ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 17:33:34    
ການ​ຮ່ວມ​ມື​ລະຫວ່າງ​ລາວ​ກັບ​ຈີນ​ຢ່ວງ​ບາດ​ກ້າວ​ໃໝ່--ສຳ​ພາດ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ປະ​ທານ​ປະ​ເທດ​​ແຫ່ງ​ ສປປ ລາວ

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ວັນ​ທີ 2 ກໍລະກົດ, ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ​​ແຫ່ງ ສປປ ລາວ​ໄດ້​ສຳ​ເລັດ​ການ​ຢ້ຽມຢາມ​ຈີນ​ທາງ​ລັດ​ຖະກິດ​​ເປັນ​ເວລາ 7 ມື້. ກ່ອນ​ຈະ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ, ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ໄດ້​ໃຫ້​ສຳພາດ​ທາງ​ລາຍ​ລັກ​ອັກສອນ​ຂອງ​ນັກ​ຂ່າວ​ຈີນ. ຕໍ່​ໄປ​ເຊີນ​ຟັງ​ບົດ​ສຳພາດ​ອັນ​ລະອຽດ.

ທ່ານ​ຈູມ​ມະລີ ​ໄຊ​ຍະ​ສອນ​ແມ່ນ​ມາ​ຢ້ຽມຢາມ​ຈີນ​ໂດຍ​ຕອບ​ສະໜອງຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນ​ທາວ ​ເລ​ຂາ​ທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​​ແຫ່ງ ສປ ຈີນ. ​ໃນ​ເວ​ລາ​ພົບ​ປະ​ໂອ້​ລົມ​ກັບ​ຜູ່​ນຳ​ຈີນ ​ເຊັ່ນ ທ່ານ​ຫູ​ຈິນທາວ ທ່ານ​ອູ​ປ່າງ​ໂກ ທ່ານ​ເວິນ​ເຈ່ຍ​ປາວ​ແລະ​ທ່ານ​ເຈິ່ງ​ຊິ້ງຫົງນັ້ນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ ບັນຫາ​ພາກ​ພື້ນ​ແລະ​​ສາກົນທີ່​ສົນ​ໃຈ​ນຳ​ກັນ, ​ໄດ້​ກ້າວ​ເຖິງ​ຂັ້ນມີ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ໃນ​ການ​ລົງ​ເລິກ​ແລະ​ຂະຫຍາຍ​ການ​ພົວພັນ​ໄມຕີ​ຈິດ​ແລະ​ຮ່ວມ​ມື​ລະຫວ່າງ​ສອງ​ພັກ​ລັດ​ຈີນ​ລາວ​ຕື່ມ​ອີກ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ: "ສອງປະ​ເທດ​ລາວ​ຈີນ​ມີ​ມູນ​ເຊື້ອ​ສາ​ມັກ​ຄີ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ມາ​ແຕ່​ດົນ​ນານ, ມີ​ອຸດົມ​ການ​ອັນ​ດຽວ​ກັນ. ຂ້າພະ​ເຈົ້າ​ເຊື່ອ​ແນ່​ວ່າ ການ​ພົວ​ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຈະ​ສືບ​ຕໍ່​ຂະຫຍາຍຕົວ​ຢ່າງ​ແຂງ​ແຮງ​ດ້ວຍ​ບາດ​ກ້າວ​ໃໝ່ ​ແລະ​ເກີດ​ດອກ​ອອກ​ຜົນ​ນັບ​ມື້​ນັບຫຼາຍ, ທັງ​ມີ​ຄວາມ​ໜັກ​ແໜ້ນ​ແລະ​ໃຫຍ່​ຫຼວງ​ກວ່າ​ເກົ່າ."

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ: "ການ​ພົວພັນ​ມິດຕະພາບ​ອັນ​ດູດ​ດື່ມ​ແລະ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ພັກ ສອງ​ລັດ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ຈີນ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ມີຄວາມ​ໜັກ​ແໜ້ນ ​ເລິກ​ເຊິ່ງ ​ເກີດ​ດອກ​ອອກ​ຜົນ​ນັບ​ມື້​ນັບ​ຫຼາຍ, ​ເຊິ່ງ​ໄດ້​ຕອບ​ສະ​ໜອງ​ກັບ​ຜົນ​ປະ​ໂຫຍ​ດ ກໍ່​ຄື​ຄວາມ​ມຸ່ງ​ຫວັງ​ຂອງ​ສອງ​ພັກ ສອງ​ລັດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ​ລາວ​ຈີນ​ພວກ​ເຮົາ. ປະຊາຊົນ​ສອງ​ຊາດ​ລາວ​ຈີນ​ຍາມ​ໃດ​ກໍ​ມີ​ຄວາມ​ປາດ​ຖະ​ໜາ​ຢ່າງ​ແຮງ​ກ້າ ທີ່​ຈະ​ເສີມ​ສ້າງ​ການ​ພົວພັນ​ຮ່ວມ​ມື​ຖານ​ອ້າຍ​ນ້ອງ​ທີ່​ໃກ້ຊິດ​ສະໜິດ​ແໜ້ນ​ໃຫ້​ຈະ​ເລີນ​ງອກ​ງາມ​ຍິ່ງໆ​ຂຶ້ນ ​ແລະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດ ຕົວ​ຈິງມາ​ໃຫ້​ປະຊາຊົນ​ສອງ​ຊາດ​ລາວ​ຈີນ."

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ກ່າວ​ວ່າ: "​ໃນ​ໂອກາດ​ທີ່​ໄດ້​ຮັບ​ໜ້າ​ທີ່​ໃໝ່ ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດ​ແຫ່ງ ສປປ ລາວ ​ແລະ​ໃນ​ໂອ​ກາດ​ຢ້ຽມຢາມ​ສັນຖະວະ​ໄມຕີ​ຢ່າງ​ເປັນ​ທາງ​ການ ສປ ຈີນ ​ເປັນຄັ້ງທຳ​ອິດ​ໃນ​ເທື່ອ​ນີ້, ຕາງ​ໜ້າ​ໃຫ້​ຄະ​ນະ​ຜູ່​ແທນ ກໍ​ຄື​ປະຊາຊົນ​ລາວ​ບັນດາ​ເຜົ່າ ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ມາ​ຍັງ​ພັກ ລັດ ​ແລະ​ປະຊາຊົນ​ຈີນ​ຜູ່​ຍິ່ງ​ໃຫຍ່​ທີ່​ຍາມ​ໃດ​ກໍ່​ໃຫ້ການ​ຮ່ວມ​ມື ສະ​ໜັບ​ສະ​ໜູນ​ຊ່ອຍ​ເຫຼືອ​ການ​ປະຕິວັດ​ລາວ ກໍ່​ຄື​ການ​ປົກ​ປັກ​ຮັກສາ​ແລະ​ການ​ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ​ຂອງ​ພວກ​ຂ້າ​ພະ​ເຈົ້າມາ​ໂດຍຕະຫຼອດ."

​ໃນ​​ເວລາ​ທ່ານ​ຈູມ​ມະ​ລີ​ ​ໄຊ​ຍະ​ສອນຢ້ຽມຢາມ​ຢູ່​ຈີນ, ຈີນ​ລາວ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​, ກ່າວ​ວ່າ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ ປ້ອງ​ກັນ​ຄວາມ​ສະຫງົບ ຍຸດຕິ​ທຳ ວັດທະນະ​ທຳ ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ​ແລະ​ກິລາ​ເປັນຕົ້ນ, ພ້ອມ​ກັນ​ອອກ​ແຮງ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ​ລັດ​ຈີນ​ລາວ​ໃຫ້​ຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ ບົນ​ພື້ນຖານຫຼັກ​ຫ້າ​ປະ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນ​ຕິ ​ແລະ​ອີງ​ຕາມ​ທິດ​ທາງ "ມີ​ຄວາມໝັ້ນຄົງ​ຖາວອນ ມີ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ ຮ່ວມ​ມື​ຢ່າງ​ຮອບ​ດ້ານ", ຈີນ​ລາວ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ ​ເປັນ​ເພື່ອນ​ມິດ​ທີ່​ດີ ​ເປັນ​ສະຫາຍ​ທີ່​ດີ​ແລະ​ເປັນ​ຄູ່​ຂາ​ທີ່​ດີຖາວອນ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ບອກ​ນັກ​ຂ່າວ​ຈີນ​ວ່າ, ທ່ານ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ແລະ​ເປັນ​ກຽດ​ຢ່າງ​ສູງ​ທີ່​ໄດ້​ນຳພາ​ຄະນະ​ຜູ່​ແທນ​ຂັ້ນສູງ​ພັກ​ແລະ​ລັດ​ແຫ່ງ​ ສປປ ລາວ​ມາ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ​ຢ່າງ​ເປັນ​ທາງ​ການ ສປ ຈີນ ​ໃນ​ບັນຍາກາດ​ທີ່​ການ​ສ້າງສາ​ສັງຄົມ​ນິຍົມ​ຕາມ​ສີ​ສັນ​ຂອງ​ຈີນ​ມີ​ຜົນສຳ​ເລັດ​ໃຫຍ່ຫຼວງ​ແລະ​ໜັກ​ແໜ້ນ ທົ່ວ​ພັກ​ແລະ​ທົ່ວ​ປວງ​ຊົນ​ຈີນ​ພວມ​ກະ​ກຽມ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງຕັ້ງພັກ​ກອມ​ມູນິດ​ຈີນ​ຄົບຮອບ 85 ປີ​ຢ່າງ​ຕັ້ງໜ້າ​ຟົດ​ຟື້ນ ​ແລະ​ກໍ່​ຢູ່​ໃນ​ເງື່ອນ​ໄຂ​ທີ່​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ​ຖານ​ເພື່ອນ​ສະຫາຍ​ທີ່​ໃກ້ຊິດ​ລາວ​ຈີນ ພວມ​ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ແລະ​ເກີດ​ດອກ​ອອກ​ຜົນ​ຂຶ້ນຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ​ໄດ້​ສະ​ແດງ​ຄວາ​ມອວຍພອນ​ອັນ​ປະ​ເສີດ​ຕໍ່​ປະ​ຊາ​ຊົນ​ຈີນ​ແລະ​ການ​ພົວພັນລະຫວ່າງ​ລາວ​ຈີນ. ທ່ານ​ກ່າວ​ວ່າ: "ຂໍ​ອວຍພອນ​ໃຫ້​ປະຊາຊົນ​ຈີນ​ຈົ່ງ​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່ຫຼວງໜັກ​ແໜ້ນ​ຍິ່ງໆ​ຂຶ້ນ ​ໃນ​ພາລະກິດ​ສ້າງສາ​ສັງຄົມ​ນິຍົມ​ຕາມ​ສີ​ສັນ​ຂອງ​ຈີນ ​ແລະ​ອວຍພອນ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ອັນ​ໃກ້ຊິດ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ສອງ​ພັກ ສອງ​ລັດ ​ແລະ​ປະຊາຊົນ​ສອງ​ຊາດ​ລາວ​ແລະ​ຈີນ​ໃຫ້​ນັບ​ມື້​ນັບ​ໝັ້ນ​ຄົງ​ທະ​ນົງ​ແກ່ນ​ຕະ​ຫຼອດ​ໄປ.

ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ທີ່​ຟັງ​ມານັ້ນ​ແມ່ນ​ບົດ​ສຳພາດ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ລາ​ວກັບ​ຈີນ​ຢ່ວງ​ບາດກ້າວ​ໃໝ່--ສຳພາດ​ທ່ານ​ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍລິຫານ​ງານ​ສູນ​ກາງ​ພັກ ປະທານ​ປະ​ເທດ​ລາວ.