ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 20:58:05    
ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,​ຈີນ​ອິນ​ເດຍ​ແມ່ນ​ຄູ່​ຂາ​ຫາກ​ບໍ່​ແມ່ນ​ຄູ່​ປໍ​ລະ​ປັກ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ4​ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,​ໃນ​ເວລາ​ພົບ​ປະ​ທ່ານ​ຊາດ​ເຕີ​ຈີ ປະ​ທານ​ສະ​ພາ​ປະ​ຊາ​ຊົນ​ອິນ​ເດຍທີ່​ມາ​ຢ້ຽມຢາມ,ທ່ານ​ເວີ່ນ​​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນກ່າວ​ວ່າ,ຈີນ​ອິນ​ເດຍມີ​ຜົນ​ປະ​ໂຫຍດຮ່ວມ​ອັນ​ກວ້າງຂວາງ,ສອງ​ປະ​ເທດ​ແມ່ນ​ຄູ່​ຂາ​,ຫາກ​ບໍ່​ແມ່ນ​ຄູ່​ປໍ​ລະ​ປັກ.ຈີນ​ອິນ​ເດຍຮັກສາ​ມິດຕະພາບ​ຖານ​ບ້ານ​ໃກ້​​ເຮືອນຄຽງ​ທີ່​ດີ​ຕໍ່ກັນ​ແລະ​ດຳ​ເນີນ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ,ມີ​ຜົນ​ດີ​ຕໍ່​ສອງ​ປະ​ເທດ​ແລະ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ຈະ​ເລີນ​ຂອງ​ອາ​ຊີ​ຈົນ​ເຖິງ​ໂລກ.ຈີນ​ອິນ​ເດຍສ້າງ​ການ​ພົວພັນ​ຄູ່ຂາ​ຮ່ວມ​ມື​ຍຸດ​ທະ​ສາດ,​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ສາຍ​ຕາ​ຍຸດ​ທະ​ສາດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການ​ເມືອງ​ລະ​ຫວ່າງ​ສອງ​ປະ​ເທດ.ປະຈຸ​ບັນ​ນີ້,​ໃນ​ໂລກ​ມີ​ຄຳ​ເວົ້າບາງ​ຢ່າງ​ຕໍ່​ການ​ພົວ​ພັນ​ຈີນ​ອິນ​ເດຍ,ມັນ​ເດັດຂາດ​ບໍ່ຫ່ອນ​ຊິຫວັ່ນ​ໄຫວ​ພື້ນ​ຖານ​ຂອງ​ການ​ພົວພັນ​ຈີນ​ອິນ​ເດຍ.

ທ່ານ​ກ່າວ​ເນັ້ນວ່າ,ຈີນ​ຫວັງ​ຢ່າງ​ຈິງ​ໃຈໃຫ້​ອິນ​ເດຍພັດທະນາ​ແລະ​​​ເຂັ້ມ​ແຂງ​,ມີ​ແຕ່​ຈີນ​ອິນ​ເດຍ ລ້ວນ​ແຕ່​ພັດທະນາ,ຈຶ່ງ​ສາມາດ​ເວົ້າ​ໄດ້ວ່າ​​ຍຸກ​ສະ​ໄໝ​ອາຊີ​​ໄດ້ມາ​ເຖິງ​ແລ້ວ,ຈຶ່ງ​ສາ​ມາດ​ປະກອບ ສ່ວນ​​ໃຫຍ່​ກວ່າ​ເກົ່າ​ເຂົ້າ​ໃນ​ຄວາມ​ກ້າວໜ້າ​ແລະ​ສິວິ​ໄລ​ຂອງ​ມະນຸດ.

ທ່ານ​ຊາດ​ເຕີ​ຈີ​ເວົ້າວ່າ,ການ​ຂະຍາຍ​ການ​ພົວພັນ​ກັບ​ຈີນ​ແມ່ນ​ຄວາມ​ຮັບ​ຮູ້​ຄື​ກັນ​ຂອງ​ບັນ​ດາ​ພັກ​ຝ່າຍ​ອິນ​ເດຍ.ອິນ​ເດຍຍິນ​ດີ​ພ້ອມ​ກັບ​ຈີນ​ຮ່ຳຮຽນ​ເ​ຊິ່ງກັນ​ແລະ​ກັນ,ຖອດ​ຖອນ​ບົດຮຽນ​ເຊິ່ງກັນ​ແລະ​ກັນ,​ແລະ​ເພີ່ມທະວີ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນຕື່ມ​ອີກ.