ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 16:07:44    
ສຽງ​ເພງ​ທີ່​ມາ​ຈາກ​ພູ​ພຽງ​ຫິມະ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຂ້າພະ​ເຈົ້າ​ແມ່ນ​ແສງ​ແກ້ວ, ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາຂອງວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ. ​ເຜົ່າ​ຕິ​ເບ​ດ​ແມ່ນ​ໜຶ່ງ​ໃນ 56 ຊົນ​ເຜົ່າ​ຂອງ​ຈີນ, ມີ​ປະຊາກອນປະມານ 4 ລ້ານ​ກວ່າ​ຄົນ, ຕົ້ນຕໍ​ອາ​ໃສ​ຢູ່​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ. ​ໃນວິວັດທະນາການ​ປະ​ຫວັດ​ສາດອັນຍາວນານ, ສິ່ງແວດລ້ອມ​​ພູມ​ສາດ​ຂອງພູ​ພຽງ​​ໄດ້​ເຮັດ​ໃຫ້​ເຜົ່າ​ຕິ​ເບ​ດຈໍ່​ຕົວ​ເປັນ​ວັດທະນະທຳ​​ເຂດ​ຫິມະ​ທີ່​ມີ​ສີສັນ​ພິ​ເສດຂອງ​ຕົນ​ແລະ​ເຮັດ​ໃຫ້​ຄົນ​ຝັກ​ໄຝ່ປາຖະໜາຫາ. ມື້​ນີ້​ ຄືວັນ​ທີ 1 ກໍ​ລະ​ກົດແມ່ນມື້​ທຳ​ອິດ​ທີ່​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດທົດ​ລອງ​ແລ່ນ​ລົດ. ​ໃນ​ລາຍການ​ມື້​ນີ້, ຂໍ​​ໃຫ້​ພວກ​ເຮົາ​ເຂົ້າສູ່ພູ​ພຽງຊິງ​ຫາຍ​ຕິ​ເບ​ດ​ໃນ​ທ່າມກາງສຽງ​ເພງ​ທີ່​ອອນຊອນ,  ​ໄປ​ສຳຜັດ​ຊີວິດ​ທີ່​ມີຫຼາກຫຼາຍສີສັນ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບດ.

ເພງ"mu ge"​ແປ​ວ່າ ​ເພງ​ລ້ຽງສັດ ​ທີ່​ດັງ​ຫອງ​ແລະ​ອອນຊອນຂອງ​ເຜົ່າຕິ​ເບ​ດ​ໄດ້ພາ​ທ່ານ​ໄປ​ຮອດ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດທີ່​ກວ້າງ​ໃຫຍ່​ສຸດ​ສາຍຕາ. ຊາວ​ລ້ຽງສັດ​ຢູ່​ເທິງ​ພູ​ພຽງ​ໄດ້​ຖື​ທ້ອງ​ຟ້າ​ເປັນ​ມ່ານ, ​​ເອົາ​ທີ່ດິນ​ເປັນ​ຜ້າກັ້ງ. ​ເພງ​ລ້ຽງສັດ​ນີ້​ ​ໄດ້​ບັນທຶກ​ຊີວິດ​ທ່ຽວ​ລ້ຽງສັດ​ຂອງ​ພວກ​ເຂົາ​ເຈົ້າ, ​ແລະ​ກໍ​ແມ່ນ​ວິທີ​ໜຶ່ງ​ຂອງ​ພວກ​ເຂົາ​ເຈົ້າທີ່​ສະ​ແດງ​ຄວາມ​ດີ​ໃຈ ຄວາມຄຽດຊັງ ​ຄວາມໂສກ​ເສົ້າ​ແລະ​ຄວາມ​ມ່ວນ​ຊື່ນ. ​ເພງທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ກໍ​ແມ່ນ​ເພງ​ທີ່​ຊາວ​ລ້ຽງສັດຂອງ​​ເຂດພາກ​ເໜືອຕິ​ເບ​ດ​ມັກ​ຮ້ອງ​ໃນ​ເວລາ​ປ່ອຍ​ລ້ຽງສັດ.

