ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 08:35:29    
ຂົວ​ອາ​ກາດ​060703(ສຽງ)

cri

ມື້​ນີ້,ພວກ​ເຮົາໄດ້​ຮັບ​ໃບ​ຕອບ​ຄຳ​ຖາມ​ເສັງ​ຄວາມ​ຮູ້​"ຂ້ອຍ​ກັບCRI"ທີ່ທ.ພອນ​ປະດິດ.​ເພັດ​ສີທີ່ຢູ່​ເມືອງ​ຫົງ​ສາ​ ​ແຂວງ​ໄຊ​ຍະ​ບູລີຝາກ​ໃຫ້​ພວກ​ເຮົາ.ສຳລັບ​ບັນດາເພື່ອນ​ ​ຜູ້​ຟັງທີ່​ສະໜັບ​ສະ​ໜູນ​ລາຍ​ການ​ຂອງ​ພວກ​ເຮົາ​ນັ້ນ,ພວກ​ເຮົາ​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ອີກ​ເທື່ອ​ໜຶ່ງ.​ໃນ​ຈົດ​ໝາຍ,ທ.ພອນ​ປະດິດ.​ເພັດ​ສີ​​ໄດ້ຂຽນ​ວ່າ,ນ້ອງ​ມີ​ຄວາມ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ໄດ້​ຮັບ​ຟັງ​ວິທະຍຸ CRI,ມັນ​ໄດ້​ສ້າງ​ໃຫ້​ນ້ອງມີ​ຄວາມ​ຮູ້​ທາງ​ດ້ານ​ການ​ທ່ອງທ່ຽວ​ແລະ​ສິ່ງ​ໜ້າ​ຮູ້​ຕ່າງໆ.ຂໍ​ອວຍພອນ​ແດ່​ໂຄສົກ​ທຸກໆ​ທ່ານ​ຈົ່ງ​ມີ​ແຕ່​ຄວາມສຸກ​ສະບາຍ​ຢູ່​ຄູ່​ກັບ CRI ຕະຫຼອດ​ກາລະ​ນານ​ດ້ວຍ.ຖ້າ​ນ້ອງ​ມີ​ໂອກາດ​ຄົງ​ຈະ​ໄດ້​ມາ​ທ່ຽວ CRI.

ພວກ​​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ລາຍການ​ຂອງ​ພວກ​​ເຮົາ​​ໄດ້​ຊ່ອຍ​​ໃຫ້ນ້ອງພອນ​ປະດິດມີ​ຄວາມ​ຮູ້​ຫຼາຍ​ຂຶ້ນ,ຄິດ​ວ່າ​ນ້ອງ​ຄົງ​ຕິດຕາມຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​​ຕະຫຼອດ​ໄປແລະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທີ່​ພວກ​ເຮົາ​ຈັດ​ຂຶ້ນ,​ຂໍ​ໃຫ້​ນ້ອງ​ຈົ່ງ​ໂຊກ​ດີ​ມີ​ໂອກ​າດ​ຮັບ​ລາງວັນ​ຕາມ​ຄວາມ​ປະຖະ​ຖະໜາ​ຂອງ​ຕົນ.

ນອກ​ນີ້,ມື້​ນີ້,ພວກ​ເຮົາຍັງ​ໄດ້​ຮັບE-mail​ຂອງ​ທ່ານ​ລາ​ສະ​ຫວັດ.ກິ​ໂຕ,ທ່ານ​ບອກ​ວ່າ,ທ່ານ​ມັກ​ຟັງ​ເພງ​ຈີນ​ຫຼາຍ,​ໂດຍ​ສະ​ເພາະ​ແມ່ນ​ເພງ​ທີ່​ຂັບ​ຮ້ອງ​ໂດຍທ່ານ​ວາງ​ລີ້​ຮົງ ດາລາ​ເພງ​ໄຕ້​ຫວັນ.​ໃນ​ຕອນ​ມ້ວນ​ທ້າຍ​ລາຍການ​ມື້​ນີ້,ພວກ​ເຮົາກໍ່​​ໄດ້ຈັດ​​ເພງ​ມ່ວນໆ​ເພງ​ໜຶ່ງ​ຂອງ​ທ່ານ​ວາງ​ລີ້​ຮົງສູ່​ທ່ານ​ຟັງ,​ເພງນີ້​ຊື່ວ່າ"​​ເວີຍ​ອີ່",​ແປ​ວ່າ"ໜຶ່ງ​ດຽວ​".