ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 15:09:15    
ນ້ຳ5​ປະ​ເພດ​ທີ່​ກິນ​ບໍ່​ໄດ້

cri
ນ້ຳ​ແມ່ນ​ສິ່ງ​ທີ່​ຂາດ​ເຂີນ​ບໍ່​ໄດ້​ໃນ​ຊີວິດ​ຂອງ​ຄົນ​ເຮົາ, ຄົນ​ບໍ່​ກິນ​ເຂົ້າ​ມື້ໜຶ່ງ​ຍັງ​ໄດ້​ຢູ່, ​ແຕ່​ບໍ່​ກິນນ້ຳ​ໝົດ​ມື້​ແມ່ນ​ບໍ່​ໄດ້​, ​ແຕ່ກໍ່​ບໍ່​ວ່າ​ນ້ຳ​ແນວ​ໃດ​ກໍ​ກິນ​ໄດ້​ໝົດ, ນ້ຳ5​ປະ​ເພດ​ທີ່​ຈະ​ອະທິບາຍ​ດັ່ງ​ຕໍ່​ໄປ​ນີ້, ມັນ​ມັກ​ຈະ​ມີ​ທາດ​ນີຕຼິດແລະ​ທາດ​ເບື່ອອື່ນໆ​ເກີດ​ຂຶ້ນ​ໃນປະລິມານ​ໃດ​ໜຶ່ງ, ຈະ​​​ເປັນ​ຜົນ​ຮ້າຍ​ຕໍ່​ຮ່າງກາຍ​ຂອງ​ຄົນ​ເຮົາ, ສະນັ້ນ, ພວກ​ເຮົາ​ຈິ່ງ​ຕ້ອງ​ລະວັງ.

ນ້ຳ​ປະ​ເພດ​ທີໜຶ່ງ, ​ແມ່ນ​ນ້ຳ​ທີ່​ປະໄວ້​ດົນ​ໂພດ, ຄືເອີ້ນກັນ​ວ່າ​ນ້ຳ​ຕາຍ, ​ນ້ຳ​ທີ່​ປະ​ໄວ້ບໍ່​​ເໜັງ​ບໍ່​ຕີງ. ຖ້າ​​ເດັກນ້ອຍ​ນ້ຳ​ປະ​ເພດ​ນີ້​​ເລື້ອຍໆ, ຈະ​ເຮັດ​ໃຫ້ການ​ປ່ຽນ​ຖ່າຍ​ຂອງຈຸ​ລັງ​ຜ່ອນ​ຊ້າ​ລົງ​ຢ່າງ​ເດັ່ນ​ຊັດ, ກະທົບ​ກະ​ເທືອ​ນ​ການ​ເຕີບ​ໃຫຍ່​ຂອງ​ຮ່າງກາຍ; ຄົນ​ໄວ​ກາງ​ແລະ​ຜູ້​ເຖົ້າ​ກິນ​ນ້ຳ​ປະ​ເພດ​ນີ້​ເລື້ອຍໆ​ຈະ​ພາ​ໃຫ້ເຖົ້າ​​​ໄວ​ກວ່າ​ເກົ່າ; ບາງ​ທ້ອງ​ຖິ່ນ​ມີ​ຜູ້​​ເປັນ​ມະ​ເຮັງ​ຫຼອດ​ອາຫານ​ແລະ​ມະ​ເຮັງ​ກະ​ເພາະ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຕາມ​ການ​ຄົ້ນຄວ້າ​ຂອງ​ນັກແພດສາດ​ທັງຫຼາຍ​ເຫັນ​ວ່າ, ອາດ​ຈະ​ມີ​ສ່ວນ​ກ່ຽວຂ້ອງ​ກັບ​ການ​ກິນນ້ຳ​ຕາຍ​ມາ​ດົນ​ນານ. ຕາມ​ຂໍ້​ມູນ​ທີ່​ກ່ຽວຂ້ອງພິສູດວ່າ, ວັດຖຸທາດ​​ເບື່ອ​ໃນ​ນ້ຳ​ຕາຍ​ຈະ​ເພີ່ມ​ຂຶ້ນ​ຕາມ​ເວລາ​ທີ່​ປະ​ໄວ້.

ສອງ, ​ແມ່ນນ້ຳ​ທີ່ຟົດນັບ​ເທື່ອບໍ່​ໄດ້: ໝາຍ​ເຖິງ​ນ້ຳ​ທີ່​ຟົດຢູ່​ໝົດ​ຄືນ​ຫຼືດົນ​ກວ່າ​ນັ້ນ, ຍັງ​ມີ​ນ້ຳ​ທີ່​ຟົດຫຼາຍ​ເທື່ອ​​ໃນ​ກາໄຟຟ້າ.

