ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 10:11:29    
ວຽກ​ງານ​ກະ​ກຽມ​ທຸກ​ລາຍ​ຂອງ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​​ເຮັດ​ເສັດ​ສັບ​ແລ້ວ----ສຳ​ພາດ​ທ່ານ​ເຈິ້ງ​ຈຸນ​ຈ້ຽນ ຮອງ​ເລ​ຂາ​ທິ​ການ​​ໃຫຍ່​ຄະ​ນະ​ເລ​ຂາ​ທິ​ການ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ----ສຳ​ພາດ​ທ່ານ​ເຈິ້ງ​ຈຸນ​ຈ້ຽນ ຮອງ​ເລ​ຂາ​ທິ​ການ​ສຳ​ນັກ​ງານ​ເລ​ຂາ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ

cri Author: sayvanny

ແຕ່​ວັນ​ທີ 9 ຫາ​ວັນ​ທີ 19 ມິ​ຖຸນາ, ອົງ​ການ​ປົກ​ຄອງ​​ເຂດ​ກວາງ​ຊີ​ເຜົ່າ​ຈວ້າງ​ປົກ​ຄອງ​ຕົນ​ເອງ​ໄດ້ຈັດ ການ​ເຄື່ອນ​ໄຫວ​ເຮືອ​ວັດ​ທະ​ນະ​ທຳ​ກວາງ​ຊີ​ປັກ​ກິ່ງ​ປີ 2006 ຢູ່​ປັກ​ກິ່ງ,​ໄດ້​ແນະ​ນຳ​ກວາງ​ຊີ​ຢ່າງ​ຮອບ​ດ້ານ​ແລະ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ກວາງຊີ​ໃນ​ທ້າຍ​ປີ​ນີ້​ດ້ວຍ​ຮູບ​ການ​ຕ່າງໆ​ຄື ການ​ສະ​ແດງ​ຟ້ອນ​ແລະ​ຮ້ອງ​ເພງ, ງານ​ວາງ​ສະ​ແດງ​ຫມາກ​ຜົນ​ຂອງ​ງານ​ເອັກສ​ໂປ​ແລະ​ກ່າວ​ປາ​ຖະ​ກະ​ຖາ​ໃນ​ໂຮງ​ຮຽນ​ຊັ້ນ​ສູງ​ເປັນ​ຕົ້ນ.​ໃນ​ໄລຍະ​ຈັດ ກາ​ນ​ເຄື່ອນ​ໄຫວ​ເທື່ອ​ນີ້, ນັກ​ຂ່າວ​ວິ​ທະ​ຍຸ CRI ​ໄດ້​ສຳ​ພາດ​ທ່ານ​ເຈິ້ງ​ຈູນ ຈ້ຽນ ຮອງ​ເລ​ຂາ​ທິ​ການ​​ໃຫຍ່​ຄະ​ນະ​ເລ​ຂາ​ທິ​ການ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ ຮອງ​ຫົວ​ຫນ້າ​ກົມ​ວຽກ​​ງານ​ວາງ​ສະ​ແດງ​ສາ​ກົນ​​ເຂດ​ກວາງ​ຊີ,ທ່ານ​ເຈິ້ງ​ເຜີຍ​ໃຫ້​ຮູ້​ວ່າ,ປັດ​ຈຸ​ບັນ ວຽກ​ງານ​ກະກຽມ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ທຸກ​ຝ່າຍ​ໄດ້​ເຮັດ​​ເສັດ​ສັບ​ແລ້ວ,ຕໍ່​ໄປ ​ເຊີນ​ຟັງ​ເນື້ອ​ໃນ​ລະ​ອຽດ.

ຜ່ານ​ການ​ປຶກ​ສາ​ຫາລື​ກັນ​ລະ​ຫວ່າງ​ຈີນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກ​ຈີນ​ອາ​ຊຽນ​ສ້າງ​ການ​ພົວ​ພັນ​ຄູ່​ຂາ​ສົນ​ທະ​ນາ​ຄົບ​ຮອບ 15 ປີ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ຄ້າ​​ແລະ​ການ​ລົງ​ທຶນ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ຈະ​ຈັດ​ຂຶ້ນຢູ່​ເມືອງ​ນານ​ນິງ​ເຂດ​ກວາງ​ຊີ​ຈີນ​ແຕ່​ວັນ​ທີ 31 ຕຸລາ​ຫາ​ວັນ​ທີ 3 ພະຈິກ.

