ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 16:13:20    
ຂົວ​ອາ​ກາດ​060704(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບE-mailຂອງ​ນ້ອງສຸລິ​ຈັນ,​ໃນE-mailຂອງນ້ອງ​ຂຽນວ່າ,ຂ້າພະ​ເຈົ້າ​ເອງ​ແມ່ນ​ເພື່ອນ​ມິດ​ຜູ້​ຟັງ​ຂອງ​ວິທະຍຸ​ຂອງ​ພວກ​ທ່ານ​ຜູ້​ໜຶ່ງ,ຂ້າພະ​ເຈົ້າ​ເອງ​ບໍ່​ໄດ້​ຂຽນ​ຈົດໝາຍ​ມາ​ຖາມ​ຂ່າວ​ຄາວ​ດົນ​ແລ້ວ ​ແຕ່​ວ່າ​ລາຍການ​ຂອງ​ພວກ​ທ່ານ​ຂ້າພະ​ເຈົ້າ​ເອງ​ແມ່ນ​ໄດ້​ຕິດຕາມ​ຮັບຟັງ​ຕະຫຼອດ ​ເພາະວ່າ​ມີ​ທັງ​ຄວາມ​ຮູ້​ຮອບ​ຕົວ ​ແລະ ຂ່າວ​ສັງຄົມ​ອື່ນໆ​ຂອງ​ໂລກ.ລວມ​ທັງ​​ເວ​ບ​ໄຊ ຂ້າພະ​ເຈົ້າ​ກໍ່​ໄດ້​ເຂົ້າ​ຊົມ​ເລື້ອຍໆ ​ແລະ​ ຊອກ​ອ່ານ​ສາລະ​ຕ່າງໆ​ຂອງເວ​ບ​ໄຊ.ຂ້າ​ພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ແຕ່​ຄວາມ​ສຸກ​ໝົດ​ທຸກ​ຄົນ.

ຂອບ​ໃຈ​ນ້ອງ ສຸລິ​ຈັນຫຼາຍ​ຫຼາຍທີ່​ໄດ້ຕິດ​ຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ຂ້າພະ​ເຈົ້າຕະ​ຫຼອດ.ພວກ​ຂ້າ​ພະເຈົ້າ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ມີ​ຜູ້​ຟັງ​​ໄດ້​ຮັບຮອງຕໍ່​ລາຍການ​ຂອງ​ພວກ​ຂ້າພະເຈົ້າ,ພວກ​ຂ້າພະ​ເຈົ້າກໍ່ຈະ​ພະຍາຍາມ​ຈັດ​ລາຍການ​​ນັບ​ມື້​ນັບ​ດີ​ຂຶ້ນ.ພ້ອມ​ກັນ​ນີ້,ກໍ່​ຫວັງ​ວ່າ​ຜູ້​ຟັງ​ທັງຫຼາຍຄົງ​ຈະ​ຕິ​ດຕໍ່​ກັບ​ພວກ​ຂ້າພະເຈົ້າ​ເລື້ອຍໆ,ນອກ​ຈາກ​ຂຽນຈົດ​ໝາຍຫືຼ​ໂທລະສັບ​ມາຍັງ​ພວກເຮົາ,ທ່ານຍັງ​ສາມາດ​ຝາກ​E-mail​ຫືຼຝາກ​ຂໍ້ຄວາມ​ສັ້ນ​​ມາ​ຍັງ​ພວກຂ້າ​ພະເຈົ້າ, E-mailຂອງ​ພວກ​ເຮົາ​ແມ່ນ​lao@chinabroadcast.cn,ນ້ຳ​ເບີ​ໂທລະ​ສັບ​ມື​ຖື​ແມ່ນ5301264.

ສຸດ​ທ້າຍ,ຂໍຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ນ້ອງ ສຸລິ​ຈັນ​ຟັງ,ກໍ​ຂໍ​ມອບ​ໃຫ້​ເພື່ອນ​ຜູ້​ຟັງ​ທີ່​ພວມ​ຟັງ​ລາຍການ​ຢູ່ດ​ຽວນີ້.​ເພງ​ນີ້​ຊື່ວ່າ"ປູ​ພ້າ​ປູ​ພ້າ",​ແປ​ວ່າ"ບໍ່​ຢ້ານ​ບໍ່​ຢ້ານ".