ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 13:56:32    
ຈີນ​ອອກ​ແຮງ​ສະໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ຂ້ອນ​ຂ້າງ​ໜ້ອຍ

cri Author: mo


ຈີນ​ມີຫຼາຍຊົນເຜົ່າ, ນອກຈາກເຜົ່າຮັ້ນແລ້ວ, ຍັງມີ 55 ຊົນເຜົ່າ​ສ່ວນ​ໜ້ອຍ, ໃນ​ນັ້ນ, 22 ຊົນ​ເຜົ່າ​ມີປະຊາ​ກອນ​ບໍ່ຮອດ 1 ແສນ​ຄົນ, ສະນັ້ນ​ຖືກ​ເອີ້ນເປັນ​ຊົນ​ເຜົ່າ​ທີ່​ມີ​ປະຊາ​ກອນ​ຂ້ອນ​ຂ້າງ​ໜ້ອຍ. ຊົນ​ເຜົ່າ​ເຫຼົ່ານີ້​ສ່ວນຫຼາຍ​ດຳລົງ​ຊີວິດ​ຢູ່​​ເຂດຫ່າງ​ໄກ​ສອກຫຼີກ, ລະດັບ​ການ​ພັດທະນາ​ໃນ​ດ້ານ​ກວມ​ລວມ​ແລ້ວຂ້ອນ​ຂ້າງຫຼ້າຫຼັງ. ​ເພື່ອ​ປົວ​ແປງສະພາບ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ເຫຼົ່ານີ້, ​ແຕ່​ທ້າຍ​ສະຕະວັດ​ທີ່​ແລ້ວ​ເປັນຕົ້ນມາ, ຈີນ​ໄດ້​ໃຊ້​ມາດຕະການ​ຢ່າງ​ເປັນ​ລະບົບ​ສະໜັບສະ​ໜູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ເຫຼົ່ານີ້.

ເຜົ່າ​ນູດຳລົງ​ຊີວິດ​ຢູ່​ແຂວງ​ຢຸນນານ ທາງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ​ເມື່ອ​ນັກ​ຂ່າວ​ພວກ​ເຮົາ​ອອກ​ເດີນທາງ​ຈາກ​ເມືອງ​ຄຸນ​ມິງ ​ເທດ​ສະບາ​ນ​ແຂວງ​ຢຸນນານ, ​​ໃຊ້​ເວລາ​ເກືອບ 20 ຊົ່ວ​ໂມງ ຈຶ່ງ​ໄປ​ຮອດ​ບ້ານ​ເຜົ່າ​ນູ​ແຫ່ງ​ໜຶ່ງ​ທີ່​ຊື່ວ່າ"ບ້ານ​ເຈຍ​ເສີ່​ງ". ​ເບິ່ງ​ຈາກ​ທາງ​ໄກ, ​ເຫັນ​ແຕ່ທົ່ວ​ບ້ານ​ພູ​ຫິມະອ້ອມ, ​ ​​ແຕ່ເສັ້ນທາງ​ໃນ​ບ້ານຮາບ​ພຽງ, ຢູ່​ແຄມ​ທາງ​ ​ເຮືອນ​ດິນ​ຈີ່ທີ່​ປຸກ​​ໃໝ່ຕັ້ງ​ເປັນ​ແຖວ. ສະພາບ​ການນີ້​ຕ່າງ​ກັບ​ສະພາບ​ທຸ​ກຍາກ​ຫຼ້າຫຼັງທີ່​ນັກ​ຂ່າວ​​ໄດ້​ເຫັນ​ໃນ​ເມື່ອ​ກ່ອນຕັ້ງຫຼວງຫຼາຍ.

ຍ່າງ​ເຂົ້າ​ເຮືອນ​ຂອງ​ທ້າວ​ລິວ​ຢາງ​ຫາຍ, ນັກ​ຂ່າວ​ໄດ້​ເຫັນຫ້ອງ​ຮັບ​ແຂກ​ກວ້າງ​ຂວາງໃສ​ແຈ້ງ​, ມີ​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ​ຕ່າງໆ​ເຊັ່ນ​ໂທລະພາບ ຕູ້​ເຢັນ ​ແລະ​ຈັກຊັກ​ເຄື່ອງ​ເປັນຕົ້ນ. ທ້າວ​ລິວ​ຢາງ​ຫາຍ​ບອກ​ນັກ​ຂ່າວ​ດ້ວຍ​ຄວາມ​ດີ​ໃຈ​ວ່າ, ​ແຕ່​ປີ 2000 ​ເປັນຕົ້ນມາ, ທາງບ້ານ​ເຮັດ​ທຸລະ​ກິດ​ການທ່ອງທ່ຽວ, ຊາວບ້ານ​ທັງຫຼາຍ​ໄດ້​ມີ​ແຫຼ່ງ​ລາຍ​ຮັບ​ໃໝ່, ລາຍ​ໄດ້​ກໍ​​ເພິ່ມ​ຂຶ້ນຫຼາຍ, ສະນັ້ນ, ຄົນ​ທັງຫຼາຍພາກັນ​ປຸກ​ເຮືອນ​ໃໝ່, ຊື້​ເຄື່ອງ​ໄຟຟ້າ​ໃຊ້​ໃນ​ເຮືອນ. ​ລາວ​ເວົ້າວ່າ, ​ເມື່ອ 5-6 ປີ​ກ່ອນ, ຍ້ອນ​ດິນ​ປູກຝັງ​ໜ້ອຍ, ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ເຜົ່າ​ນູບໍ່​ຄື​ປັດ​ຈຸບັນ.

"​ແຕ່​ກ່ອນ​ບໍ່​​ໄດ້​ພັດທະນາ​ການທ່ອງທ່ຽວ, ​ແຫຼ່ງລາຍ​ຮັບຂອງ​ພວກ​ເຮົາບໍ່ຫຼາຍ, ນອກຈາກ​ການ​ປູກຝັງ​ແລ້ວ, ມີ​ແຕ່​ລ້ຽງ​ໄກ່​ໄກ່​​​ເລັກ​ໜ້ອຍ​ທໍ່​ນັ້ນ, ຊີວິດ​ຫຍຸ້ງຍາກຫຼາຍ."

ລາຍ​ຮັບ​ໜ້ອຍ​ທີ່ທ້າວ​ລິວຢາງ​ຫາຍ​ເວົ້ານັ້ນ​ແມ່ນ​ສະພາບ​ທົ່ວ​ໄປ​ທີ່​ມີ​ຢູ່​ໃນ​ຊົນ​ເຜົ່າ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​ຂອງ​ຈີນ​​ໃນ​ເມື່ອ​ກ່ອນ. ນອກ​ນັ້ນ, ​ໃນ​ເວລາ​ນັ້ນ, ຊົນ​ເຜົ່າ​ເຫຼົ່ານີ້ຍັງ​ປະ​ເຊີນ​ບັນຫາ​ອື່ນ​ຈຳນວນ​ໜຶ່ງ​ເຊັ່ນ: ພື້ນຖານ​ໂຄງ​ລ່າງຫຼ້າຫຼັງ, ບ້ານ​ຊົນ​ເຜົ່າ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍຫຼາຍສົມຄວນ​ບໍ່​ມີ​ໄຟຟ້າ​ແລະ​ທາງຫຼວງ, ບໍ່ມີ​ໂຮງຮຽນ​ປະຖົມ, ຫ້ອງ​ປິ່ນປົວ, ​ແລະ​ນ້ຳ​ກິນ​​ທີ່​ສະອາດ; ປະຊາກອນ​ປະມານ 1/4 ບໍ່​ທັນ​ໄດ້​ແກ້​ໄຂ​ການ​ກິນ​ອີ່ມ​ນຸ່ງ​ອຸ່ນ​.

