົດ47ຄົນ​ໄດ້​ຮັບ​ການ​ດັດ​ແປງ​ທີ່​ບັງ​ເກີດ​ຜົນ​,​ໄດ້ອອກ​ຢາ​ຢ່າງ​ສຳ​ເລັດ​ຜົນ,ມີ16ຄົນ​​​ໄດ້ເຮັດ​ວຽກ​ຄືນ​​ໃໝ່,28ຄົນ​ເລີ່​ມຫາວ​ຽກ​ໂດຍ​ຕົນ​ເອງ,ຍັງ​ມີ3ຄົນ​ຖືກ​ຮັບ​ສະໝັກເປັນ​ພະນັກງານ​ເຂດ​ຄຸ້ມ​.

ທ່ານ​ກົວ​ອີ້​ທີ່​ດຽວ​ນີ້​ເຮັດ​ວຽກ​ຢູ່ສະຖານີ​ບໍລິການ​​ໃຫ້ຄຳເປິກສາດ້ານ​ການຟື້ນ​ຟູສຸຂະພາບ​ຂອງ​ເຂດ​ຄຸ້ມຈີນ​ປີ້​ກໍແມ່ນ​ຜູ້​ໜຶ່ງ​ໃນ​ໝູ່ພວກ​ເຂົາ​ເຈົ້າ.ທ່ານ​ກົວ​ອີ້ປີ​ນີ້​ມີ​ອາຍຸ44ປີ​,​ເລີ່​ມ​ເສບ​ຢາ​ເສບ​ຕິດ​​ເມື່ອ​ປີ1989,ຍ້ອນ​ເພິ່ນ​ເສບ​ຢາ​ເສບ​ຕິດ,​ໃນ​ເວລາ​ທີ່​ລູກ​ຊາຍ​ມີ​ອາຍຸ3ຂວບ,​ເມຍ​ກໍ​ຢ່າ​ຮ່າງ​ກັບ​ເພິ່ນ.ປີ1993,​​ເພິ່ນຖືກ​ສົ່ງ​ໄປບັງຄັບ​ໃຫ້​ອອກ​ຢາຢູ່​ສູນ​ອອກ​ຢາ,ປີ1994​ຖືກສົ່ງ​ໄປ​ດັດ​ສ້າງ​ດ້ວຍ​ການ​ອອກ​ແຮງ​ງານຍ້ອນ​ເພິ່ນ​ເສບ​ຢາ​ເສບ​ຕິດ​ຄືນ​ໃໝ່,ພາຍຫຼັງສິ້ນ​ສຸດການ​ດັດ​ສ້າງ​ດ້ວຍ​ການ​ອອກ​ແຮງ​ແລ້ວ,​ທ່ານ​ກົວ​ອີ້​ຕັດສິນ​ໃຈ​ຫ່າງ​ໄກ​ຈາກ​ຢາ​ເສບ​ຕິດ​ຢ່າງ​​ເຖິງ​ຖອງ.​ໃນ​​ເວລາ​ນັ້ນ,​ເຂດ​ຄຸ້ມ​ຈີ່ນປີ້​ທີ່​ຫາ​ກໍ​ສ້າງ​ຕັ້ງ​ຂຶ້ນ​ໃໝ່​ໄດ້​ຮັບ​​ເພິ່ນ​ເປັນຜູ້ຮຽນ​ອອກ​ຢາ.​​ແຕ່​ການສົງ​ໄສ​ໃນ​ເບື້ອງ​ຕົ້ນ,ຮອດພາຍຫຼັງ​ມາ​ເຂົ້າ​ຮ່ວມຢ່າງ​ຕັ້ງໜ້າ,ສຸດ​ທ້າຍ​​ໄດ້ອອກ​ຢາ​ຢ່າງ​ສຳ​ເລັດ​ຜົນ,ກາຍ​ເປັນ​ຜູ້ອາສາສະ​ໝັກຂອງ​ເຂດ​ຄຸ້ມ,ຊີວິດ​ຂອງ​ທ່ານກົວ​ອີ້​​ໄດ້​ເກີດ​ມີ​ການປ່ຽນ​ແປງ​ຢ່າງ​ຫຼວງ​ຫຼາຍ.

