![]( /mmsource/images/2004/04/21/laba.gif)
ມີແມ່ນ້ຳສາຍໜຶ່ງ, ຝັ່ງຊ້າຍແມ່ນຜາຊັນຈິດປິດ, ນ້ຳໄຫຼແຮງທີ່ສຸດ, ກະທົບໃສ່ໜ້າຜາຫີນຈົນຟົ້ງຂຶ້ນເປັນຝອດສີຂາວ, ສຽງດັງສະເທືອນຈົນເຈັ້ຍຫູຊິແຕກ. ມີຜູ້ທ່ຽວສີ່ຄົນ——ຜູ້ໜຶ່ງຕາບອດ, ຜູ້ໜຶ່ງຫູໜວກ ແລະຄົນປົກກະຕິສອງຄົນ, ໄດ້ມາຮອດບ່ອນນີ້, ເຂົາເຈົ້າຢາກຂ້າມໄປຝັ່ງນັ້ນແຕ່ບບໍ່ມີເຮືອ, ມີແຕ່ຂົວໂສ້ເຫຼັກຂົວດຽວ, ສີ່ຄົນນີ້ຈຳເປັນຕ້ອງຈ່ອງໂສ້ເຫຼັກເທິງຂົວ, ຄ່ອຍໆໄຕ່ຂ້າມໄປ. ຄົນຕາບອດໄດ້ຂ້າມໄປຢ່າງປອດໄພ, ຄົນຫູໜວກກໍ່ຂ້າມໄປຢ່າງປອດໄພ, ມີຄົນປົກກະຕິຜູ້ໜຶ່ງກໍ່ຂ້າມໄປຢ່າງປອດໄພຄືກັນ, ແຕ່ວ່າ ຄົນປົກກະຕິອີກຜູ້ໜຶ່ງພັດຢ້ານ ຈົນສັ່ນເຊັນ, ບໍ່ກ້າຍ່າງຕໍ່ໄປ, ໃນທີ່ສຸດຈົນຕົກລົງນ້ຳ. ເປັນຫຍັງຄົນຕາບອດແລະຄົນຫູໜວກຍັງຂ້າມໄດ້, ແຕ່ຄົນດີໆພັດຂ້າມບໍ່ໄດ້? ພາຍຫຼັງມາ, ຄົນຕາບອດເວົ້າວ່າ:"ຂ້ອຍບໍ່ເຫັນຮຸ່ງ, ບໍ່ຮູ້ວ່າແມ່ນ້ຳເປັນແນວໃດ, ມີແຕ່ຈ່ອງສາຍໂສ້ເຫຼັກໄວ້ແໜ້ນໆ, ແລ້ວຍ່າງຜ່ານມາຄືຍາມທຳມະດາ" ຄົນຫູໜວກບອກວ່າ:"ຂ້ອຍບໍ່ໄດ້ຍິນສຽງນ້ຳໄຫຼ, ຈຶ່ງບໍ່ຢ້ານປານໃດ, ມີແຕ່ລະວັງບໍ່ເບິ່ງລົງທາງລຸ່ມ, ຈຶ່ງໄດ້ຍ່າງຂ້າມມາຢ່າງປອດໄພ." ຄົນປົກກະຕິຜູ້ຂ້າມຂົວມາຢ່າງປອດໄພບອກວ່າ:"ຂ້ອຍຍ່າງຂ້າມຂົວພໍຂ້ອຍເອງ, ຜາຈະຊັນ, ນ້ຳຈະໄຫຼແຮງປານໃດ, ຂ້ອຍບໍ່ເອົາຫົວຊານຳຫຍັງ, ມີແຕ່ລະວັງຈ່ອງໃຫ້ດີໆ, ຍ່າງໃຫ້ທຸ່ມທ່ຽງກໍໄດ້ແລ້ວ." ສ່ວນຄົນປົກກະຕິຜູ້ຕົກລົງນ້ຳນັ້ນ, ກໍ່ຍ້ອນວ່າເຂົາເອົາໃຈໃສ່ນຳຄວາມອັນຕະລາຍຫຼາຍໂພດ,ຢ້ານຫຼາຍຈົນບໍ່ສາມາດສຸມໃຈຍ່າງຂ້າມຂົວ. ພວກເຮົາໃຜກໍ່ເຄີຍມີບົດຮຽນແບບນີ້, ຄື ເລື່ອງງ່າຍໆໃນຍາມປົກກະຕິ, ຖ້າພົບໃນສະພາບສັບສົນອັນຕະລາຍ, ເລື່ອງງ່າຍໆແຕ່ເດີມບາງທີກໍຈະເຮັດໃຫ້ເຮົາຕື່ນຈົນບໍ່ຮູ້ຈະເຮັດແນວໃດ. ຄືກັບຄົນຜູ້ຍ່າງຂ້າມຂົວບໍ່ໄດ້ທີ່ເລົ່າສູ່ຟັງເມື່ອກີ້ນີ້, ທັງນີ້ກໍ່ແມ່ນຍ້ອນວ່າພວກເຮົາມົວແຕ່ຢ້ານສະພາບສັບສົນອັນຕະລາຍ, ໃນສະໝອງມີແຕ່ຄວາມອັນຕະລາຍ, ຄວາມລຳບາກ, ຈົນພວກເຮົາບໍ່ສາມາດສຸມຈິດສຸມໃຈເຮັດວຽກທີ່ພວກເຮົາເຄີຍເຮັດມາແຕ່ເດີມແລ້ວ. ຖ້າພວກເຮົາສາມາດຈົດຈໍ່ນຳເປົ້າໝາຍທີ່ພວກເຮົາຈະຕ້ອງເຮັດສຳເລັດ, ກຳຈັດປັດເປົ່າການລົບກວນທຸກຢ່າງຢູ່ອ້ອມຂ້າງແລ້ວ, ກໍຈະຮູ້ສຶກວ່າ, ສິ່ງກີດຂວາງຄວາມອັນຕະລາຍຕ່າງໆ, ທີ່ຈິງແລ້ວ, ກໍບໍ່ເປັນຕາພໍຢ້ານປານໃດ, ແມ່ນເຮົາເອງຄຶດວ່າມັນເປັນຕາຢ້ານເອົາແທ້ເອົາວ່າ. ມີຄວາມເວົ້າຄວາມໜຶ່ງວ່າ: ຄວາມຂີ້ຢ້ານຍັງເປັນໜ້າຢ້ານກວ່າຄວາມອັນຕະລາຍອີກຊ້ຳ, ເຮົາບໍ່ແມ່ນຖືກເງື່ອນໄຂອັນຫຍຸ້ງຍາກທາງສະພາບແວດລ້ອມຜາບແພ້, ແຕ່ຫາກແມ່ນຖືກເຮົາເອງຜາບແພ້. ບໍ່ວ່າເຮັດພາລະກິດໃດໆ, ພໍເລີ່ມຕົ້ນ, ສ່ວນຫຼາຍແມ່ນຕ້ອງສ່ຽງ, ຕ້ອງປະເຊີນກັບປັດໄຈທີ່ບໍ່ເອື້ອອຳນວຍແລະສິ່ງກີດຂວາງ, ໃນເວລານີ້, ບາງຄົນມັກໃຊ້ເວລາຫຼວງຫຼາຍໄປຄຶດນຳຄວາມຫຍຸ້ງຍາກເຫຼົ່ານີ້, ຢ້ານແຕ່ສິ່ງກີດຂວາງເຫຼົ່ານີ້ຈະເຮັດໃຫ້ຕົນເອງເສຍຫຍັງໄປ, ຢ້ານແຕ່ວ່າຖ້າບໍ່ສຳເລັດຜົນກໍຈະມີຜົນຮ້າຍຫຍັງເກີດຂຶ້ນ, ແຮ່ງຄຶດກໍແຮ່ງຢ້ານ, ຍັງບໍ່ທັນໄປຮອດໃສເທື່ອກໍຂໍຍອມ, ແລະເຊົາເຮັດເລີຍ. ແຕ່ຍັງມີຄົນສ່ວນໜຶ່ງ, ເຂົາກໍເຫັນຄວາມສ່ຽງແລະອຸປະສັກຢູ່ຕໍ່ໜ້າຢູ່, ແຕ່ສິ່ງທີ່ເຂົາເບິ່ງເຫັນຫຼາຍກວ່ານັ້ນພັດແມ່ນເປົ້າໝາຍທີ່ເຂົາສະແຫວງຫາຈົນສຸດແຮງ, ດ້ວຍຄວາມເຊື່ອໝັ້ນຕໍ່ຜົນສຳເລັດ, ບໍ່ໄປຄຶດຫຍັງຫຼາຍວ່າຖ້າເສຍໄຊແລ້ວຈະເປັນແນວໃດ, ທຳຄວາມພະຍາຍາມຢ່າງແທ້ຈິງ ສຸມຈິດສຸມໃຈເຮັດ, ແມ່ນແທ້ເຮັດຈັ່ງຊີ້ກໍບໍ່ແມ່ນວ່າຈະສຳເລັດຜົນແນ່ນອນ, ແຕ່ຖ້າວ່າບໍ່ມີຈິດໃຈແບບນີ້ແນ່ນອນບໍ່ຫ່ອນຈະສຳເລັດຜົນເດັດຂາດ. ທ່ານຜູ້ຟັງທີ່ເຄົາລົບ, ບໍ່ວ່າທ່ານເຮັດວຽກຫຍັງ, ມີເປົ້າໝາຍແນວໃດ, ຖ້າທ່ານມີຄວາມໝັ້ນໃຈເຕັມປ່ຽນ, ມີໃຈທຸ່ນທ່ຽງແລະຄວາມຫ້າວຫັນບົນເສັ້ນທາງກ້າວໄປໜ້າແລ້ວ, ເຊື່ອວ່າ ເປົ້າໝາຍຂອງທ່ານກໍຈະໃກ້ເຂົ້າມາຊັກໄຊ! ລາຍການຄາລົມຄົມຄາຍພາກນີ້ຂໍສ້ຽງສຸດລົງພຽງທໍ່ນີ້, ຂອບໃຈທີ່ຮັບຟັງ, ສະບາຍດີ!
|