ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 08:53:52    
ຂົວ​ອາ​ກາດ​060705(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ.ຈາ​ລໍ່ ທີ່​ເມືອງ​ໂ​ພນ​ສະຫວັນ ​ແຂວງ​ຊຽງ​ຂວາງ,​ໃນ​ຈົດ​ໝາຍ,ທ.ຈາ​ລໍ່​ຂຽນ​ວ່າ,"​ເມື່ອ​ຂ້ອຍ​ໄດ້​ຟັງ​ວິ​ທະຍຸ,ຂ້ອຍ​ມີ​ຄວາມ​ດີ​ໃຈ​ຫຼາຍ ​ທ່ານ​ໄດ້​ສອນ​ໃຫ້​ພວກ​ເຮົາ​ຮູ້,​ແຕ່​ວ່າ,ຂ້ອຍ​ບໍ່​ຮູ້​ວ່າ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ຮຽນ​ໄດ້​ພາສາ​ຈີນ​ຈາກ​ວິທະຍຸ,​​ເປັນ​ຫຍັງ​ກໍ່ຕາມ,ຂ້ອຍ​ຈະ​ພະຍາຍາມ​ໃຫ້​ມີ​ເວລາ​ໄດ້ມາ​ຟັງ​ວິທະຍຸ,ຖ້າທ່ານ​ໄດ້​ຮັບ​ຈົດໝາຍ​ນີ້​ແລ້ວ,ຂ້ອຍ​ເອງ​ຂໍ​ປື້​ມພາສາ​ຈີນ​ແລະ​ແຜ່ນ​CDສອນ​ພາສາ​ຈີນມາ​​ອ່ານ​ແລະ​ຟັງ​ແດ່,​ເພາະ​ຂ້ອຍ​ໄດ້​ຟັງ​ວິທະຍຸ​ຈີນ​ນີ້​ມ່ວນ​ຫຼາຍ,ດັ່ງ​ນັ້ນ,ຂ້ອຍ​ຈຶ່ງ​ໄດ້​ຂຽນ​ຈົດໝາຍ​ກ້ານນີ້​ມາຢາມ​ທ່ານ."

ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ນ້ອງຈາ​ລໍ່​ມັກ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ແລະ​ມັກຮຽນ​ພາສາ​ຈີນ,ກ່ຽວ​ກັບ​ວິທີ​ຮຽນ​ພາ​ສາ​ຈີນ,ທີ່​ຈິງ​ແລ້ວ,ກໍ່​ຕ້ອງຟັງ​ໃຫ້ຫຼາຍ,​ເວົ້າ​​ເລື້ອຍໆ​ແລະ​ຝຶກ​​ເລື້ອຍ,ລາຍການ"​ສອນພາສາ​ຈີນ​"ແລະ​ແບບຮຽນ​ພາສາ​ຈີນ​ຂອງ​ພວກ​ເຮົາ​ກໍໄດ້​ຝາກໃຫ້​ຜູ້​ຟັງ​ເລື້ອຍໆ,​ເພື່ອ​ເປັນ​ການ​ຊ່ອຍ​ຮຽນ,​ແລະພວກ​ເຮົາຈະຝາກ​​ໃຫ້​ນ້ອງຕາມ​ຄວາມ​ປະສົງ​ຂອງນ້ອງໂດຍ​​ໄວ,​ແລະ​ຫວັງ​ວ່າຜູ້​ຟັງ​ທຸກ​ຄົນ​ທີ່​ຮຽນ​ພາສາ​ຈີນ​ເມື່ອ​ມີ​ປື້​ມ​ແລະCD​ແລ້ວ​,ຄົງ​ຈະ​ຟັງ​ເລື້ອຍໆ,ຊອກ​ໂອກາດ​ເວົ້າ​ເລື້ອຍໆ,ຈຶ່ງ​ຈະ​ກວ້າໜ້າ.

ໃນ​ຈົດໝາຍ,ນ້ອງ​ຈາ​ລໍ່​ຍັງ​ຂໍ​ຟັງ​ເພງ​ຈີນ​ເພງ​ໜຶ່ງ,ຝາກ​​ໃຫ້​​ເພື່ອນທຸກໆ​ທ່ານ​ທີ່​ໄດ້​ຟັງ​ວິທະຍຸ​ຂອງ​​ເຮົາ,​ແລະຂໍ​ອວຍພອນ​ໃຫ້​​ເພື່ອນ​ທຸກ​ຄົນ​ຈົ່ງມີ​ຄວາມ​ມ່ວນ​ຊື່ນ​ເບີກບານ​ຕະຫຼອດ​ໄປ​ແລະ​ມີ​ສຸຂະພາບ​ເຂັ້ມ​ແຂງ."

ສຸດ​ທ້າຍ,ພວກ​ເຮົາ​ກໍ​ຂໍ​ຈັດ​ເພງ​ມ່ວນໆ​ເພງໜຶ່ງ​ສູ່ທ່ານ​ຟັງ​ຕາມ​ຄວາມ​ປະສົງ​ຂອງູ​ນ້ອງ​ຈາ​ລໍ່,​ເພງ​ນີ້​ຊື່ວ່າ"ມິ້ງ​ຈົ່ງ​ຈູ້​ຕິ້ງ",​ແປ​ວ່າ"ພົມລິ​ຂິດ".