ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-03 20:54:45    
ອົງ​ການ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິ​ນ​ປະ​ກາດ​ຄຳ​ຂາດ​ສຸດ​ທ້າຍ​ຮຽກ​ຮ້ອງ​ໃຫ້​ອິສ​ຣາ​ແອນ​ປ່ອຍ​ຕົວ​ຊາວ​ປາ​ເລັສ​ຕິນ​ທີ່​ຖືກ​ກັກ​ຂັງ

cri
ຕາມ​ຂ່າວCRI,ວັນ​ທີ3​ກໍລະກົດ,3ອົງການ​ປະກອບ​ອາວຸດປາ​ເລັສຕິນທີ່​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ​ໄດ້​ປະກາດ​ຄຳ​ຂາດ​ສຸດ​ທ້າຍ​ຕໍ່​ອິສາຣ​ແອນ,ຮຽກຮ້ອງ​ໃຫ້​ຝ່າຍ​ອິສຣາ​ແອນ​ໃຫ້​ຄຳ​ຕອບ​ຕໍ່​ເງື່ອນ​ໄຂ​ແລກປ່ຽນ​ຕົວ​ປະກັນທີ່​ຝ່າຍ​ປາ​ເລັສຕິ​ນວາງ​ອອກ​ມາ​ນັ້ນ​ກ່ອນ6​​ໂມງ​ເຊົ້າ​ວັນ​ທີ​4​ກໍ​ລະ​ກົດ,​ປ່ອຍ​ຕົວ​ຊາວ​ປາ​ເລັສຕິນ1000​ຄົນ​ທີ່​ເຂົາ​ກັກ​ຂັງ,ຖ້າ​ບໍ່​ດັ່ງ​ນັ້ນ​ອົງ​ການ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ຈະ​ໃຊ້​ການ​ເຄື່ອນ​ໄຫວ​ແຕ່​ຝ່າຍ​ດຽວ.

ວັນ​ທີ2​ກໍລະກົດ,ທ່ານ​ໂອນ​ເມີດ ນາຍົກລັດຖະມົນຕີອິສຣາ​ແອນ​ກ່າວ​ວ່າ,ອິສຣາ​ແອນ​ບໍ່​ຫ່ອນ​ຊິ​ປະ​ນິ​ປະ​ນອມ​ຕໍ່​ຜູ່​ປະ​ກອບ​ອາວຸດ​ຂອງ​ປາ​ເລັສຕິນ,​ແລະ​ຈະ​ໃຊ້​ທຸກ​ພາ​ຫະ​ນະ​ກອບ​ກູ້​ທະ​ຫານ​ອິສ​ຣາ​ແອນ​ທີ່​ຖືກ​ລັກ​ພາ​ຕົວ.ມື້​ດຽວ​ກັນ,ທ່ານ​ເປ​ເລັສ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິສ​ຣາ​ແອນ​ກ່າວ​ວ່າ,ລັດຖະບານ​ອິສຣາ​ແອນ​ຈະ​ກ່າວ​ຟ້ອງ​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ປາ​ເລັສ​ຕິນ​ເຊັ່ນ​ລັດ​ຖະ​ມົນ​ຕີ​ຂອງ​ລັດ​ຖະ​ບານ​ປາ​ເລັສ​ຕິນ​ປົກ​ຄອງ​ຕົນ​ເອງ​ເປັນ​ຕົ້ນ​ທີ່​ຖືກ​ທະ​ຫານ​ອິສ​ຣ​າ​ແອນ​ຈັບ​ຕົວ,​ເພາະ​ວ່າ​ພວກ​ເຂົາ​ເຈົ້າ​ຖືກ​ສົງ​ໄສ​ເຂົ້າ​ຮ່ວມ​ແລະ​ສະ​ໜັບ​ສະ​ໜູນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.