ທ່ານ​ເຈິ້ງ​ຈູນ​ຈ້ຽນ​ເວົ້າ​ວ່າ, ປັດ​ຈຸ​ບັນ, ວຽກ​ງານ​ກະ​ກຽມ​ງານ​ເອັກ​ສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ທຸກ​ລາຍ​ໄດ້​ເຮັດ​ເສັດ​ສັບ​ແລ້ວ. ປີ​ນີ້, ​ເມືອງ​ນານ​ນິງ​ຈະ​ລົງ​ທຶນ 16 ຕື້​ກວ່າ​ຢວນ, ​ເພີ່ມ​ທະ​ວີ​ແລະ​ບູລະ​ນະ​ສິ່ງ​ກໍ່​ສ້າງ​ຕ່າງໆ​ຄື ຫໍ​ວາງ​ສະ​ແດງ,​ໂຮງ​ແຮມ, ດ່ານ​ຊາຍ​ແດນ,ຄົມ​ມະ​ນາ​ຄົມ​ແລະ​​ໂທລະ​ຄົມ​ເປັນ ຕົ້ນ,​ເພື່ອ​ສະ​ຫນອງ​ການ​ບໍ​ລິ​ການ​ທີ່​ຖື​ຄົນ​ເປັນ​ກົກ,ຍິ່ງ​ສະ​ດວກ​ສະ​ບາຍ​ກວ່າ​ເກົ່າ​ແກ່​ນັກ​ທຸ​ລະ​ກິດ​ແລະ​ແຂກ​ທີ່​ເຂົ້າ​ຮ່ວມ​ງານ​ເທື່ອ​ນີ້.

ທ່ານ​ເຈິ້ງ​ເວົ້າວ່າ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ໄດ້​ຈັດ​ຂຶ້ນ​ສອງ​ຄັ້ງຢ່າງ​ສຳ​ເລັດ​ຜົນ​ແລ້ວ, ປີ​ນີ້​ແມ່ນ​ຄັ້ງທີ​ສາມ, ​ເມື່ອ​ທຽບ​ກັບ​ສອງ​ຄັ້ງ​ກ່ອນ, ຂະ ຫນາດ​ງານ​ວາງສ​ະ​ແດງ​,​ຈຳ​ນວນ​ຄົນ​ທີ່​ເຂົ້າ​ຮ່ວມ​ແລະ​ການ​ຈັດ​ວາງ​ຫໍ​ວາງສະ​ແດງ​ໃນ​ປີ​ນີ້​ລ້ວນ​ແຕ່​ມີ​ຈຸ​ດພິ​ເສດ​ອັນ​ໃຫມ່.ທ່ານ​ເວົ້າ​ວ່າ:

