ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 16:22:22    
ສື່​ມວນ​ຊົນ​ອິສຣາ​ແອນ​ກ່າວ​ວ່າ ອິສ​ຣາ​ແອນ​ຈະ​ໃຊ້​ຄົນ​ໂທດ​ປາ​ເລັສ​ຕິນ​ຈຳ​ນວນ​ໜຶ່ງ​​ແລກ​ປ່ຽນ​ທະ​ຫານ​ອິນ​ຣາ​ແອນ​ທີ່​ຖືກ​ລັກ​ພາ​ຕົວ​

cri Author: lm

ຕາມ​ຂ່າວ CRI: ໜັງສືພິມ​ຮາ​ອາ​ເລັສອິສຣາ​ແອນ​ສະບັບ​ວັນ​ທີ 3 ກໍລະກົດ​ລາຍ​ງານ​ວ່າ, ຫວ່າງ​ມໍ່ໆ​ນີ້ ກະຊວງ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໄດ້​ຮ່າງ​ສັນຍາ​ສະບັບ​ໜຶ່ງ, ຈະ​ປ່ອຍ​ຊາວ​ປາ​ເລັສ​ຕິນ​ຈຳ​ນວນ​ໜຶ່ງທີ່​ຖືກ​ຂັງ​ຢູ່​ໃນ​ຄຸກ​ອິສຣາ​ແອນ, ​ເພື່ອ​ແລກ​ປ່ຽນ​ກັບ​ທະ​ຫານ​ອິສ​ຣາ​ແອນ​ທີ່​ຖືກ​ຜູ່​ປະ​ກອບ​ອາວຸດ​ປາ​ເລັສຕິນລັກ​ພາ​ຕົວນັ້ນຄືນ. ​ແຕ່​ສັນ​ຍາ​ດັ່ງ​ກ່າວ​ຍັງ​ຕ້ອງ​ນຳ​ສະ​ເໜີ​ໃຫ້​ຄະ​ນະ​ລັດ​ຖະບານ​ອິສຣາ​ແອນປຶກສາ​ຫາລື​ກ່ອນ.

​ຂ່າວ​ແຈ້ງວ່າ, ຕາມ​ສັນຍາ​ສະບັບ​ນີ້, ກອງທະຫານ​ອິສຣາ​ແອນ​ຈະ​ປ່ອຍ​ຊາວ​ປາ​ເລັສ​ຕິນ​ທີ່​ບໍ່​ໄດ້​ເຂົ້າຮ່ວມ​ການວາງ​ແຜນຫຼືດຳ​ເນີນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ​ເຊັ່ນ ລັດ​ຖະ​ມົນ​ຕີ​ຂອງ​ລັດຖະບານ​ຮາ​ມາສແລະ​ສະມາຊິກ​ນິຕິບັນຍັດ​ທີ່​ຖືກ​ຈັບ​ຕົວ​ໃນ​ຫວ່າງ​ມໍ່ໆ​ນີ້​ເປັນ​ຕົ້ນ, ​ແຕ່​ຈະ​ສືບ​ຕໍ່​ຂັງ​ຊາວ​ປາ​ເລັສຕິນທີ່​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ໂດຍ​ກົງ​. ນອກ​ນີ້, ກອງ​ທະ​ຫານ​ອິສ​ຣາ​ແອນ​ຈະ​ເຊົາ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ເຂດ​ກາຊາ, ​ແຕ່​ຜູ່​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ຕ້ອງ​ຢຸດຕິ​ການຫຼອນ​ໂຈມ​ຕີ​ແລະ​ລັກ​ພາ​ຕົວ​ທະ​ຫານ​ອິສ​ຣາ​ແອນ​ແລະ​ຊາວ​ອິສ​ຣາ​ແອນ.