ປະຊາຊົນ​ເຜົ່າ​ຕິ​ເບ​ດຕົ້ນຕໍ​ດຳລົງ​ຊີວິດ​ຢູ່​ເຂດ​ພູ​ພຽງ​ທີ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ລຳບາກ, ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ເຈົ້າມີ​ມາ​ນະ​ຈິດ​ອັນ​ໜຽວ​ແໜ້ນ​ໃນ​ການ​ດຳລົງ​ຊີວິດ, ມີ​ຮ່າງກາຍ​ອັນແຂງ​ແຮງ, ​ແລະ​ຮູບ​ການ​ຜະລິດ​ແລະ​ແບບ​ແຜນດຳລົງ​ຊີວິດ​ທີ່​ມີ​ເອກະລັກ​ພິ​ເສດ. ​ແຕ່​ກ່ອນ, ​ເຂດ​ເຜົ່າ​ຕິ​ເບ​ດປຸກ​ເຮືອນ​, ສ້າງ​ພື້ນ​ເຮືອນນັ້ນ, ຕ້ອງ​ໃຊ້​ດິນ​ອາກາ​ທີ່​ມີສະ​ເພາະ​ແຕ່ຢູ່​ເຂດ​ດັ່ງກ່າວ, ​ພື້ນ​ເຮືອນ​ທີ່​ສ້າງ​ດ້ວຍ​ດິນ​ຊະນິດ​ນີ້​ໝັ້ນຄົງທົນ​ທານ, ຍາມໜາວ​ອົບ​ອຸ່ນ, ຍາມຮ້ອນ​ເຢັນ​ສະບາຍ. ​ໃນ​ເວລາ​ຕີ​ອາການັ້ນ, ຄົນ​ທັງຫຼາຍຢືນ​ເປັນ​ສອງ​​ແຖວຫຼືອ້ອມ​ເປັນ​ວົງ​ມົນ, ມື​ຈັບໄມ້​ຄ້ອນ​​ທີ່ມີ​ດ້າມ​ຫີນ, ທັງ​ຕີ​ທັງ​​ຟ້ອນ​ລຳທຳ​ເພງ​ໄປ​ນຳ, ສຽງ​ເພງ​ມ່ວນ, ຈັງຫວະ​​​ຈະແຈ້ງ, ມີກິລິຍາ​ເປັນ​ເອກະ​ພາບ​ກັນ, ທັງ​ມີ​ທ່າທາງ​ທີ່​ສວຍ​ງາມ, ຜູ້​ຊົມ​ຢູ່​ທາງ​ຂ້າງ​ຍາກ​ທີ່​ຈະຈຳ​ແນກ​ໄດ້ວ່າ​ພວກ​ເຂົາ​ເຈົ້າ​ແມ່ນ​ພວມອອກ​ແຮງ​ງານ​ທີ່​ໜັກໜ່ວງ, ຫຼືພວມ​ສະ​ແດງ​ການ​ຟ້ອນ​ລຳ​ທີ່​ສວຍ​ງາມ.

ຕໍ່​ໄປ ພວກ​ເຮົາ​ມາ​ຟັງ​ເພງອອກ​ແຮງ​ງານ da qiang ge ສ້າງ​ຝາ​ເຮືອນ ຂັບ​ຮ້ອງ​ໂດຍ​ທ້າວ​ອາ​ຕົ່ງ ນັກ​ຮ້ອງ​ເຜົ່າ​ຕິ​ເບ​ດ. ​ເນື້ອ​​ເພງ​ມີ​ຄວາມ​ໝາຍວ່າ: ຜູ້​ສາວ​ຜູ້​ບ່າວ​ມາ​ຊ່ອຍ​ເຫຼືອ, ພວກ​ເຮົາ​ມາ​ສ້າງຝາ​ເຮືອນ​ນຳ​ກັນ, ​ເຈົ້າຕີ​ແລ້ວ​ຂ້ອຍ​ຕີ, ສ້າງ​ເປັນ​ເຮືອນຫຼັງ​ໃໝ່​, ​ເຮືອນ​ໃໝ່​ຄົນ​ໃໝ່​ເປັ່ງ​ສີສັນ, ດຳລົງ​ຊີວິດ​ຢ່າງ​ສຸກ​ສັນ​ມ່ວນ​ຊື່ນ.