ເມື່ອ​ທຽບ​ກັບ​ງານ​ເອັກສ​ໂປ​ສອງ​ຄັ້ງກ່ອນ​ເຫັນ​ວ່າ, ງານ​ເອັກສ​ໂປ​ປີ​ນີ້​ມີ​ຈຸດ​ພິ​ເສດ​ຈຳນວນ​ຫນຶ່ງ​ຄື ລະ​ດັບ​ຜູ່​ນຳ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ນັ້ນຈະ​ສູງ​ກວ່າ, ຈຳນວນ​ຄົນ​ກໍ່​ຫລາຍ​ກວ່າ;ສອງ, ​ມີ​ລະ​ດັບ​ວິຊາ​ສະ​ເພາະ​ຈະ​ສູງ​ກວ່າ​ເກົ່າ,ປະ​ເພດ​ສິນຄ້າ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ນັ້ນ​ຍິ່ງ​ໂຮມ​ສູນ​ກວ່າ​ເກົ່າ, ​ເພື່ອ​ສ້າງ​ໂອ​ກາດ​ການ​ທຸ​ລະ​ກິດ​ຫລາຍ​ກວ່າ​ເກົ່າ; ​ໃນ​ການຈັດ​ວາງ​ຫໍ​ວາງ​ສະ​ແດງ, ຈະ​ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ຂອງ​ບັນດາ​ປະ​ເທດ​ແລະ​ຈຸດ​ພິ​ເສດ​ວັດ​ທະ ນະ​ທຳ​ການ​ທ່ອງ​ທ່ຽວ​ຂອງ​ໃຜລາວ​ພົ້ນ​ເດັ່ນ​ອອກ. ນອກ​ນີ້, ຍັງ​ຈະ​ຈັດ​ການ​ເຄື່ອນ​ໄຫວ​ຕົວ​ເມືອງ​ສະ​ເຫນ, ຈະ​​ໃຫ້​ບັນດາ​ປະ​ເທດ​ອາ​ຊຽນ​ເລືອກ​ເອົາ​ຕົວ​ເມືອງ​ຂອງ​ປະ​ເທດ​ຕົນ​ທີ່​ມີ​ລັກ​ສະ​ນະ​ຕົວ​​ແທນ,​ແລ້ວ​ແນະ​ນຳ​ການ​ຂະ​ຫຍາຍ ຕົວ​ຂອງ​ຕົວ​ເມືອງ​ນີ້​ໃນ​ດ້ານ​ການ​ທ່ອງ​ທ່ຽວ ວັດ​ທະ​ນະ​ທຳ ການ​ສຶກ​ສາ​ແລະ​ດ້ານ​ຕ່າງໆ,​ພ້ອມ​ໂອ​ກາດ​ການ​ທຸ​ລະ​ກິດ​ຂອງ​ເມືອງ​ນີ້.

ຕາມ​ຊາບ​ວ່າ,ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ໄດ້​ຈັດ​ຫົວ​ຂໍ້​ຈຳ​ເພາະ ສີ່​ຫົວ​ຂໍ້​ຄື ການ​ຄ້າ​ສິນ​ຄ້າ,ການ​ຮ່ວມ​ມື​ລົງ​ທຶນ,​ເຕັກ​ນິກ​ກະ​ສິ​ກຳ​ກ້າວ ຫນ້າ​ທີ່​ເຫມາະ​ໃຊ້​ແລະ​ຕົວ​ເມືອງ​ແຫ່ງ​ຄວາມ​ສະ​ເຫນ,ຫົວ​ຂໍ້​ຈຳ​ເພາະ​ແຕ່​ລະ​ຂໍ້​ລ້ວນ​ແຕ່​ມີ​ຈຸດ​ພິ​ເສດ​ວິຊາ​ສະ​ເພາະ​ອັນ​ພົ້ນ​ເດັ່ນ,ຈຸດ​ຫນັກ​ແມ່ນ​ຊັກ​ນຳ​ສິນຄ້າ​ທີ່​ມີ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາ​ຊຽນ​ຂ້ອນ​ຂ້າງ​ຫລາຍ, ຕ່າງ​ມີ​ຕະ​ຫລາດ​ແລະ​ມີ​ກຳ​ລັງ​ບົ່ມ​ຊ້ອນ​ມາ​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ.ງານ​ເອັກສ​ໂປ​ຍັງ​ຈະ​ນຳ​ໃຊ້​ນະ​ໂຍບາຍ​ຂອງ​ຈີນ​ທີ່​ເພີ່ມ​ເງິນ​ກູ້​ແກ່​ປະ​ເທດ​ອາ​ຊຽນ 5 ຕື້​ໂດ​ລາ​ສະ​ຫະ​ລັດ​ແລະ​ໃຫ້​ນະ​ໂຍ​ຍາຍ​ພິ​ເສດ​ໃຫ້​ເງິນ​ກູ້​ແກ່​ຝ່າຍ​ຊື້​ຢ່າງ​ເຕັມ​ສ່ວນ​ແລ້ວ​ເກັບ​ໂຮມ​ແລະ​ເຜີຍ​ແຜ່​ໂຄງ​ການ​ລົງ​ທຶນ​ຈຸດ​ຫນັກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ, ພະ​ຍາ​ຍາມ​ຍົກ​ອັດຕາ​ສຳ​ເລັດ​ຜົນ​ຂອງ​ການ​ລົງ​ທຶນ​.

