|
 |
(GMT+08:00)
2006-07-04 20:42:21
|
 |
ຈີນຫວັງໃຫ້ຜ່ານຈາກພາຫະນະສັນຕິພາບມາແກ້ໄຂການວິວາດກັນລະຫວ່າງປາເລັສຕິນອິດສຣາແອນຢ່າງເໝາະສົມ
cri
ຕາມຂ່າວCRI,ທ່ານນາງຈ່ຽງຢູ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນເປັນຫ່ວງເປັນໃຍທີ່ສຸດນຳສະຖານະການອັນເຄັ່ງຕຶງລະຫວ່າງປາເລັສຕິນກັບອິດສຣາແອນ,ຝ່າຍຈີນຫວັງໃຫ້ຜ່ານຈາກພາຫະນະສັນຕິພາບມາແກ້ໄຂການວິວາດກັນລະຫວ່າງສອງຝ່າຍຢ່າງເໝາະສົມ.
ວັນທີ4ກໍລະກົດ,ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງ,ທ່ານນາງຈ່ຽງຢູເວົ້າວ່າ,ຝ່າຍຈີນຮຽກຮ້ອງໃຫ້ອິດສຣາແອນຈົ່ງຮັກສາຄວາມອົດກັ້ນ,ຢຸດຕິການເຄື່ອນໄຫວການທະຫານໃນທັນທີ,ພ້ອມກັນນັ້ນກໍຮຽກຮ້ອງໃຫ້ຝ່າຍປາເລັສຕິນຈົ່ງຕັ້ງໜ້າປະສານສົມທົບກັບການໄກ່ເກ່ຍຂອງຝ່າຍທີ່ກ່ຽວຂ້ອງ,ປ່ອຍຕົວປະກັນໃນທັນທີ,ສ້າງເງື່ອນໄຂໃຫ້ແກ່ການແກ້ໄຂເຫດການດັ່ງກ່າວຢ່າງເໝາະສົມ.
ຕອນຂ້ອນແຈ້ງວັນທີ28ມິຖຸນາ,ກອງທະຫານອິດສຣາແອນໄດ້ເລີ່ມດຳເນີນ ການເຄື່ອນໄຫວການທະຫານຊື່"ຝົນລະດູຮ້ອນ"ຕໍ່ກາຊາ,ເພື່ອແກ້ແຄ້ນຕໍ່ກອງປະກອບອາວຸດຂອງປາເລັສຕິນທີ່ຫຼອນໂຈມຕີປົດຍາມຂອງກອງທະຫານອິດສຣາແອນແລະຈັບເອົາທະຫານອິດສຣາແອນໄປໃນວັນທີ25ທິຖຸນາ.ນີ້ແມ່ນກອງທະ ຫານອິດສຣາແອນລ່ວງລ້ຳເຂົ້າເຂດດັ່ງກ່າວຄືນໃໝ່ຢ່າງຂະໜາດໃຫຍ່ເປັນຄັ້ງທຳອິດຫຼັງຈາກຖອນອອກຈາກເຂດດັ່ງກ່າວດ້ານຍຸດທະສາດແຕ່ປີກາຍເປັນຕົ້ນມາ.
|
|
|