ຕາມຂ່າວສານຊິນຮວາ: ໃນ 5 ປີຜ່ານມາ ນັບລວມແລ້ວ ຈີນໄດ້ລົງທຶນ 200 ຕື້ກວ່າຢວນໃຊ້ເຂົ້າໃນການປົວແປງສິ່ງແວດລ້ອມຊີວະພາບພາກຕາເວັນຕົກ.
ໃນກອງປະຊຸມທີ່ກ່ຽວຂ້ອງເທື່ອໜຶ່ງທີ່ຈັດຂຶ້ນໃນຫວ່າງມໍ່ໆນີ້ ເຈົ້າໜ້າທີ່ຄະນະກຳມະການການພັດທະນາແລະປະຕິຮູບແຫ່ງລັດຈີນແນະນຳວ່າ, ເພື່ອເພີ່ມທະວີການກໍ່ສ້າງຊີວະພາບຂອງພາກຕາເວັນຕົກ, ຈີນໄດ້ປະຕິບັດໂຄງການຊີວະພາບຈຸດໜັກ ເຊັ່ນ ເຊົາການເຮັດໄຮ່ນາແລະປູກຕົ້ນໄມ້ຕົ້ນຫຍ້າຄືນໃໝ່ ເຊົາປ່ອຍສັດລ້ຽງກິນຫຍ້າຢູ່ບາງເຂດທົ່ງພຽງ ອະນຸລັກປ່າທຳມະຊາດເປັນຕົ້ນ. ປັດຈຸບັນໄດ້ສຳເລັດການປູກໄມ້ສ້າງປ່າກວ້າງເຖິງ 40 ກວ່າລ້ານເຮັກຕາ, ປ້ອງກັນແລະປົວແປງນ້ຳເຊາະດິນເຈື່ອນໂດຍສັງລວມ 5 ແສນ 4 ໝື່ນກິໂລແມັດມົນທົນ. ແຕ່ເຈົ້າໜ້າທີ່ຜູ່ນີ້ກໍກ່າວອີກວ່າ, ປັດຈຸບັນ ສະພາບສິ່ງແວດລ້ອມຊີວະພາບຢູ່ພາກຕາເວັນຕົກຂອງຈີນຍັງຂ້ຽວຂາດທີ່ສຸດ.
|