ຕາມ​ຊາບ​ວ່າ, ງານ​ເອັກສ​ໂປ​ເທື່ອ​ນີ້​ຈະ​ຈັດ​ຮ້ານ​ວາງ​ສະ​ແດງ 3000 ຮ້ານ, ຈຳ​ນວນ​ຮ້ານ​ວາງ​ສະ​ແດງ​ຂອງ​ປະ​ເທດ​ອາ​ຊຽນຈະ​ຈາກ 700 ກວ່າ​ຮ້ານ​ໃນ​ຄັ້ງ​ທີ​ສອງ​ເພີ່ມ​ຂຶ້ນ​ເປັນ 1000 ຮ້ານ​,ກວມ 1/3 ຂອງ​ຍອດ​ຈຳ​ນວນ​ຮ້ານ​ວາງ​ສະ​ແດງ.ກະ​ວ່າ​ພໍ່​ຄ້າ​ຈັດ​ຊື້​​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ຄັ້ງທີ​ສາມ​ນັ້ນ​ຈະ​ບັນລຸ 30 ພັນ​ຄົນ.

ທ່ານ​ເຈິ້ງ​ຈູ​ນຈ້ຽນ​ແນະນຳ​ວ່າ, ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ຄັ້ງ​ທີ​ສາມ​ທີ່​ຈັດ​ຂຶ້ນ​ໃນ​ປີ​ນີ້​ຍັງ​ກົງ​ກັບ​ໂອ​ກາດ​ທີ່​ຫາ​ຍາກ​,ນີ້​ສະ​ແດງ​ວ່າ, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຈະ​ເຂົ້າ​ສູ່​ໄລ​ຍະ​ຂະ​ຫຍາຍ ຕົວ​ກວ້າງ​ຂວາງ​ກວ່າ​ເກົ່າ.ທ່ານ​ເວົ້າ​ວ່າ:

ການ​ຈັດ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ໃນ​ປີ​ນີ້​ພໍດີ​ກົງ​ກັບ​ການ​ພົວພັນ​ຄູ່​ຂາ​ສົນ​ທະ​ນາ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຄົບ​ຮອບ 15 ປີ,​ແລະ​ປີ​​ໄມຕີ​ຈິດ​ຈີນ​ອາ​ຊຽນ, ​ໂອ​ກາດ​ນີ້​ຈະ​ຍົກ​ຊື່​ສຽງ​ອິດ​ທິ​ພົນ​ຂອງ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ໃຫ້​ສູງ​ຂຶ້ນ​ຢ່າງ​ຫລວງ​ຫລາຍ,​ແລະ​ຈະ​ເກີດ​ມີ​ຜົນ​ສະ​ທ້ອນ​ມະ​ຫາ​ສານ​ຕໍ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ.ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ແມ່ນ​ງານ​ເອັກສ​ໂປ​ທີ່​ເປີດ​ປະ​ຕູ​ສູ່​ທົ່ວ​ໂລກ,ອິດ​ທິ​ພົນ​ຂອງ​ມັນ​ບໍ່​ຄວນ​ຖືກ​ຈຳ​ກັດ​ໃນ​ເຂດ​ກວາງ​ຊີ​ແລະ​ຈີນ​ທໍ່​ນັ້ນ,ຄວນ​​ເຜີຍ​ແຜ່​ໄປ​ສູ່​ທົ່ວ​ໂລກ​ອີກ​ດ້ວຍ.ສະນັ້ນ,​ເນື້ອ​ໃນ​ສຳ​ຄັນ​ອັນ​ຫນຶ່ງ​ຂອງ​ການ​ເຄື່ອນ​ໄຫວ​ທີ່​ພວກ​ຂ້າ​ພະ​ເຈົ້າ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ເທື່ອ​ນີ້​ກໍ່​ແມ່ນ​ຢາກ​ສວຍ​ໃຊ້​ທ່າ​ແຮງ​ຂອງ​ປັກ​ກິ່ງ​ເຜີຍ​ແຜ່​ງານ​ເອັກສ​ໂປ​ແລະ​ດຶງ​ດູດ​ນັກ​ທຸ​ລະ​ກິດ​ຍິ່ງ​ຫລາຍ​ມາ​ເຂົ້າ​ຮ່ວມ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ.