ເພື່ອ​ປົວ​ແປງ​ສະພາບ​ດັ່ງກ່າວ, ​ແຕ່​ທ້າຍ​ສະຕະວັດ​ທີ່​ແລ້ວ​ເປັນຕົ້ນມາ, ຈີນ​ໄດ້​ໃຊ້​ມາດ​ຕະການ​ຕ່າງໆ​ຢ່າງ​ຕໍ່​ເນື່ອງ​ສະ​ໜັບສະ​ໜູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ. ຄື​ແຕ່​ປີ 2002 ຮອດ​ປີ 2004, ລັດ​ໄດ້​ລົງທຶນ 100 ກວ່າ​ລ້ານ​ຢວນ ປົວ​ແປງ​ເງື່ອນ​ໄຂ​ພື້ນຖານ​ໂຄງ​ລ່າງ​ເຊັ່ນ ນ້ຳກິນ ​ໄຟຟ້າ​ແລະ​ເສັ້ນທາງ​ຂອງ​ບ້ານ​ຊົນ​ເຜົ່າ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ; ນອກ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຍັງ​ຊ່ອຍ​ຊົນ​ເຜົ່າ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​ສັບ​ຊ້ອນ​ອົງ​ປະກອບ​ອຸດສາຫະກຳ, ພັດທະນາ​ອຸດສາຫະກຳ​ທ່າ​​ແຮງ​ທີ່​ມີ​ເອກະລັກ, ​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ລາຍ​ໄດ້​ເພີ່ມ​ຂຶ້ນ; ລັດຖະບານຊ່ອຍ​ຊົນ​ເຜົ່າ​ເຫຼົ່ານີ້​ພັດທະນາ​ພາລະກິດ​ສັງຄົມ​ເຊັ່ນ​ວິທະຍາສາດ​ເຕັກນິກ ການ​ສຶກສາ ສາທາລະນະ​ສຸກ​ແລະ​ວັດທະນະທຳ​ເປັນຕົ້ນ, ຊຸກ​ຍູ້​ໃຫ້​ສັງຄົມ​ໃນ​ເຂດ​ເຫຼົ່ານີ້​ມີ​ຄວາມກ້າວ​​ໜ້າ.

ເພື່ອ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ຕື່ມ​ອີກ, ປີ 2005, ຈີນ​ຍັງ​ໄດ້​ວາງ​"ແຜນການສະໜັບສະໜູນ​ການພັດທະນາຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ". ທ່ານ​ເລີ້​ສາງ​ຫົງ ຮອງ​ຫົວໜ້າ​ກົມ​ເສດຖະກິດ​ຂອງ​ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ແນະນຳ​ວ່າ, ​ໃນ 5 ປີ​ຂ້າງ​ໜ້າ, ອົງການ​ປົກ​ຄອງຂັ້ນຕ່າງໆ​ຂອງ​ຈີນ​​ຈະ​ລົງທຶນ 1 ຕື້​ຢວນ, ​ໃຊ້​ເຂົ້າ​ໃນ​ການ​​ປົວ​ແປງ​ສະພາບ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ.

"​ເປົ້າໝາຍ​ຂອງ​​ແຜນການ​ດັ່ງກ່າວ​ແມ່ນ​ຈະ​ໃຊ້​ເວລາ 5 ປີ, ​ແກ້​ໄຂ​ບັນຫາ​ກິນ​ອີ່ມ​ນຸ່ງ​ອຸ່ນ​ຂອງ​ປະຊາກອນ​ທຸກ​ຍາກ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​​ໂດຍພື້ນຖານ, ​ເຮັດ​ໃຫ້ການ​ພັດທະນາ​ເສດຖະກິດ​​ແລະສັງຄົມ​ຂອງ​ຊົນ​ເຜົ່າ​ເຫຼົ່ານີ້​ບັນລຸ​ເຖິງ​ລະດັບ​ຜ້ານ​ກາງ​ຫຼືຜ້ານ​ກາງ​ຂຶ້ນ​ໄປຂອງ​ທ້ອງ​ຖິ່ນ​ນັ້ນ​​ໂດຍພື້ນຖານ."

ໃນຫຼາຍປີ​ມາ​ນີ້, ​ໃຕ້​ການ​ສະໜັບສະໜູນ​ຈາກ​ລັດຖະບານ, ສະພາບ​ການ​ພັດທະນາ​ຂອງບາງ​​ເຂດ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​​ໄດ້​ຮັບ​ການ​ປົວ​ແປງ​​ໃຫ້​ດີ​ຂຶ້ນ​ຢ່າງຈະ​ແຈ້ງ. ​ເຜົ່າ​ຜູ​ມີ​ແມ່ນ​ຊົນ​ເຜົ່າທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​​ໄດ້​ດຳລົງ​ຊີວິດ​ຢູ່​ພາກ​ຕາ​ເວັນ​ຕົກສຽງ​ເໜືອຂອງ​ແຂວງ​ຢຸນນານ, ຢູ່​ບ້ານກ່ານ​ຈູ​ເຫີ​ທີ່​ມີຊົນ​ເຜົ່າ​ດັ່ງກ່າວ​ດຳລົງ​ຊີວິດ​ນັ້ນ, ນັກ​ຂ່າວ​ໄດ້​ເຫັນ​, ທາງຫຼວງ​ທີ່​ຈາກ​ບ້ານ​ນີ້​ເນັ່ງ​ໄປ​ຫາ​ພາຍ​ນອກ​ໄດ້​ສ້າງ​ສຳ​ເລັດ​ແລ້ວ, ​ໃຕ້​ການ​ຊ່ອຍ​ເຫຼືອຈາກ​ອົງການ​ປົກຄອງ​ທ້ອງ​ຖິ່ນ, ຊາວບ້ານ​ທັງຫຼາຍຍັງ​ໄດ້​​ລ້ຽງ​ງົວ. ນາງ​ເຫີ​ຈູ​ເຈີ່ນ ​ເຈົ້າໜ້າ​ທີ່​ທີ່​ຮັບຜິດຊອບ​ວຽກ​ງານ​ຊົນ​ເຜົ່າ​ຂອງ​ທ້ອງ​ຖິ່ນ​ນັ້ນ​ແນະນຳ​ວ່າ, ອົງການ​ປົກຄອງ​ໄດ້​​​ເອົາງົວ​ສອງ​ຕົວ​ໃຫ້​ທຸກ​ໆຄອບຄົວ​ເຜົ່າ​ຜູ​ມີ​ໂດຍ​ບໍ່​ເສຍ​ຄ່າ, ຫວັງ​ໃຫ້​ພວກ​ເຂົາ​ເຈົ້າມີ​ລາຍ​ໄດ້​ເພີ່ມ​ຂຶ້ນ​ໂດຍ​ຜ່ານ​ຈາກ​ການ​ລ້ຽງງົວ.

"ພວກ​ເຮົາຢູ່​ແຫ່ງ​ນີ້​ສູງ​ກວ່າ​ລະດັບ​ນ້ຳ​ທະ​ເລ​ຂ້ອນ​ຂ້າງຫຼາຍ, ພັດທະນາ​ການ​ລ້ຽງສັດຈະ​ຂ້ອນ​ຂ້າງ​ໝັ້ນທ່ຽງ, ສະນັ້ນ, ພວກ​ເຮົາ​ໄດ້​ຂໍ​ຄວາມ​ເຫັນນຳ​ຊາວ​ກະສິກອນ, ​ແລ້ວ​ລົງທຶນ 1 ລ້ານ​ຢວນ​ເຂົ້າ​ໃນ​ການ​ລ້ຽງສັດ. ດຽວ​ນີ້, ຊາວ​ກະສິກອນ​ທຸກ​ຄອບຄົວ​ປີ​ໜຶ່ງ​ຈະ​ມີ​ລາຍ​ໄດ້​ເພິ່ມ​ຂຶ້ນ 1 ພັນ​ກວ່າ​ຢວນ."

ຍ້ອນ​ແຕ່​ກ່ອນ​ເຜົ່າ​ຜູ​ມີ​ບໍ່​ເຄີຍ​​ລ້ຽງສັດ​​ເປັນ​ຂະ​ບວນ, ສະນັ້ນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ທ້ອງ​ຖິ່ນ​ໄດ້​ຮ່ວມ​ມື​ກັບ​ຂະ​ແໜງ​ການລ້ຽງສັດ ຈັດ​ຊຸດ​ອົບຮົມ​ລ້ຽງ​ງົວ​ຢູ່​ບ້ານ​ເຜົ່າ​ຜູ​ມີ, ສອນ​ພວກ​ເຂົາ​ເຈົ້າປ້ອງ​ກັນ​ພະຍາດ​ງົວ​ແນວ​ໃດ?​ ລ້ຽງ​ງົວ​ແນວ​ໃດ​? ມາດ​ຕະການ​ເຫຼົ່ານີ້​ໄດ້​ຮັບ​ຄວາມຊົມ​ເຊີຍ​ຈາກ​ເຜົ່າ​ຜູ​ມີ, ກໍ​ໄດ້​ຊຸກ​ຍູ້​ໃຫ້ການ​ລ້ຽງສັດ​ພັດທະນາ​ຢ່າງຟົດ​ຟື້ນ. ນາງ​ຢາງ​ຊູ້​ສຽງ ​ໄທບ້ານ​ກ່ານ​ຈູ​ເຫີ​ບອກ​ນັກ​ຂ່າວ​ວ່າ:

"ຫຼາຍປີ​ກ່ອນ, ຄອບຄົວ​ເຮົາ​ຫຍຸ້ງຍາກສົມຄວນ, ​ໃຕ້​ການ​ຊ່ອຍ​ເຫຼືອຈາກ​ຄະນະ​ກຳມະການ​ຊົນ​ເຜົ່າ, ພວກ​ເຮົາ​ໄດ້​ພັດທະນາ​ການ​ລ້ຽງສັດ, ​ສະພາບ​ຂອງ​ພວກເຮົາ​ດີກ​ວ່າ​ແຕ່​ກ່ອນຫຼາຍ​ແລ້ວ. ການ​ລ້ຽງ​ງົວ​ສາມາດ​​ເຮັດ​ໃຫ້​ຄອບຄົວ​​ເຮົາ​ມີ​ລາຍ​ໄດ້​ເພິ່ມຂຶ້ນ, ສາມາດ​ກຸ້ມລູກ​ສອງ​ຄົນ​ຂອງ​ເຮົາ​ໄປ​ເຂົ້າຮຽນ​."

