ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 15:31:14    
ອາລົມ​ດີ​​ແມ່ນຢູ່​ນຳ​ສະ​ໝອງ​ເບື້ອງ​ຊ້າຍ​ຂອງ​ຄົນ​ເຮົາ, ທຳ​ມະ​ດາ​ແລ້ວ​ຄົນ​ອ້ວນ​ສ່ວນ​ຫຼາຍ​ມີອາລົມ​ມ່ວນ​ຊື່ນ

cri
ຫວ່າງ​ມໍ່ໆ​ນີ້, ນັກ​ຊີວະສາດ​ເສັ້ນ​ປະສາດຂອງ​ອາ​ເມ​ລິ​ກາ​ໄດ້ມີ​ກາ​ນຄົ້ນພົບ​ອັນ​ພິລຶກ: ຄື​ຄົນອາລົມ​ດີ​​ແມ່ນ​​ເປັນມາ​ແຕ່​​ເກີດ. ພວກ​ເພິ່ນ​ຄົ້ນຄວ້າ​ເປັນ​ເວລາ10​ປີ​ແລ້ວ, ​​ແລະໄດ້​ຂໍ້​ສະຫຼຸບ​ວ່າ: ອາລົມ​ດີ​ຂອງ​ຄົນ​ຜູ້​ໜຶ່ງ​​ແມ່ນເຊື່ອງ​ຊ້ອນໄວ້​ຢູ່​ໃນ​ສະໝອງ​ຊີກຊ້າຍ​ຂອງ​ຜູ້ກ່ຽວ.

ນັກວິທະຍາສາດ​ເຫັນ​ວ່າ​ອາລົມ​ດີ​ຂອງ​ຄົນ​ແມ່ນ​ມີ​ມາ​ແຕ່​ເກີດ, 72ຊົ່ວ​ໂມງ​ຂອງ​ເດັກ​​ເກີດ​ໃໝ່ແມ່ນ​ໄລຍະ​ເວລາ​ສຳຄັນ​ທີ່​ສຸດທີ່​ເຂົາ​ຈະ​ເປັນ​ຄົນ​ຜູ້​ມີ​ອາລົມ​ດີ​ຫຼື​ບໍ່​ເມື່ອ​ເຕີບ​ໃຫຍ່.

ຜູ້​ທີ່​ໄດ້​ຂໍ້ສະຫຼຸບ​ຢ່າງ​ບໍ່​ໄດ້ຄາດ​ຄຶດມາ​ກ່ອນ​ນັ້ນ​ແມ່ນ​ຜູ້​ຊ່ຽວຊານ​ງວດ​ໜຶ່ງ​ທີ່​ນຳ​ໂດຍ​ສາ​ສະ​ດາ​ຈານ​ລີ​ຊາດ ​​ເດ​ວີ​ຊັນ ຫົວໜ້າ​ຫ້ອງ​ທົດ​ລອງ​ຊີວະ​ເສັ້ນ​ປະ​ສາດ​ອາ​ລົມຈິດ​ຂອງ​ມະຫາວິທະຍາ​ໄລ​ແມ​ດີຊັນ​​ລັດວິສຄອນ​ຊິນ​ອາ​ເມ​ລິ​ກາ.

ພວກ​ເພິ່ນ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ຕໍ່​ຜູ້​ອາສາ​ສະໝັກ​ນັບ​ເປັນພັນ​​ຄົນ​ແລ້ວ​ໄດ້ຂໍ້​ສະຫຼຸດ​ດັ່ງກ່າວ​ວ່າ: ຄຸນ​ທາດອັນ​ດີງາມບາງ​ຢ່າງເຊັ່ນ​ຮັກຫອມ​ຊີວິດ, ຫາຄວາມ​ມ່ວນ​ຊື່ນ​​ໃຫ້​ຕົນ​ເອງ​ແລະ​​ເຕັມ​ໄປ​ດ້ວຍ​ພະລັງ​ຊີວິດ​ແລະ​ຄວາມ​ໝອງ​ນັ້ນ​ລ້ວນ​ແຕ່​ສະ​ສົມ​ຢູ່​ໃນ​ສະໝອງ​ຊີກ​ຊ້າຍ.

ສະໝອງ​ຊີກຂວາ​ພັດສະ​ສົມ​ແຕ່​ຄວາມ​ງ່ວມ​ເຫງົາ, ຄວາມ​ເສຍ​ໃຈ​​ແລະ​ຄວາມຄ​ຽດ. ສະ​ນັ້ນ, ຜູ້ມັກ​​ເບິ່ງ​ເລື່ອງ​ລາວ​ໄປ​ທາງ​ແງ່​ຮ້າຍ, ມັກ​ສົງ​ໄສ​ຜູ້​ອື່ນແລະ​ມັກ​​ໂຕ​ຕາຍ​ນັ້ນ​ລ້ວນ​ແຕ່​ແມ່ນ​ສະໝອງຊີກຂວາ​ຢູ່​ໃນ​ຖານະ​ຊັກ​ນຳ, ສ່ວນຜູ້​ທີ່​ມີ​ສຸຂະ​ທັດນັ້ນ​ພັດ​ແມ່ນ​ສະໝອງ​ຊີກ​ຊ້າຍຢູ່​ໃນ​ຖານະ​ເປັນ​ເຈົ້າ​ການ.

ນີ້​ແມ່ນ​ການ​ຄົ້ນພົບທີ່​ມີ​ຄວາມ​ໝາຍ​ຫຼາຍໃນ​ວິຊາ​ຊີວະ​ສາດມະ​ນຸດ​ຊາດ: ສະໝອງ​ສອງ​ຊີກທີ່​ເກື​ອບຄື​ກັນ​ນັ້ນ​ພັດ​ຄວບ​ຄຸມ​ອາລົມ​ຈິດ​ທີ່​ກົງກັນຂ້າມ​ຂອງ​ຄົນ​ເຮົາ.