ຈຸດຫມາຍ​ເດີມ​ຂອງ​ການຈັດ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນ​ແມ່ນ​ຮັບ​ໃຊ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ.​ເຂດ​ການ​ຄ້າ​​ເສລີ​ຈີນ​ອາ​ຊຽນ ທີ່​ພວມ​ຂຸ້ນຂ້ຽວ​ກໍ່ສ້າງ​ຢູ່​ນັ້ນ​ແມ່ນ​ເຂດ​ການ​ຄ້າ​ເສລີ​ໃຫຍ່​ທີ​ສາມ​ໃນ​ໂລກ.ປີ 2002 ຫາ​ປີ 2004,ຍອດ​ມູນ​ຄ່າ​ກາ​ນາ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ເພີ່​ມຂຶ້ນດ້ວຍ​ຈັງຫວະ​ 38,9% ຕໍ່​ປີ,ປີ​ກາຍ​ນີ້, ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ບັນລຸ​ເຖິງ 130 ຕື້​ກວ່າ​ໂດ​ລາ​ສະຫະລັດ.ທ່ານ​ເຈິ້ງ​ຈູ​ນຈ້ຽນ​ເຫັນ​ວ່າ, ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ, ບໍ່​ວ່າຕໍ່​​ເສດຖະກິດ​ການ​ຄ້າ​ຂອງປະ​ເທດ​ອາ​ຊຽນຫລືຂອງ​ຈີນ,ລ້ວນ​ແຕ່​ເປັນ​ການ​ຊຸກ​ຍູ້​ອັນ​ມະຫາສານ​ແລະ​ລະອຽດ,​ແມ່ນ​ການ​ກະທຳ​ທີ່​ໄດ້ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ. ​​ສະ​ເພາະເມືອງ​ນານ​ນິງ ​ເທດສະບານ​ເຂດ​ກວາງຊີ​ທີ່​ເປັນສະຖານ​ທີ່​ຖາວອນຈັດ​ງານ​ເອັກສ​ໂປ​ຈີນ​ອາ​ຊຽນນັ້ນກໍ່​ຈະ​ຊົມ​ໃຊ້​ຫມາກຜົນ​ແຫ່ງ​ການ​ພັດທະນາ​ພ້ອມ​ກັນ.ທ່ານ​ເວົ້າວ່າ:

ງານ​ເອັກສ​ໂປ​ຈີນ​ອາ​ຊຽນຈັດ​ຂຶ້ນ​ຢູ່​ເຂດ​ກວາງຊີ, ​ໄດ້​ຊຸກ​ຍູ້​ໃຫ້​ເຂດ​ກວາງຊີ​ແລກປ່ຽນ​ກັບ​ບັນດາ​ປະ​ເທດ, ດຽວ​ນີ້ ​ເມືອງ​ນານ​ນິງ​ເທດສະບານ​ເຂດ​ກວາງຊີ​​ໄດ້​ສ້າງ​ເຂດເສດຖະກິດຈີນ​ອາ​ຊຽນ​ແລະເຂດ​ການ​ຄ້າ​ຈີນ​ອາ​ຊຽນ,ຫລາຍ​ປະ​ເທດ​ໃນ​ອາ​ຊຽນ​ໄດ້​ຕັ້ງສະຖານ​ກົງ​ສູນ​ຫລືສຳນັກງານ​ຢູ່​ເມືອງ​ນານ​ນິງ,ນີ້​ໄດ້​ອຳນວຍ​ຄວາມ​ສະດວກ​ຢ່າງ​ຫລວງຫລາຍ​ແກ່​ກວາງຊີ​ແລກ ປ່ຽນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,ອາດຄາດ​ຄະ​ເນໄດ້​ວ່າ, ຕໍ່​ໄປ​ພາຍ​ຫນ້າ, ຈະ​ມີ​ສະຖານກົງສູນ​ຫລາຍ​ກວ່າ​ນີ້​ຕັ້ງຂຶ້ນ​ຢູ່​ເມືອງ​ນານ​ນິງ,ພ້ອມ​ກັນນັ້ນ,ກໍ່​ຈະ​ມີ​ການ​​ແລກປ່ຽນ​ແລະ​ການເຄື່ອນ​ໄຫວ​ຍິ່ງ​ຫລາຍ​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງ.