ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 08:32:26    
ທະເລຕາຍປານເທບນິຍາຍ

cri
ການເວົ້າວ່າທະເລຕາຍນັ້ນກໍແມ່ນຍ້ອນວ່າຢູ່ເຂດນ້ຳດ່ັງກ່າວບ່ໍມີຊີວະຊາດຫຍັງເຄ່ືອນ
ໄຫວ, ຈົນຮອດຢູ່ອ້ອມແອ້ມທະເລ ກໍບ່ໍມີຫຍ້າຈັກກົກເກີດຂຶ້ນເລີຍ,ແຕ່ຄົນຢູ່ໃນນ້ຳກໍບ່ໍ
ຈົມນ້ຳຕາຍ,ຖ້າທ່ານໄປອາບ,ທ່ານກໍສາມາດຫິ້ຼນນ້ຳຕາມສະບາຍ,ໂດຍບ່ໍຕ້ອງເປັນຫ່ວງ
ນຳຊີວິດ.

ທະເລຕາຍ ຢູ່ໄກຈາກນະຄອນອຳມານໄປທິດຕາເວັນຕົກສ່ຽງໃຕ້ 45 ກິໂລແມັດ,ຂ່ີລົດ
ແລ່ນລຽບໄປຕາມທາງພູດອຍທີ່ຄົດລ້ຽວກ້ຽວກອດ, ແລ້ວຄ່ອຍໆຈາກບ່ອນສູງລົງໄປ
ຫາບ່ອນຕ່ຳ. ຢູ່ກາງທາງມີຫັຼກຫີນຫັຼກນ່ືງ ຕັ້ງຢູ່ປະຈັກຕາຄົນໝາຍໃຫ້ຮູ້ວ່າທ່ີນີ້ແມ່ນ
ເສັ້ນໜ້ານ້ຳທະເລ, ລົດແລ່ນລົງໄປອີກ ກໍແມ່ນທ່ົງຮ່ອມແມ່ນ້ຳຈໍແດນທ່ີອຸດົມຮ່ັງມີ, ຢູ່
ແຫ່ງນີ້ເຕັມໄປແຕ່ຕົ້ນໝາກກ້ຽງແລະສວນຜັກ, ດອກໄມ້ບານເຕັມປ່າເຕັມພູ, ໝາກໄມ້
ດົກເຕັມງ່າ, ທິວທັດທຳມະຊາດຈ່ັງແມ່ນສວຍສົດງົດງາມແທ້ໆ.ລົດແລ່ນບ່ໍຮອດຊ່ົວໂມງ
ນ່ືງກໍຮອດແຄມທະເລຕາຍ, ຄືຈາກບ່ອນສູງລົງໄປຮອດບ່ອນຕ່ຳ 1300 ແມັດຢ່າງບ່ໍຮູ້
ເມ່ືອ. ອຳມານສູງກວ່າໜ້ານ້ຳທະເລ 918 ແມັດ, ສ່ວນທະເລຕາຍແມ່ນຕ່ຳກ່ວາໜ້ານ້ຳ
ທະເລ 392 ແມັດ.