ເຜົ່າ​ຕິ​ເບ​ດ​ແມ່ນ​ຊົນ​ເຜົ່າທີ່​ຊ່າງ​ຟ້ອນ​ລຳ​ທຳ​ເພງ, ບໍ່​ວ່າ​ໃນ​ຊີ​ວິດ​ປະຈຳ​ວັນ, ຫຼື​ໃນ​ຍາມ​ບຸນ​, ຄົນ​ທັງຫຼາຍມັກຖື​ການ​ຟ້ອນ​ລຳ​ທຳ​ເພງ​ເປັນ​ການ​ເຄື່ອນ​ໄຫວ​ລື້​ນ​ເລິງ​ທີ່​ສຳຄັນ, ສະນັ້ນ, ​ໃນທ່າມກາງ​ປະ​ຊາ​ຊົນ​ເຜົ່າ​ຕິ​ເບ​ດມີ​ເພງ​ພື້ນ​ເມືອງ​ທີ່​ມີຫຼາຍສີຫຼາຍສັນ​ສືບ​ຕໍ່​ກັນມາ.

ທ່ານ​ຜູ້​ຟັງ, ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ gui lai ​ແປ​ວ່າກັບ​ມາ, ​ເຊິ່ງ​ເປັນ​ເພງ​ດອຍ​ເຜົ່າ​ຕິ​ເບ​ດ. ​ເພງ​ດອຍ​ເຜົ່າ​ຕິ​ເບ​ດດັງ​ຫອງອອນຊອນ, ມີ​ຈັງຫວະ​ເສລີ, ມີ​ທຳນອງ​ເພງ​ກວ້າງ, ບຶດ​ສູງ​ບຶດ​ຕ່ຳ, ​​ເຕັມ​ໄປ​ດ້ວຍສີສັນ​ພູ​ພຽງ. ​ເພງ​ນີ້​ແມ່ນ​ນາງ​ຈົ່ງ​ຢົງ​ໂຈ​ມາ ນັກ​ຮ້ອງ​ເຜົ່າ​ຕິ​ເບດຮ້ອງ​ດ້ວຍ​ພາສາ​ຕິ​ເບ​ດ. ​​ເນື້ອ​ເພງ​ໄດ້​ວາດ​ພາບ​ອ້າຍ​ບ່າວ​ຜູ້​ໜຶ່ງ​ກັບ​ມາ​ຈາກ​ທາງ​ໄກ, ​ໄດ້​ນຳ​ເອົາ​ຂອງຂວັນ​ອັນ​ລ້ຳ​ຄ່າຫຼາຍໆ​ຢ່າງມາ​ໃຫ້​ຜູ້​ສາວ​ທີ່​ຕົນ​ຮັກ, ​​ເພື່ອ​ສະ​ແດງ​ຄວາມ​ຮັກຂອງ​ຕົນ.

ການ​ມອບຜ້າ"ຮາ​ດາ"​ແມ່ນປະ​ເພນີ​ຊະນິດ​ໜຶ່ງ​ຂອງ​ປະຊາຊົນ​ເຜົ່າ​ຕິ​ເບ​ດ, ​ໃນ​ງານ​ດອງ, ງານສົ່ງສະການ, ການສະຫຼອງວັນ​ບຸນ, ​​ການໄປ​ຢາມ​ຜູ້​ອາ​ວຸດ​ໂສ, ​ແລະ​ຕ້ອນຮັບ​ຂັບ​ສູ້ເປັນຕົ້ນ, ລ້ວນ​ແຕ່​ຈະ​ມີ​ປະ​ເພນີ​ມອບຜ້າ"ຮາ​ດາ". "ຮາ​ດາ"​ແມ່ນ​​ຜ້າ​​ແພ​ຊະນິດ​ໜຶ່ງ, ​ແຕ່​ບູຮານ​ນະ​ການ​ມາ​ນີ້, ຊາວ​ເຜົ່າ​ຕິ​ເບ​ດ​ເຫັນ​ວ່າ, ສີຂາວ​ເປັນ​ສັນຍະລັກ​ໃຫ້​ແກ່​ຄວາມ​ບໍລິສຸດ​ແລະສິ​ລິ​ມຸງຄຸນ​, ສະນັ້ນ, ທຳ​ມະ​ດາ​ແລ້ວ, "ຮາ​ດາ"​ແມ່ນ​ສີຂາວ. ​ໃນ​ເວລາ​ມອບຜ້າ"ຮາ​ດາ", ຕ້ອງກົ້ມຫົວ, ​ເອົາສອງ​ມື​ຍື່ນ​​ໃຫ້, ​ເພື່ອ​ສະ​ແດງ​ຄວາມ​ເຄົາລົບ​ແລະຄວາມ​ຈິງ​ໃຈ. ຜູ້​ຮັບຜ້າ"ຮາ​ດາ"ກໍ​ຕ້ອງກົ້ມຫົວ, ​ເອົາສອງ​ມື​ຮັບ​ເອົາ, ​ເພື່ອສະ​ແດງ​ຄວາມ​ຂອບ​ໃຈ.