​ຍ້ອນວ່າ​ນ້ຳ​ປະ​ເພດ​ນີ້​ຕົ້ມ​ດົນ​ໂພດ, ທາດ​ທີ່​ລະ​ເຫີ​ຍບໍ່​ໄດ້​ໃນ​ນ້ຳ​, ​ຕົວຢ່າງ​ຄືໂລຫະ​ໜັກ​ຕ່າງໆ​ເຊັ່ນ​ການ​ຊີ​ອົມ​ແລະ​ມາ​ເຍຊີ​ອົມ​ເປັນ​ຕົ້ນ​ແລະທາດ​ນີຕຼິດຈະ​ຫຼາຍ​ຂຶ້ນ. ກິນນ້ຳ​ປະ​ເພດ​ນີ້​ເລື້ອຍໆ, ຈະ​ລົບ​ກວນ​ປະສິດ​ທິຄຸນ​ຂອງ​ກະ​ເພາະ​ລຳ​ໄສ້, ຈະ​ມີອາການ​ຖອກທ້ອງ​ຫຼືຍື່ງ​ທ້ອງ​ໄລຍະ​ໜຶ່ງ; ທາດ​ນີຕຼິດທີ່​ເປັນ​ພິດ​ຍັງ​ຈະ​ເຮັດ​ໃຫ້​ຮ່າງກາຍ​​ຂາດອັອກຊີ​ແຊນ, ຜູ້​​ເປັນ​ໜັກອາດ​ຈະ​ສະຫຼົບ, ຫຼືຈົນ​ຕາຍ​ກໍ​ເປັນ​ໄດ້.

ສາມ​ແມ່ນ: ນ້ຳ​ໃນ​ໝໍ້​ໜຶ້ງ: ນ້ຳ​ໃນ​ໝໍ້ໜຶ້ງ​ກໍ​ໝາຍ​ເຖິງ​ນ້ຳ​ທີ່​ເຫຼືອ​ຢູ່​ໃນ​ໝໍ້​ພາຍ​ຫຼັງ​ໜຶ້ງ​ກະລະ​ເປົາ​ແລ້ວ, ​ໂດຍ​ສະ​ເພາະ​ແມ່ນ​ນ້ຳ​ທີ່​​ໃຊ້​ໜຶ້ງ​ຂອງມາ​ຫຼາຍ​ເທື່ອ, ທາດ​ນີຕຼິດ​ໃນ​ນ້ຳ​ຈະ​ຂຸ້ນ​ຫຼາຍ​, ກິນນ້ຳ​ປະ​ເພດ​ນີ້​ເລື້​ອຍໆ, ຫຼື​ວ່າ​ໃຊ້​ນ້ຳ​ປະ​ເພດ​ນີ້​ມາ​ຕົ້ມ​​ເຂົ້າປຽກ, ຈະ​ເຮັດ​ໃຫ້​ຖືກພິດ​ນີຕຼິດ, ຖ້າ​ເກີ້ມ​ນ້ຳ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ຄົນ​ຕາມ​ນ້ຳ, ຍັງ​ຈະ​ເຮັດ​ໃຫ້​ລະບົບຍ່ອຍ​ອາຫານ, ​ເສັ້ນ​ປະສາດ, ລະ​ບົບປັດສາວະ​ແລະ​ລະບົບ​ສ້າງ​ເລືອດ​ຈະ​ມີ​ການ​​ແປ​ປ່ຽນ, ຈົນ​ພາ​ໃຫ້​ເຖົ້າ​ໄວ​.