ທະເລຕາຍແມ່ນຢູ່ລະຫວ່າງຊອກດານີກັບອິດສະລະແອນ,ແຕ່ເໜືອຮອດໃຕ້ຍາວ 82
ກິໂລແມັດ, ທິດເໜືອເລ່ີມແຕ່ຊູເປມາລົງໄປຮອດຊາເຟຢຸູ່ທິດໃຕ້, ແຕ່ທິດຕາເວັນອອກ
ຮອດທິດຕາເວັນຕົກກວ້າງ 4,7-18 ກິໂລແມັດ, ມີເນື້ອທ່ີກ້ວາງ 1049 ກິໂລແມັດຕາ,
ສະເລ່ຍແລ້ວ ນ້ຳເລິກ 146 ແມັດ,ບ່ອນເລິກກ່ວາແມ່ນ 395 ແມັດ, ຢູ່ຝ່ັງຕາເວັນອອກ
ງ່ຽງໄປທິດໃຕ້ຂອງທະເລຕາຍ ມີດິນຕອນນ່ືງພົ້ນຂຶ້ນເປັນແຫຼມຂອງທະເລຕາຍ, ເຮັດ
ໃຫ້ທະເລຕາຍແບ່ງອອກເປັນພາກເໜືອກັບພາກໃຕ້, ພາກໃຕ້ມີເນື້ອທ່ີ 260 ກິໂລແມັດ
ຕາ, ສະເລ່ຍແລ້ວ ນ້ຳເລິກ 6 ແມັດ,ບ່ອນເລິກກວ່າເກີນ 8 ແມັດ,ເນື້ອທ່ີພາກເໜືອ
ກວ້າງ 780 ກວ່າກິໂລແມັດຕາ, ນ້ຳເລິກຢູ່ພາກກາງແມ່ນ 395 ແມັດ, ຢູ່ສອງຝ່ັງຂອງ
ທະເລຕາຍຢູ່ທິດຕາເວັນອອກແລະທິດຕາເວັນຕົກ ລ້ວນແຕ່ແມ່ນພູຫົວໂລ້ນທ່ີສູງຊັນ
ໝົດ, ຝ່ັງຕາເວັນອອກ ແມ່ນປະກອບດ້ວຍດິນຊາຍທ່ີກາຍເປັນຫີນທ່ີໃສງາມ, ສູງກ່ວາ
ໜ້ານ້ຳທະເລ 750 ແມັດ, ຝ່ັງຕາເວັນຕົກແມ່ນປະກອບດ້ວຍຫີນສີຂີ້ເຖ່ົາ,ສູງກວ່າໜ້າ
ນ້ຳທະເລ 570 ແມັດ, ທະເລຕາຍແມ່ນຢູ່ລະຫວ່າງກາງພູສອງໜ່ວຍ ແຕ່ທິດເໜືອລົງ
ໄປຫາທິດໃຕ້. ທ່ີຈິງແລ້ວ ທະເລຕາຍປານເທບນິຍາຍດ່ັງກ່າວ ທັງມີສະເໜ ທັງເຮັດ
ໃຫ້ຄົນອ່າວຄະນິງຫາ.

ຕັ້ງແຕ່ບູຮານນະການມານີ້, ທະເລຕາຍ ໄດ້ເຮັດໃຫ້ຄົນຖືເປັນບ່ອນເລິກລັບຕະຫຼອດ
ມາ, ເມ່ືອ 50 ປີກ່ອນ, ເມ່ືອເຂົາເຈົ້າໄດ້ຄົ້ນເຫັນປື້ມພະຄຳພີທ່ີຂຽນໃສ່ໜັງແກະ 800
ບົດຢູ່ໃນຖ້ຳແຄມທະເລຕາຍເມ່ືອ 2000 ປີກ່ອນ, ໃນນັ້ນ ຍັງມີ 10 ບົດແມ່ນປິດລັບ,
ພະຄຳພີທ່ີຂຽນໃສ່ໜັງແກະເຫົ່ຼານີ້ ແມ່ນນິກາຍນ່ືງຂອງສາສະໜາຢິວ ຂຽນເປັນໜັງສື
ເອບຼາຍແລະເປັນເຄ່ືອງໝາຍຈຳນວນນ່ືງ ເຊ່ິງເຄີຍສະເທືອນໂລກໃນຄາວນັ້ນ, ຫັຼງ
ຈາກຄົ້ນຄວ້າມາຫຼາຍປີແລ້ວ, ຜູ່ຊ່ຽວຊານແລະນັກປາດອາເມລິກາຈ່ິງແປໄດ້ກົດລັບ
ສອງຊະນິດ, ເນື້ອໃນຂອງມັນ ແມ່ນຄະຕິພື້ນຖານຂອງນິກາຍດ່ັງກ່າວ, ໄລຍະຮອບໝູນ
ຂອງດວງຈັນ ແລະ ສິນທ່ີກ່ຽວຂ້ອງກັບການຕ້ານເຊື້ອທ່ີພາໃຫ້ເປັນໂໝກ.