ປັດຈຸບັນ,​ຕອນ​ເຊົ້າ​ໂມງ​ແຕ່​ລະ​ມື້​ເພິ່ນ​ກໍຂີ່ລົດ​ອອກ​ຈາກເຮືອນ,​ໃຊ້​​ເວລາໜຶ່ງ​ຊົ່ວ​ໂມງ​ປາຍ​ໄປ​ຮອດ​ສະຖານີ​ບໍລິການ​ຂອງເຂດ​ຄຸ້ມ,ລໍຖ້າຜູ້ຮຽນ​ອອກ​ຢາ​.ວຽກ​ງານ​ຂອງ​ເພິ່ນ​ແມ່ນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຂອງສະຖານີ,​ແລກປ່ຽນ​ກັບ​ພວກ​ຜູ້ຮຽນ,ຊອກຮູ້​ສະພາບ​ຈິດ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ,ຊ່ອຍ​ພວກ​ເຂົາ​ເຈົ້າ​ແກ້​ໄຂ​ບັນ​ຫາ​ດ້ານ​ຈິດ​ໃຈໃນ​ຂະ​ບວນການອອກ​ຢາ.

ທ່ານ​ກົວ​ອີ້​ບອກ​ນັກ​ຂ່າວ,ກາ​ນຊ່ອຍ​ເຫຼື​ອຂອງ​ເຂດ​ຄຸ້ມ​ໄດ້​ເຮັດ​ໃຫ້​​ເພິ່ນຊອກຫາ​ ​ຕົວ​ເອງ​ກັບ​ມາ​ຄືນ​ໃໝ່​ໄດ້.​ເພິ່ນຫວັງຢາກ​ຜ່ານ​​ແບບ​ວິທີ​ທີ່​ເປັນຜູ້​ອາສາ​ສະໝັກ​ຂອງ​ເຂດ​ຄຸ້ມ​ມາ​ຕອບ​ແທນ​ສັງຄົມ,ຊ່ອຍ​ເຫຼືອຜູ້ຮຽນ​ຫຼາຍ​ກວ່າ​​ເກົ່າ​ກັບ​ຄືນສູ່​ສັງຄົມ:

"ຂ້າພະ​ເຈົ້າ​ມັກ​ຝູງ​ຄົນ​ນີ້,ຂ້າພະ​ເຈົ້າຢາກ​ໃຫ້ພວກ​ເຂົາ​ເຈົ້າ​ປ່ຽນ​​ແປງ.ຍ້ອນ​ວ່າ​ຂ້າພະ​ເຈົ້າ​ສາມາດ​ປ່ຽນ​​ແປງ,ຂ້າພະ​ເຈົ້າ​ເຊື່ອ​ວ່າ​ພວກ​ເຂົາ​ເຈົ້າ​ກໍ່ສາມາດປ່ຽນ​ແປງ​ໄດ້.​ຂ້າພະ​ເຈົ້າ​ຮັກ​ແພງ​ພະນັກງານ​ໝົດ​ທຸກ​ຄົນ​ຂອງ​ເຂດ​ຄຸ້ມ​,ຄວາມ​ຮັກ​ຂອງ​ພວກ​​ເຂົາ​ເຈົ້າໄດ້ຊາບ​ເຊິ່ງຂ້າພະ​ເຈົ້າ,ດຽວ​ນີ້,​ຂ້າພະ​ເຈົ້າຈິ່ງ​ໄດ້​ດຳລົງ​ຊີວິດ​ຂອງ​ຄົນ​ປົກກະຕິ,ຂ້າພະ​ເຈົ້າ​ກໍ່​ຫວັງ​ໃຫ້​ອ້າຍ​ເອື້ອຍ​ນ້ອງທັງຫຼາຍ​ທີ່​ມີ​ປະສົບ​ການ​ຄື​​ກັບ​ຂ້າພະ​ເຈົ້ານັ້ນສາມາດ​ອອກ​ຢາ,ກັບ​ຄື​ນສູ່ສັງຄົມ​​ກະ​ແສຫຼັກ.ນີ້​ແມ່ນ​ການ​ຕອບ​ແທນ​ທີ່ດີ​ທີ່​ສຸດ​ຕໍ່​ພະນັກງານ​ເຂດ​ຄຸ້ມ​,ຈົນ​ກະ​ທັ້ງ​ຕໍ່​ວຽກ​ງານ​ຜູ້​ອາສາສະໝັກທີ່​ຂ້າພະ​ເຈົ້າ​ເຮັດ​ໃນ​ປະຈຸ​ບັນ."

