ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 20:44:48    
ມູນ​ນິ​ທິ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ບໍ​ລິ​ຈາກ​ເງິນ​ຊ່ອຍ​ຈີນ​ປ່ຽນ​ຖ່າຍ​ສິ່ງ​ເຊື່ອມ​ພິດ​ທີ່​ມີ​ອິນ​ຊີ​ທີ່​ພາ​ໃຫ້​ເປັນ​ມະ​ເຮັງ​ໄດ້

cri Author: shuo
ຕາມ​ຂ່າວສານ​ຊິນຮວາ:ວັນ​ທີ3​ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,ສຳນັກງານຕົວແທນ​ຢູ່​ຈີນ​ຂອງ​ທະ​ນາ​ຄານ​ໂລກ​ກ່າວ​ວ່າ,ມູນ​ນິທິ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ຈະ​ບໍ​ລິ​ຈາກ​ເງິນ​32​ລ້ານ​7​ແສນ​ໂດ​ລາ​ໃຫ້​ແກ່​ຈີນ,​ຊ່ອຍ​ຈີນ​ປ່ຽນ​ຖ່າຍ​ສິ່ງ​ເຊື່ອມ​ພິດ​ທີ່​ມີ​ອີນ​ຊີ​ແບບ​ຖາ​ວອນ​ຈຳ​ນວນ​ໜຶ່ງ​ທີ່​​ພາ​ໃຫ້​ເກີດ​ມະ​ເຮັງ​ໄດ້.

PCBທີ່​ໃຊ້​ທົ່ວ​ໄປ​ໃນ​ອຸປະ​ກອນ​ເຄື່ອງ​​ໄຟຟ້າພ້ອມ​ດ້ວຍhlordane​ແລະmirexທີ່​ໃຊ້​ມາ​​ກັນປວກ ລ້ວນ​ແຕ່​ເປັນ​ສິ່ງ​ເຊື່ອມ​ພິດທີ່​ມີອີນຊີ​ແບບ​ຖາວອນ,ອາດ​ຈະ​ທຳ​ລາຍ​ປະສາດ​ຫຼືພາ​ໃຫ້​ເປັນມະ​ເຮັງ​ເປັນຕົ້ນ.ສິ່ງ​ເຊື່ອມ​ພິດ​ທີ່​ມີອີນຊີ​ແບບ​ຖາວອນຈະ​ຄົງ​ຕົວ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ຫຼາຍປີ.

ນອກຈາກ​ເງິນ​ທີ່​ມູນ​ນິທິ​ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ​ບໍລິຈາກ​ນັ້ນ​ແລ້ວ,​ເຈົ້າໜ້າ​ທີ່​ອະນຸລັກ​ສິ່ງ​ແວດ​ລ້ອມ​ຂອງ​ຈີນ​ກ່າວ​ວ່າ,ຄາດ​ວ່າ​ໃນ10​ປີ​ຂ້າງ​ໜ້າ,ຢ່າງ​ໜ້ອຍຈີນ​ຍັງ​ຕ້ອງ​​ໃຊ້​ເງິນ34ຕື້​ຢວນ​ເພື່ອ​ປະຕິບັດ​ແຜນການ​ທີ່​ກ່ຽວຂ້ອງ.