ຢູ່ຕາມແຄມທະເລຕາຍ ແມ່ນບ່ໍມີຕົ້ນໄມ້ຕົ້ນຫຍ້າແລະດອກໄມ້ຫຍັງໝົດ, ຢູ່ແຄມທະ
ເລແມ່ນບ່ໍມີຫາດຊາຍ, ມີແຕ່ຫີນແຮ່ກ້ອນນ້ອຍກ້ອນໃຫຍ່ທ່ໍນັ້ນ, ຢູ່ເທິງທ້ອງຟ້າກໍບ່ໍມີ
ນົກບິນ, ບ່ໍໄດ້ຍິນສຽງນົກສຽງໜູ. ຢູ່ໜ້າດິນກໍບ່ໍມີສັດປ່າ, ຢູ່ໃນນ້ຳ ທະເລກໍບ່ໍມີຫຍ້າແລະ
ຈຳພວກໄຄທະເລ ແລະຍ່ິງບ່ໍມີປາລອຍໄປມາຢູ່ໃນນ້ຳ. ຢູ່ໜ້ານ້ຳທະເລທ່ີກວ້າງສຸດ
ສາຍຕາ ບ່ໍມີເຮືອໃບຈັກລຳແລະບ່ໍເຫັນຮອດໃບໄມ້ແລະໃບຫຍ້າຈັກໃບເລີຍ, ຢູ່ບ່ອນ
ໃດກໍມິດຈ່ີລ່ີ. ຈ່ັງແມ່ນສົມຊ່ືເປັນທະເລຕາຍແທ້ໆ,ເຫັນແຕ່ຟອງທະເລກະທົບກັນຄ່ອຍໆ
ຢູ່ກ້ອງແສງແດດເຫື້ຼອມຍິບຍັບຈັບຕາທ່ໍນັ້ນ. ນ້ຳທະເລສີຄາມໃສຈົນຫຼຽວເຫັນຮອດຫີນ
ແລະດິນຊາຍຢູ່ພື້ນທະເລ, ເມກຂາວຢູ່ບົນຟ້າ ກໍພິມເປັນເງົາຢູ່ຕາມໜ້ານ້ຳ,ກາຍເປັນ
ພາບວີວແຫ່ງຄວາມສະຫງົບໂດຍປາສະຈາກລົມຟອງ. ນີ້ແມ່ນພາບທ່ີແຕກຕ່າງກັນກັບ
ທະເລທ່ີມີຫົວຟອງຟາດຟົ້ງກະທົບກັນເປັນລ່ັນປານໜ້າມືກັບຫັຼງມື.

