ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-05 21:04:52    
ນັກ​ລົງ​ທຶນ​ຈີນ​ແລະ​ຕ່າງ​ປະ​ເທດ​ເຫີ່​ກັນ​ໄປ​ລົງ​ທຶນ​ຢູ່​ເຂດ​ຕິ​ເບດ

cri
ຕາມ​ຂ່າວສານ​ຊິນ​ຮວາ,ຄຽງ​ຄູ່​ກັບ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​​​ເປີດ​​ໃຫ້ແລ່ນ​ລົດ​ຕະຫຼອດ​ສາຍ​​ໃນວັນ​ທີ1​ກໍລະກົດ​ແລະ​ຕະຫຼາດການ​ຄ້າ​ຊາຍ​ແດນນາ​ຕູ​ລາ​ຈີນ​ອິນ​ເດ​ຍຈະ​ເປີດ​ປະຕູ​ຄືນ​ໃໝ່​ໃນ​ໄວໆ​ນີ້,ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ດີ​ຂຶ້ນ​ຕື່ມ​ອີກ,​ນັກ​ລົງ​ທຶນ​ຂອງ​ຈີນ​ແລະ​ຕ່າງປະ​ເທດ​​ຈຶ່ງ​ໄດ້​ເຫີ່​ກັນ​ໄປ​ລົງ​ທຶນ​ຢູ່​ເຂດ​ຕິ​ເບ​ດ.

ບຸກຄົນຂະ​ແໜງ​ການທ່ອງທ່ຽວກ່າວ​ວ່າ,ຫຼັງ​ຈາກລົດ​ໄຟ​ໄປ​ຮອດ​ເມືອງ​ລາຊາ,ການ​ຈໍລະ​ຈອນ​ຂອງ​ບຸກ​ຄົນ​ແລະ​ສິນຄ້າ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ເພີ່ມ​ຂຶ້ນ,​ການ​ທ່ອງ​ທ່ຽວ,​ເຄ​ຫະ​ແລະ​ຕາ​ດິນ​ແລະ​ຂະ​ແໜງ​ການ​ອື່ນໆ​ຂອງ​ເຂດ​ຕິ​ເບ​ດຈະ​ເລັ່ງ​ລັດ​ພັດ​ທະ​ນາ​ໃຫ້​ໄວ​ເຂົ້າ.​ພະ​ແນກ​ການ​ຄ້າ​ເຂດ​ຕິ​ເບ​ດ​ແນະ​ນຳ​ວ່າ,ປັດ​ຈຸ​ບັນ,​ນັກ​ທຸ​ລະ​ກິດ​ຈີນ​ແລະ​ຕ່າງປະ​ເທດ​ນັບ​ມື້​ນັບ​ຫຼາຍ​ໄປ​ຂໍ​ຄຳ​ປຶກສາ​ແລະ​ຮ້ອງ​ຂໍ​ລົງ​ທຶນ​ສ້າງ​ບໍລິສັດ​ການບິນ,​ສວນ​ວັດ​ທະ​ນະ​ທຳ,​ສວນ​ທໍ​ລະ​ນີ​ແລະ​ໂຮງ​ງານ​ຊຳລະນ້ຳ​ໂສ​​ໂຄກ​ເປັນ​ຕົ້ນ.

ເມື່ອ20​ຮອດ30​ປີ​ກ່ອນ,ພື້ນຖານ​ໂຄງ​ລ່າງ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່​ຜູກ​ມັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ​ຕິ​ເບ​ດຢ່າງ​ໜັກ​ໜ່ວງ.​ລັດ​ຖະ​ບານ​ກາງ​ໄດ້​ເພີ່ມ​ການ​ລົງ​ທຶນ​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ເຂດ​ຕິ​ເບ​ດຢ່າງ​ບໍ່​ຢຸດ​ຢັ້ງ,​ພື້ນ​ຖານ​ໂຄງ​ລ່າງ​ຫຼາຍ​ຢ່າງ​ເຊິ່ງ​ລວມ​ທັງ​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບ​ດ​ເລີ່​ມ​ໃຊ້​ການ​ຕາມໆ​ກັນ, ໄດ້​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ຂອງ​ເຂດ​ຕິ​ເບ​ດ​ໃຫ້​ດີ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.