ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-04 20:58:04    
ອົງ​ການ​ປະ​ກອບ​ອາ​ວຸດ​ປາ​ເລັສ​ຕິນ​ທີ່​ລັກ​ພາ​ຕົວ​ທະ​ຫານ​ອິສ​ຣາ​ແອນ​ຖອນ​ອອກ​ຈາກ​ການ​ເຈ​ລະ​ຈາ

cri
ຕາມ​ຂ່າວCRI,ວັນ​ທີ4​ກໍລະກົດ,ຜູ່​ນຳ​ຜູ່​ໜຶ່ງ​ຂອງ​ອົງການ​ຮາມາສທີ່​ຢູ່​ກາ​ຊາ​ກ່າວ​ວ່າ,ອົງກາ​ນປະກອບ​ອາວຸດ​ປາ​ເລັສຕິນທີ່​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ​ໄດ້​ຖອນ​ອອກ​ຈາກ​ການ​ເຈ​ລະ​ຈາ​ກັບ​ຜູ່​ໄກ່​ເກ່ຍຂອງ​ເອຢິບ​ກ່ຽວ​ກັບ​ການ​ປ່ອຍ​ຕົວ​ປະກັນ.

ຜູ່​ນຳ​ອົງການ​ຮາ​ມາສທີ່​ເຄີຍ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສ່ວນ​ໜຶ່ງ​ຜູ່​ນີ້​ກ່າວ​ວ່າ,​ວັນ​ທີ​4​ກໍ​ລະ​ກົດ,​ພາຍ​ຫຼັງ​ກາຍ​ເວລາ​ກຳ​ນົດ​ຂອງ​ຄຳ​ຂາດ​ສຸດ​ທ້າຍ​ແລ້ວ,​ອົງ​ການ​ປະ​ກອບ​ອາ​ວຸດ​ເຫຼົ່າ​ນີ້​ໄດ້​ຖອນ​ຜູ່​​ແທນ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ນັ້ນ​ອອກ,​ພວກ​ເຂົາ​ເຈົ້າ​ອາດ​ຈະ​ປະ​ຫານ​ຊີ​ວິດ​ຂອງ​ທະ​ຫານ​ຜູ່​ນີ້,​ແລະ​ກໍ​ອາດ​ຈະ​ຍ້າຍ​ເຂົາ​ໄປ​ປະ​ເທດ​ອື່ນ.

ວັນ​ທີ3ກໍລະກົດ,3ອົງການ​ປະກອບອາວຸດ​ຂອງ​ປະ​ເລັສຕິນທີ່​ລັກ​ພາ​ຕົວ​ທະຫານ​ອິສຣາ​ແອນ​ໄດ້​ປະ​ກາດ​ຄຳ​ຂາດ​ສຸດ​ທ້າຍ​ຕໍ່​ອິສຣາ​ແອນ, ຮຽກຮ້ອງ​ໃຫ້​ຝ່າຍ​ອິສຣາ​ແອນ​ໃຫ້​ຄຳ​ຕອບ​ຕໍ່​ເງື່ອນ​ໄຂ​ແລກ​ປ່ຽນ​ຕົວ​ປະກັນທີ່​ຝ່າຍ​ປາ​ເລັສຕິ​ນວາງ​ອອກ​ມາ​ນັ້ນ​ກ່ອນ6​​ໂມງ​ເຊົ້າ​ວັນ​ທີ​4​ກໍ​ລະ​ກົດ.ພາຍ​ຫຼັງ​ຄຳ​ຂາດ​ສຸດ​ທ້າຍ​ດັ່ງ​ກ່າວ​ກາຍ​ເວ​ລາ​ກຳ​ນົດ​ແລ້ວ,​ອິສ​ຣາ​ແອນ​ກ່າວ​ວ່າ​ນະ​ໂຍ​ບາຍ​ຂອງ​ຝ່າຍ​ອິສ​ຣາ​ແອນ​ບໍ່​ມີ​ການ​ປ່ຽນ​ແປງ​ໃດໆ,​ອິສ​ຣາ​ແອນ​ບໍ່​ຫ່ອນ​ຊິ​ອ່ອນ​ຍອມ​ຕໍ່​ການ​ກໍ່​ການ​ຮ້າຍ,​ບໍ່​ຫ່ອນ​ຈະ​ເຈ​ລະ​ຈາ​ກັບ​ພວກ​ເຂົາ​ເຈົ້າ.