ເຖິງແມ່ນວ່າ ຄົນທັງຫຼາຍຈະເອີ້ນທະເລດ່ັງກ່າວເປັນທະເລຕາຍກໍຕາມ, ແຕ່ໃນຕົວຈິງ,
ມັນແມ່ນໜອງທ່ີບ່ໍມີບ່ອນອອກໄປສູ່ທະເລ, ແຕ່ເດີມໃນພາສາເອບຼາຍ ແມ່ນເອີ້ນທະເລ
ດ່ັງກ່າວເປັນທະເລເກືອ, ທັງນີ້ ແມ່ນຍ້ອນຢູ່ໃນໜອງມີເກືອຫຼາຍໂພດແລະຢູ່ແຄມທະ
ເລກໍມີທາດເກືອຫຼາຍ,ຢູ່ຫືຼບນອກຂອງທະເລຕາຍມີເກືອ 23%, ຢູ່ກົ້ນທະເລມີ 33%,
ໝາຍຄວາມວ່າຫຼາຍກວ່ານ້ຳທະເລທ່ົວໄປແຕ່ 5-8 ເທ່ົາ,ເຖິງແມ່ນວ່າມີແມ່ນ້ຳຈໍແດນ
ໄຫຼເຂົ້າຢູ່ທິດເໜືອ,ແມ່ນ້ຳຄາຊັກໄຫຼເຂົ້າຢູ່ທິດຕາເວັນອອກ, ແລະຢູ່ຕາມແຄມໜອງ
ກໍຍັງມີນ້ຳບ່ໍໜ້ອຍໆໄຫຼເຂົ້າຢູ່ບ່ໍຢຸດບ່ໍເຊົາກໍຕາມ, ແຕ່ຍ້ອນວ່າຢູ່ແຫ່ງດ່ັງກ່າວ ອາກາດ
ຮ້ອນເອົ້າຫຼາຍ, ນ້ຳທະເລຕາຍຈ່ິງມີນ້ຳລະເຫີຍຫຼາຍກວ່າໝູ່ຢູ່ໃນໂລກ. ປະລິມານນ້ຳ
ໄຫຼເຂົ້າທະເລຕາຍ ທ່ີບ່ໍມີທາງອອກສູ່ທະເລດັ່ງກ່າວທ່ໍກັບປະລິມານນ້ຳທ່ີລະເຫີຍນັ້ນ,
ສ່ວນເກືອທ່ີແມ່ນ້ຳໄຫຼເຂົ້າມານັ້ນພັດຖືກຮັກສາໄວ້ຢູ່ໃນໜອງ,ເພາະສະນັ້ນ,ທະເລຕາຍ
ຈ່ຶງກາຍເປັນໜອງນ້ຳເຄັມທ່ີບ່ໍມີທາງອອກສູ່ທະເລເຊ່ິງມີປະລິມານເກືອຫຼາຍກວ່າໝູ່ຢູ່
ໃນໂລກຄືມີເກືອສະສົມໄວ້ປະມານ 11 ຕື້ໂຕນ,ສະໜອງໃຫ້ 46 ຕື້ຄົນກຸ້ມກິນໄດ້ສອງ
ພັນປີ. ຍ້ອນຢູ່ໃນໜອງນອກຈາກເກືອແລ້ວ ແມ່ນບ່ໍມີຊີວະຊາດແນວອ່ືນ, ເພ່ິນຈ່ຶງເອີ້ນ
ວ່າ"ທະເລຕາຍ".

ຊ່ື່ວ່າ"ທະເລຕາຍ", ແຕ່ພັດບ່ໍມີຄົນຈົມນ້ຳຕາຍຈັກຄົນ, ຢູ່ແຫ່ງນີ້ເຄີຍມີນິທານເລື້ອງ
ນ່ືງທ່ີເລ່ົາລືກັນມາແນວນີ້,ເມ່ືອ 1900 ປີກ່ອນ,ກອງທັບຂອງປະເທດຈັກກະ ພັດໂລມັນ
ເຄີຍມາຮອດທະເລຕາຍ, ຈອມທັບໃນຄາວນັ້ນ ຄຶດຈະປະຫານຊີວິດຊະເລີຍເສິກຫຼາຍ
ຄົນ, ຈອມທັບກໍອອກຄຳ່ສັ່ງໃຫ້ພົນທະຫານຈັບຊະເລີຍເສິກໃສ່ກັບມືກັບຕີນຖິ້ມລົງນ້ຳ
ທະເລຕາຍ. ພໍຖິ້ມລົງທະເລຍ້ອນຄວາມເຄັມຂອງນ້ຳທະເລສູງໂພດ, ຈ່ຶງພາໃຫ້ຊະເລີຍ
ເສິກແຕ່ລະຄົນຟູອູ້ລູ້ອ່ອງລ່ອງຂຶ້ນຢູ່ໜ້ານ້ຳ ທະເລ,ບ່ໍຈົມຈັກຄົນແລະບ່ໍຕາຍຈັກຄົນ,
ຈອມທັບນຶກວ່າແມ່ນສ່ິງສັກສິດໃຫ້ຄວາມອາລັກຂາ, ກໍເລີຍປ່ອຍຕົວເຂົາເຈົ້າໝົດທຸກ
ຄົນ.