ຕາມ​ໄດ້​ຊາບ,​ແຕ່​ປີ1996​ມາ​ຮອດ​ປະຈຸ​ບັນ,​ເຂດຄຸ້ມ​ດັ່ງກ່າວບໍ່​ໄດ້​ປະກົດ​ມີ​ຜູ້​ເສບ​ຢາ​ເສບ​ຕິດ​ອີກ.ຜູ້​ເສບ​ຢາ​ເສບ​ຕິດ​ທີ່​ອອກ​ຢາ3ປີຂຶ້ນ​ໄປ​ນັ້ນກ​ວມ100%,ມວນ​ຊົນ​ຂອງ​ເຂດ​ຄຸ້ມ100%ຮູ້​ຢາ​ເສບ​ຕິດ.​ໃນ​ໄລຍະ​ນີ້,ຄະດີກໍ່​ຄວາມ​ສະຫງົບ​ພາຍ​ໃນ​ເຂດ​ຄຸ້ມ​ໄດ້ຫຼຸດ​ໜ້ອຍ​ລົງ​ຢ່າງ​ເດັ່ນ​ຊັດ,​​ເຂດ​ຄຸ້ມ​ບໍ່​​​ໄດ້ເກີດມີ​ຄະດີ​​ໃຫຍ່.ຜູ້​ເສບຢາ​ເສບ​ຕິດ​ຫຼາຍໆ​ຄົນນອກ​ເຂດ​ຄຸ້ມ​ນີ້​ກໍ​ມາ​ຂໍ​ຄວາມ​ຊ່ອຍ​ເຫຼືອ​ຢູ່​ສະຖານີ​ບໍ​ລິ​ການ​ຂອງ​ເຂດ​ຄຸ້ມ​ຈີ່ນປີ້.

ຕົວ​ແບບທີ່ສຳ​ເລັດ​ຜົນຂອງ​ເຂດຄຸ້ມ​ຈີ່ນປີ້ກໍ່​ໄດ້​ຮັບ​ການ​ສັນລະ​ເສີນ​ຂອງ​ປະ​ຊາ​ຄົມ​ໂລກ​ໂດຍ​ທົ່ວ​ໄປ,ມີ​ຜູ້ນຳ,ນັກ​ຂ່າວ​ແລະ​ຜູ້​ຊ່ຽວຊານ​ຂອງ34ປະ​ເທດ​​ເຄີຍມາ​ຢ້ຽມຢາມ​ຢູ່​ແຫ່ງ​ນີ້,​ເຂດ​ຄຸ້ມຈີ່ນປີ້​ໃນ​ຖານ​ເປັນ​ເຂດ​ຄຸ້ມປອດຢາ​ເສບ​ຕິດກໍ​ໄດ້​ກາຍ​ເປັນຈຸດ​ກຳນົດ​ສຳລັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປາບຢາ​ເສບ​ຕິດ​ອາຊ​ຽນທີ່​ເຂົ້າ​ຮ່ວມ​ການ​ອົບຮົມ​ຢູ່​ຄຸນ​ມິ​ງນັ້ນ​ມາ​ເຂົ້າ​ຊົມ.​ພາຍຫຼັງ​ທ່ຽວ​ຊົມ​ເຂດ​ຄຸ້ມ​ຈີ່ນປີ້​ແລ້ວ,ເຈົ້າ​ໜ້າ​ທີ່​ຂອງ​ສຳນັກງານ​ເກືອດ​ຫ້າມ​ຢາ​ເສບ​ຕິດ​ຂອງ​ສະຫະ​ປະຊາ​ຊາດ​ເຫັນ​ວ່າ,ບົດຮຽນທີ່​ສຳ​ເລັດຜົນ່ຂອງ​ເຂດ​ຄຸ້ມ​ຈີ່ນປີຄວນ​ເຜີຍ​ແຜ່​ຢ່າງຮອບດ້ານ.