ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 14:59:54    
ກອງ​ທະຫານ​ອິສ​ຣາ​ແອນດຳ​ເນີນການ​​ເຄື່ອນ​​ໄຫວ​ທາງ​ການ​ທະຫານ​ຢ່າງ​ຂະໜາດ​ໃຫຍ່​ຢູ່​ພາກ​ເໜືອ​​ແຖບ​ກາຊາ

cri Author: cai
ຕາມ​ຂ່າວ​CRI:ຕອນ​ຄ່ຳ​ວັນ​ທີ 5 ກໍລະ​ກົດ,ກອງ​ທະ​ຫານ​ອິສ​ຣາ​ແອນ​​ໄດ້​ເຄື່ອນ​ພົນ​ພາກ​ເໜືອ​ແຖບ​ກາຊາ,​ໃຊ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕໍ່​ໄປ,​ເຮັດ​ໃຫ້​ຊາວ​ປາ​ເລັສຕີນ 1 ຄົນ​ເສຍ​ຊີວິດ,ຫຼາຍ​ຄົນ​ບາດ​ເຈັບ.

ຕາມຜູ້​​​ເຫັນປະຈັກ​ຕາ​ເວົ້າ​ວ່າ,ວັນ​ທີ 5 ກໍລະກົດ,​ໃຕ້​ການ​ປົກປ້ອງຂອງ​ຍົນ​ເຮ​ລິ​ກົບປະກອບ​ອາວຸດ,ມີລົດ​ຕັງ​ແລະ​ລົດ​ຫຸ້ມ​​ເກາະປະມານ 40 ຄັນ​​ໄດ້ແລ່ນ​ເຂົ້າ​ເຂດ​​ເບ​ດ.ລາ​ຮີ​ຢາ ພາກ​ເໜືອ​ແຖບ​ກາ​ຊາ.ບຸກ​ຄົນ​ຮັກສາ​ຄວາມ​ປອດ​ໄພຂອງ​ປາ​ເລັສຕີນ​ເວົ້າ​ວ່າ,ຍົນ​ເຮ​ລິ​ກົບ​ປະກອບ​ອາວຸດ​ຂອງ​ອິສຣາ​​ແອນ​ໄດ້​ຍິງ​ລູກ​ສອນ​ໄຟ​ນຳ​ວິຖີ 2 ລູກ​​ໃສ່​ປົດ​ຍາມຂອງ​ກອງ​ທະຫານຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນຢູ່​ພາກ​ເໜືອແຖບ​ກາຊາ,ຜູ້​ໜຶ່ງ​ເສຍ​ຊີວິດ,ອີກ​ຫຼາຍ​ຄົນ​ບາດ​ເຈັບ.ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ໝູ່​ຂອງ​ກອງ​ທະຫານ​ອິສຣາ​ແອນ​ຢູ່​ພາກ​ເໜືອ​ແຖບ​ກາຊາ​ໃນ​ຫຼາຍ​ມື້​ມາ​ນີ້.

ຕອນ​ຄ່ຳ​ມື້​ດຽວ​ກັນ,​ໂຄສົກ​ຝ່າຍ​ທະ​ຫານ​ອິສຣາ​ແອນ​ເວົ້າ​ວ່າ,ການ​​ເຄື່ອນ​ໄຫວ​ປະສົມ​ຂອງ​ທະ​ຫານ​ບົກ​ແລະ​ທະຫານ​ອາກາດ​ຂອງກອງ​ທະຫານ​ອິສຣາ​ແອນ​ຢູ່​ພາກ​ເໜືອ​ແຖບ​ກາ​ຊາ​ນັ້ນ​ມີ​ຈຸ​ດປະສົງຊອກ​ຈັບຕົວ​ຜູ້​ປະກອບ​ອາວຸດຂອງ​ປາ​ເລັສຕີນ,​ແລະ​ຊອກ​ຫາ​ທາງ​ໃຕ້​ດິນ​ແລະ​ໝື້​ລະ​ເບີດ​ທີ່​ອາດ​ຈະ​ເຊື່ອງຊ້ອນ​ໄວ້​ຢູ່​ເຂດ​ດັ່ງກ່າວ.

ມື້​ດຽວ​ກັນ,​ໃນ​ກອງ​ປະຊຸມວິສາມັນກ່ຽວ​ກັບ​ບັນຫາ​ປາ​ເລັສຕີນ​ຂອງສະພາ​ສິດທິ​ມະນຸ​ດສະ​ຫະ​ປະຊາ​ຊາດ,ທ່ານ​ຊາ​ຈູ​ຄາງ ຫົວໜ້າ​ຄະນະ​ຜູ້​ແທນຈີນ​ປະຈຳສະຫະ​ປະຊາ​ຊາດທີ່​​ເຊີ​ແນວ​ໄດ້ຮຽກຮ້ອງ​​ໃຫ້​ສອງ​ຝ່າຍ​ປາ​ເລັສຕີນ​ກັບ​ອິສຣາ​ແອນຈົ່ງ​ຮັກສາ​ຄວາມ​ອົດ​ກັ້ນ,ຫຼີກ​ເວັ້ນບໍ່​​ໃຫ້​ສະຖານະ​ການ​ພາກ​ພື້ນ​ຊຸດຮ້າຍ​ລົງ​ຕື່ມ​ອີກ.

ຕອນ​ຄ່ຳ​ມື້​ດຽວ​ກັນ,ທ່ານ​ລາວຼົຟ ລັດຖະມົນຕີ​ການ​ຕ່າງປະ​ເທດຣັດ​ເຊຍ​ໄດ້​ໂທລະ​ສັບ​ລົມ​ກັບ​ທ່ານ​ນາງ​ລິ​ຟນີ ຮອງ​ນາ​ຍົກ​ລັດຖະ​ມົນ​ຕີທັງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິສຣາ​ແອນ,​ໄດ້​ຫາລື​ກັນ​ກ່ຽວ​ກບສະຖານະ​ການ​ປາ​ເລັສຕີນ​ອິສຣາ​ແອນ.ທ່ານ​ລາ​ວຼົຟກ່າວ​ເນັ້ນ​ວ່າ,​ໃນ​ເວລາ​ຝ່າຍອິສຣາ​ແອນ​ດຳ​ເນີນ​ການ​ເຄື່ອນ​​ໄຫວ​ກອບ​ກູ້ນັ້ນ,ຄວນ​ຫຼີກ​ເວັ້ນບໍ່​​ໃຫ້​ມີ​ອັນຕະລາຍຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ຂອງ​ສາມັນ​ຊົນ​ປາ​​ເລັສຕີນ.