ການປ່ຽນແປງອຸນຫະພູມຂອງນ້ຳທະເລຕາຍກໍບ່ໍຫຼາຍປານໃດ, ນ້ຳເລິກແຕ່ 40 ແມັດ
ລົງລຸ່ມແມ່ນ 19 ອົງສາ, ສ່ວນອຸນຫະພູມຂອງນ້ຳຢູ່ກົ້ນທະເລ ພັດແມ່ນ 22 ອົງສາ,ອຸນ
ຫະພູມແຕ່ 40 ແມັດຂຶ້ນເມືອ ແມ່ນມີການປ່ຽນແປງໄປຕາມລະດູການ, ອຸນຫະພູມ
ຂອງນ້ຳທະເລທ່ີສະເລ່ຍແຕ່ລະປີແມ່ນ 23,19 ອົງສາ, ຖ້າມາຮອດທະເລຕາຍແລ້ວ
ຫາກບ່ໍລົງໄປລອຍນ້ຳ, ມັນກໍເປັນເລື້ອງທ່ີໜ້າເສຍດາຍທ່ີສຸດ.

ແຕ່ວ່າ ໂດຍທ່ົວໄປແລ້ວ ການລອຍນ້ຳຢູ່ທະເລຕາຍແມ່ນຕ່າງກັນຫຼາຍກັບການລອຍ
ນ້ຳຢູ່ທະເລ. ການໃຊ້ວິທີລອຍນ້ຳຢູ່ແຫ່ງອ່ືນມາລອຍຢູ່ແຫ່ງນີ້ ກໍບ່ໍໄດ້ຄືກັນ, ຜູ່ລອຍນ້ຳ
ບ່ໍເປັນມາຫິ້ຼນນ້ຳຢູ່ແຫ່ງນີ້, ກໍຍ່ິງຈະຫິ້ຼນມ່ວນກວ່າ, ສ່ວນນັກກິລາລອຍນ້ຳເກັ່ງນັ້ນເມ່ືອ
ມາຮອດແຫ່ງນີ້ ກໍຈະຈົນປັນຍາແລ້ວ. ການລອຍນ້ຳຢູ່ທະເລຕາຍນັ້ນອາລິຍະບົດດີ
ກວ່າໝູ່ແມ່ນໃຊ້ຕີນດີດນ້ຳແລະນອນຫງາຍ,ຍັງສາມາດນ່ັງຢ່ອງຢ້ໍຫືຼນ່ັງຂັດຕະໝາດຢູ່
ເທິງນ້ຳ. ສ່ິງທ່ີຕ້ອງລະວັງໃນເວລາລອຍນ້ຳຢູ່ທະເລຕາຍນັ້ນ ແມ່ນເຮັດແນວໃດກໍຢ່າ
ສູ່ໃຫ້ນ້ຳທະເລເຂົ້າປາກຖືກຕາ, ເພາະວ່າ, ນ້ຳທະເລເຄັມ ໂພດ,ເມ່ືອຂຶ້ນຝ່ັງແລ້ວ ພໍ
ແຂ່ງແດດ, ທ່ົວຮ່າງກາຍກໍຈະມີເມັດເກືອສີຂາວຫຶຼບນ່ືງ, ພໍເອົານ້ຳຈືດມາອາບບາດນ່ືງ
ກໍຮູ້ສຶກເຢັນສະບາຍຂຶ້ນໂລດ.

ແຕ່ເດີມ, ທະເລຕາຍປານເທບນິຍາຍແຫ່ງນີ້ ແມ່ນທິວທັດອັນໜ້າງຶດງ້ໍທ່ີທຳມະຊາດ
ທານໃຫ້ມະນຸດ. ແຕ່ຕາມແຈ້ງຂ່າວວ່າ, ພາຍໃນ 100 ປີ,ທະເລຕາຍຈະປະເຊີນກັບໄພ
ອັນຕະລາຍທີ່ຄ່ອຍໆບົກແຫ້ງໄປ, ເນື້ອທ່ີຂອງທະເລຕາຍ ໄດ້ຫຸຼດລົງຮອດ 683 ກິໂລ
ແມັດ, ໜ້ານ້ຳທະເລໄດ້ບົກລົງ 17 ແມັດ,ເຂດນ້ຳຢູ່ພາກໃຕ້ກໍສູນຫາຍໄປແລ້ວ,ສະນັ້ນ
ການຈະກອບກູ້ເອົາທະເລຕາຍຄືນມາແນວໃດນັ້ນ ກໍໄດ້ກາຍເປັນຫົວຂ້ໍທ່ີຊາວໂລກສົນ
ໃຈນຳ.