ສີ່, ​ແມ່ນນ້ຳ​ທີ່​ຕົ້ມ​ຍັງ​ບໍ່​ຟົດ: ກໍ​ກິນ​ບໍ່​ໄດ້ນ້ຳ​ປະປາ​ທີ່​ເຣົາ​ໃຊ້​ກິນນັ້ນ, ລ້ວນ​ແຕ່​​ໄດ້ດັບ​ເຊື້ອ​ດ້ວຍ​ທາດ​ກໍຼ. ນ້ຳ​ທີ່​ດັບ​ເຊື້ອ​ດ້ວຍ​ກໍຼ​ນັ້ນ​ຈະ​​ແຍກ​ທາດ​ມີ​ພິດອອກ​ມາ​ໄດ້13​ຢ່າງ, ​ໃນ​ນັ້ນຮາ​ໂລ​ໄຮ​ໂດຼກາກ​ບອນ​ກໍຼ​ໂລ​ຟອນ​ຍັງພາ​ໃຫ້​ເປັນ​ມະ​ເຮັງ​ແລະວິ​ປະລິດ​ຄື​ຮູບ​ຮ່າງ​ຜິດ​ປົກກະຕິ. ​​ເມື່ອ​ອຸນຫະພູມ​ຂອງ​ນ້ຳ​ສູ​ງຂຶ້ນ​ຮອດ90​ອົງສາ​ແລ້ວ, ຮາ​ໂລ​ໄຮ​ໂດຼບອນ​ໃນ​ນ້ຳ​ກໍ​ຈະຈາກ53​ມິ​ລີກຼາມຕໍ່​ລິດ​ສູງ​ຂຶ້ນ​ຮອດ177​ມີລີກຼາມຕໍ່​ລິດ, ລື່ນ​ກາຍມາດຖານ​ອະນາ​ໄມ​ນ້ຳ​ດື່ມ​ທີ່​ລັດ​ກຳ​ນົດ. ຜູ້​ຊ່ຽວຊານ​ຊີ້​ອອກ​ວ່າ, ກິນ​ນ້ຳ​ທີ່​ຍັງ​ບໍ່​ຟົດ​ນັ້ນ, ມີຄວາມ​ສ່ຽງ​ທີ່​ຈະເປັນ​​ໂຣກ​ມະ​ເຮັງ​ພົກຍ່ຽວ​ແລະ​ມະ​ເຮັງໄສ້​ສຸດ​ເພີ່ມ​ຂຶ້ນ21​ຫາ38%. ​ເມື່ອ​ອຸນຫະພູມ​ຂອງ​ນ້ຳ​ສູງ​ຂຶ້ນ​ຮອດ100ອົງສາ, ວັດຖຸທາດ​​ເບື່ອ​ສອງ​ຊະນິດ​ນີ້​ກໍຈະລະ​ເຫີ​ຍ​ໄປ​ຕາມ​ອາຍ​ນ້ຳ​ຢ່າງ​ຫຼວງ​ຫຼາຍ, ຖ້າ​ຕົ້ມ​ອີກ3​ນາທີ, ​ເວລາ​ກິນ​ກໍຈະ​ປອດ​ໄພ​.

ນ້ຳ​ປະ​ເພດ​ທີ5​ທີ່​ກິນ​ບໍ່​ໄດ້​ແມ່ນ​ນ້ຳ​ອຸ່ນ​ທີ່​ເອົາ​ມາຕົ້ມ​ໃຫ້​ຟົດ​ຄືນ​ໃໝ່: ມີ​ບາງ​ຄົນ​ມັກ​ນ້ຳ​ອຸ່ນທີ່​ເຫຼື​ອ​​ຢູ່​ໃນກະຕິກນ້ຳຮ້ອນ​ມາ​ຕົ້ມ​ໃຫ້ຟົດ​ຄືນ​ໃໝ່, ​ເພື່ອປະຢັດ​ນ້ຳ​ປະຢັດ​​ອາຍ​ແກັສ​ແລະ​ປະຢັດ​ເວລາ. ​ແຕ່​ການ​ປະຢັດ​ແບບ​ນີ້​ບໍ່​ຄວນ​ສົ່ງ​ເສີມ. ​ເພາະວ່າ​ນ້ຳ​ຕົ້ມ​ແລ້ວ​ຕົ້ມ​ອີກ, ຈະ​ເຮັດ​ໃຫ້​ອາຍ​ນ້ຳ​ລະ​ເຫີ​ຍ​ໄປ​ອີກ, ທາດ​ນີຕຼິດຈະສູງ​ຂຶ້ນ​ອີກ. ກິນ​ນ້ຳ​ປະ​ເພດ​ນີ້​ດົນ​ແລ້ວ, ນີຕຼິດຈະ​ສະ​ສົມ​ຢູ່​ໃນ​ຮ່າງກາຍ, ພາ​ໃຫ້​ຖືກ​ພິດ.

​ເວລາ​ກິນ​ນ້ຳ​ທີ່​ຖືກ​ຫຼັກວິທະຍາສາດທີ່​ສຸດ​ແມ່ນ​ເວລາ​ໃດ? ພວກ​ເຮົາ​ມີ​ຕາລາງ​ເວລາ​ດັ່ງ​ຕໍ່​ໄປ​ນີ້:
ກ່ອນ​ອື່ນ​ແລ້ວ6​ໂມງ​ເຄິ່ງຕື່ນ​ເຊົ້າ​​ໃຫ້​ກິນນ້ຳ​ເກືອຈາງ​ຫຼື​ນ້ຳຕົ້ມ​ລ້າ​ທີ່​ປະ​ໄວ້​ເຢັນ​ແລ້ວ250​ມີ​ລີລິດ, ​ເພື່ອ​ເພີ່ມຕື່ມ​ນ້ຳ​ທີ່​ເສຍ​​ໄປໃນ​ຍາມ​ກາງຄືນ​ແລະ​ລ້າງ​ລະບາຍ​ທາດ​ເບື່ອ​ໃນ​ລຳ​ໄສ້.

8​ໂມງ​ເຄິ່ງ​ເມື່ອ​ໄປຮອດ​ຫ້ອງການ​ແລ້ວ​​ໃຫ້​ກິນ​ນ້ຳອີກ250​ມີ​ລີລິດ, ຕາບ​ຈູ​ນນ້ຳ​ທີ່ສຍ​ໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໃນ​ເວລາຂຸ້ນ​ວຽກ​ໃນ​ຕອນ​ເຊົ້າ​, ຕື່ມ​ນ້ຳ​ໃສ່​ຮ່າງກາຍ​​ໃນ​ເວລາ​ນີ້​ສຳຄັນ​ເປັນ​ພິ​ເສດ.
​ເມື່ອ​ຂຸ້ນ​ວຽກ​ມາ​ໝົດ​ເຊົ້າ​ໜຶ່ງ​ມາ​ຮອດ11​ໂມງ​ເຄິ່ງກ່ອນ​ກິນ​ເຂົ້າທ່ຽງ, ​ ​ກໍ​ຄວນ​ຜັກ​ຜ່ອນ​​ແລ້ວ​ກິນ​ນ້ຳ, ກ່ອນ​ອາຫານ​ທ່ຽງ​ຈະ​ຊ່ອຍກະ​ຕຸ້ນ​ພະລັງ​​ແຮງລະບົບຍ່ອຍ​ອາຫານ.

12​ໂມງ​ເຄິ່ງ ຫຼັງ​ອາຫານ​ທ່ຽງ​ຈະ​ຊ່ອຍ​ໃຫ້​ເລື​ອດ​ໃນ​ຮ່າງກາຍໝູນໄວ​ເຂົ້າ, ຊຸກ​ຍູ້​ໃຫ້​ດູດຮັບ​ເອົາ​ທາດ​​ບຳລຸງ.

14​ໂມງ​ກ່ອນ​ເຂົ້າ​ການ​ກິນ​ນ້ຳຊາ​ຈາງ​ຈອກ​ໜຶ່ງເພື່ອ​ລົບ​ລ້າງ​ຄວາມ​ອິດ​ເມື່ອຍ, ​ເພີ່ມ​ເຫື່ອ​ແຮງ​ແກ່​ຮ່າງກາຍນ້ຳ​ຈອກ​ນີ້​ກໍ​ສຳຄັນ​ຫຼາຍ.

17​ໂມງ, ກ່ອນ​ເລີກ​ການກິນ​ນ້ຳ​ຈອກ​ໜຶ່ງ, ​​ເມື່ອເຣັດວຽກ​ມາມື້​ໜຶ່ງ​ແລ້ວ, ນ້ຳ​ໃນ​ຮ່າງກາຍ​ກໍ​ເກືອບ​ສິ້ນ​ເປືອງ​ໝົດ​ແລ້ວ, ​ກິນ​ນ້ຳໃນ​ເວລາ​ນີ້​ຈະ​ເຮັດ​ໃຫ້​ບໍ່ຮູ້ສຶກ​ຫິວ​ຫຼາຍ, ອາຫານ​ຄ່ຳ​ກໍ​ຈະກິນ​ໜ້ອຍ​ແດ່, ​ວິທີ​ນີ້​ເໝາະ​ສຳລັບຜູ້​ທີ່​ຢາກລົດ​ຄວາມ​ອ້ວນ.

22​ໂມງ​ກ່ອນ​ເຂົ້າ​ນອນ​ກິນ​ນ້ຳ200​ມີ​ລີລິດ, ​ເຮັດ​ໃຫ້ຄວາມ​ໜຽວ​ຂອງ​ເລືອດຈາງ​ລົງ​ຈິ່ງ​ນອນ​ຫຼັບ​​ດີ, ລວມຄວາມ​ແລ້ວແຕ່​ລະ​ມື້​ທ່ານ​ຈະ​ຕ້ອງ​ຕື່ມ​ນ້ຳ2100ຫາ28​00ມີ​ລີລິດ​ໃຫ້​ຮ່າງກາຍ.