ທ່ານ​ຜູ້​ຟັງ, ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"yang guang ha da" ຂັບຮ້ອງ​ໂດຍ​ນາງ​ໂກ​ວາ ​ເຈ່ຍ​ມາວ​ຈີ ນັກ​ຮ້ອງ​ເຜົ່າ​ຕິ​ເບ​ດ. ​ເນື້ອ​​ເພງ​ມີ​ຢູ່​ວ່າ: ຂ້ອຍ​ຮ້ອງ​ເພງ​ປິນ​ຂຶ້ນພູຫິມະ​ໄລ, ຖັກ​ຜ້າ​"ຮາ​ດາ"ສີຄຳ​ດ້ວຍ​ແສງຕາ​ເວັນ​ທີ່​ສິລິ​ມຸງຄຸນ, ຊູ​ຮາ​ດາຂຶ້ນ​ກໍ​ແມ່ນ​ຊູ​ຄວາມ​ຮັກ​ແພງ​ອັນ​ເລິກ​ເຊິ່ງ​ເພື່ອ​ມອບ​​ໃຫ້​ປິຕຸ​ພູມ​ທີ່​​ແສນຮັກ​, ​​ແມ່​ທີ່​​ແສນ​ເຄົາລົບຮັກ.

ເຜົ່າ​ຕິ​ເບ​ດມີ​ວັນ​ບຸນ​ທີ່​ມີ​ເອກະລັກ​ພິ​ເສດ​ຂອງ​ຕົນຢ່າງຫຼວງຫຼາຍ, ​ເຊັ່ນ​ປີ​ຈັນທະຄະຕິ​ຕິ​ເບ​ດ, ບຸນວ້າງ​ໂກ, ​ແລະ​ບຸນ​ເສຕຸ້ນ​ເປັນຕົ້ນ. ຢູ່​ຕິ​ເບ​ດ, ນອກຈາກ​ປີຈັນ​ທະ​ຄະຕິຕິ​ເບ​ດ​ແລ້ວ, ມື້​ຄຶກຄື້ນກວ່າ​ໝູ່​ກໍ​ແມ່ນ​ບຸນວ້າງ​ໂກ. ​ໃນ​ພາສາ​ຕິ​ເບ​ດ, "ວ້າງ"​ແປ​ວ່າ"​ໄຮ່ນາ", "ໂກ"​ແປ​ວ່າ"ຫັນ​ປິ່ນ", ສະນັ້ນ, "ວ້າງ​ໂກ"ກໍ​ແມ່ນ​ວັນ​ບຸນ​ທີ່​ປະຊາຊົນ​ເຜົ່າ​ຕິ​ເບດຂໍ​ໃຫ້​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​ກະສິກຳ​ຢ່າງອຸດົມສົມບູນ. ຕໍ່​ໄປ, ​ເຊີນ​ຟັງ​ເພງ"​wang guo jie" ບຸນວ້າງ​ໂກ.

ເນື້ອເພງມີຄວາມໝາຍວ່າ: ແສງຕາເວັນຄ້ອຍຄ່ຳສາດ​ສ່ອງ​ໃສ່​ໜອງ​ຢາງ​ໂຈ່​ຢົ່ງ, ນິຄົມ​ລ້ຽງສັດ​ມີ​ສຽງ​ເພງ​ມ່ວນ​ຊື່ນ​ດັງ​ຂຶ້ນ, ​ໃນ​ວັນ​ບຸນ​ວ້າງ​ໂກ​ທີ່ຈັດ​ຂຶ້ນ​ປີ​ລະ​ເທື່ອ, ພູ​ພຽງ​ໄດ້​ປ່ຽນ​ຊຸດທີ່​ສວຍ​ງາມ. ງົວ​ຈາມ​ມະ​ລີ​​ໄດ້ສົ່ງ​ຄວາມ​ມ່ວນ​ຊື່ນ​ມາ​​ໃຫ້, ​ຜູ້​ບ່າວຜູ້​ສາວ​ຟ້ອນ​ລຳ​"​ໂກ່​ຈ່ວງ", ຄົນ​ທັງ​ຫຼາຍທີ່​ອອກ​ແຮງ​ງານພວມ​ຮ້ອງ​​ເພງ, ຂີ່​ມ້າ​ອາຊາ​ໄນ​​ແລ່ນ​​ໄປຫາ​ຄວາມ​​ໄຝ່ຝັນ.

ເຜົ່າ​ຕິ​ເບ​ດ​ແມ່ນ​ຊົນ​ເຜົ່າ​ທີ່​ມັກ​ແຂກ​ມັກ​ຄົນ​ແລະ​ເອື້ອ​ເຟື້ອ​ເພື່ອ​ແຜ່. ​ເມື່ອ​ຮອດ​ຍາມ​ບຸນ​ແລະ​ເຕົ້າ​ໂຮມ​ມ່ວນ​ຊື່ນ​ກັບ​ພີ່ນ້ອງ​ນັ້ນ, ລ້ວນ​ແຕ່​ມັກ​ດຶ່ມ​ເຫຼົ້າຢ່າງ​ມ່ວນ​ຊື່ນ, ​ເວລາ​ນັ້ນ, ຄົນ​ທັງຫຼາຍມັກ​ຮ້ອງ​ເພງ​ຊວນ​ກິນ​ເຫຼົ້າ. ທຳນອງ​ເພງ​ມ່ວນຊື່ນ​ອອນຊອນ, ​ເນື້ອ​ເພງ​ສ່ວນຫຼາຍ​ແມ່ນ​ອວຍ​ພອນ​ແລະ​ຍ້ອງ​ຍໍ​ເປັນຕົ້ນ. ມ້ວນທ້າ​ຍລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"qing man jiu ge" ​ຄວາມ​ຮັກ​ເຕັມ​ຈອກ​ເຫຼົ້າ ຂັບ​ຮ້ອງ​ໂດຍ​ທ້າວ​ຢົງ​ຈົ່ງ​ເອີ​ຈາ ນັກ​ຮ້ອງ​ເຜົ່າ​ຕິ​ເບ​ດ.

ເນື້ອ​ເພງ​ມີ​ຢູ່​ວ່າ: ຝົນຕົກ​​ໃນລະດູບານ​ໃໝ່​ຕ້ອງ​ຕົກ​​ໃຫ້​ຫຼາຍ, ​ເພື່ອນ​ມິດກິນ​ເຫຼົ້າຕ້ອງ​ກິນ​ໃຫ້​ພໍ, ​ເຫຼົ້າຫອມ​​ໄດ້​ເຈືອ​ປົນຄວາມ​ຮັກ​ແພງ​ຂອງ​ຂ້ອຍ, ສອງ​ມື​ຍົກ​ຈອກເຫຼົ້າ​ສູງ​ກວ່າ​ຫົວ. ​ຮ້ອງ​ເພງ​ເຫຼົ້າຈົນ​ເດືອນ​ເຕັມ​ດວງ, ນົກ​ບິນ​ມາ​ແລ້ວ​ບໍ່​ຢາກ​ໜີ, ຮາ​ດາ​ຕິດ​ຕໍ່​ໃຈ​ທຸກ​ດວງ, ຂໍ​ໃຫ້​ຄວາມ​ຮັກ​ແພງ​ກັນ​ຍືນ​ຍົງ​ຈົນ​ຊົ່ວ​ຟ້າ​ດິນ​ສະຫຼາຍ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ມື້ນີ້​ຂໍ​ຈົບ​ລົງທໍ່​ນີ້, ຄິດ​ວ່າ​ທ່ານ​ຄົງ​ຈະ​ຮູ້ຈັກຮີດຄອງ​ປະ​ເພນີ​ຂອງ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ​ໃນ​ລະດັບ​ອັນ​ແນ່ນອນ​ໃນ​ທ່າມກາງ​ສຽງ​ເພງ​ແລ້ວ​ຕິ? ຖ້າ​ມີ​ໂອກາດ, ຂໍໃຫ້​ທ່ານ​ຈົ່ງ​ຂີ່​ລົດ​ໄຟ​ໄປ​ຕາມ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ, ​​ໄປ​ສຳຜັດ​ຕົວ​ຈິງ, ​ເຊື່ອ​ວ່າ​ທ່ານ​ຄົງ​ຈະ​ເບີກບານ​ມ່ວນ​ຊື່ນ​ຕະຫຼອດທາງ. ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ພົບ​ກັນ​ໃໝ່​ໃນ​ວັນ​ເສົາ​ໜ້າ.ສະບາຍດີ.