ໃນ​ເວລາສຳພາດ, ນັກ​ຂ່າວ​ໄດ້​ຮູ້​ວ່າ, ​ເຊັ່ນ​ດຽວ​ກັນ​ກັບ​ເຜົ່າ​ຜູ​ມີ, ​ເມື່ອ​ທຽບ​ກັບ​ແຕ່​ກ່ອນ​ແລ້ວ, ສະພາບ​ການ​ຜະລິດ​ແລະ​ຊີວິດ​ການ​ເປັນ​ຢູ່​ຂອງ​ບັນດາຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​ໃນ​ປັດຈຸບັນ​ໄດ້​​ດີ​ຂຶ້ນ​ສົມຄວນ. ຕົວຢ່າງ​ຄື​ເຜົ່າ​ເຮີ້​ເຈີ​ແຂວງ​ເຫີ່​ຍລົງ​ຈ່ຽງ ຢູ່ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຈີນ, ປັດຈຸບັນ, ທຸກ​ບ້ານ​ໄດ້​ມີ​ໄຟຟ້າ ທາງຫຼວງ​ແລະ​ນ້ຳ​ປະປາ​, ບາງບ້ານ​ຍັງ​​ໃຊ້​ໂທລະສັບ​ມື​ຖື​ໄດ້; ​ໃຕ້​ການ​ສົ່ງ​ເສີມ​ແລະ​ການສະໜັບສະໜູນ​ຂອງ​ລັດ, ​ເຜົ່າ​ເຮີ້​ເຈີ​​ໄດ້​ພັດທະນາ​ການທ່ອງທ່ຽວ, ກ້າວ​​ເດີນ​ຕາມ​ເສັ້ນທາງ​ສ້າງ​ຮັ່ງ​ຄູນ​ມີ​ພົ້ນທຸກພົ້ນຍາກ​ແລ້ວ.

ທ່ານ​ເລີ້​ສາງ​ຫົງ ຂອງ​ຄະນະ​ກຳມະການ​ວຽກ​ງານ​ຊົນ​ເຜົ່າ​ແຫ່ງ​ລັດ​ຈີນ​ກ່າວ​ວ່າ, ຕໍ່​ໄປ​ພາຍ​ໜ້າ, ຈີ​ນຍັງ​ຈະ​ເພີ່ມ​ທະວີ​ການ​ສະໜັບສະໜູນ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​​ຢ່າງ​ບໍ່​ຢຸດ​ຢັ້ງ:

"ໜຶ່ງ​ ຕໍ່​ໄປ​ພາຍ​ໜ້າ, ຄຽງ​ຄູ່​ກັບ​​ການ​ເງິນ​ຂອງ​ລັດ​ເພີ່ມ​ຂຶ້ນ, ຈະ​ພະຍາຍາມ​ເພີ່ມ​ການ​ລົງທຶນ​ຕໍ່​ເຂດ​ເຫຼົ່ານີ້​ຕື່ມ​ອີກ; ສອງ, ຈະ​ຈັດຕັ້ງ​ເຂດ​​ເສດຖະກິດພັດທະນາຊ່ອຍ​ເຫຼືອ​ເຂດ​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍ​ແບບ​ໜຶ່ງ​ຕໍ່​ໜຶ່ງ, ​ເພິ່ມຄວາມ​ແຮງ​ສະໜັບສະໜູນ​ໃຫ້ຫຼາຍຂຶ້ນ​ຕື່ມ​; ສາມ​ປຸກລະດົມ​ໃຫ້​ວົງ​ການ​ຕ່າງໆ​ໃນ​ສັງຄົມ​ສະໜັບສະໜູນ​ຊ່ອຍ​ເຫຼືອຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ຂ້ອນ​ຂ້າງ​ໜ້ອຍຕື່ມ​ອີກ."
(ຈົບ)