
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ເຈງກິສຂານທີ່ສ້າງຕັ້ງປະເທດຈັກກະພັດມົງໂກລີເມື່ອສະຕະວັດທີ 13 ນັ້ນ, ແມ່ນບຸກຄົນທີ່ມີຊື່ສຽງດົ່ງດັງໃນປະຫວັດສາດຈີນ. ເພິ່ນໄດ້ຂຽນໜ້າສຳຄັນຂອງປະຫວັດສາດຈີນ. ໃນລາຍການອາລະຍະທຳຈີນພາກນີ້, ຂ້າພະເຈົ້າຈະສະເໜີເຈງກິສຂານ ບຸກຄົນທີ່ມີຊື່ສຽງໃນປະຫວັດສາດຈີນສູ່ທ່ານຟັງ.
 ວັດເຈງກິສຂານທີ່ຢູ່ເຂດມົງໂກໃນ
ເຈງກິສຂານ ໃນພາສາມົງໂກລີໝາຍເຖິງຂານທີ່ໃຫຍ່ເໝືອນທະເລ, ຊື່ເດີມຊື່ວ່າເຖມູ້ເຈິ່ນ, ເກີດໃນຄອບຄົວເຈົ້າຂຸນມູນນາຍມົງໂກລີເມື່ອຄ.ສ.ປີ 1162. ທົ່ງຫຍ້າມົງໂກນເມື່ອສະຕະວັດທີ 12 ຖືກກົກເຫຼົ່າຕ່າງໆແບ່ງກັນປົກຄອງ, ບົນທົ່ງຫຍ້າຜືນນີ້ເຕັມໄປດ້ວຍກຳລັງຮຸນແຮງ ການປຸ້ນສະດົມແລະສົງຄາມ. ເວລາເຖມູ້ເຈິ່ນຍັງເປັນເດັກນ້ອຍ, ພໍ່ຖືກກົກເຫຼົ່າອື່ນໃສ່ຢາເບື່ອຂ້າຕາຍ, ກົກເຫຼົ່າຂອງຕົນກໍແຕກສະຫຼາຍໄປ. ເຖມູ້ເຈິ່ນທີ່ອາຍຸ 10 ຂວບກັບນ້ອງຫຼາຍຄົນແລະແມ່ດຳລົງຊີວິດຢ່າງລຳບາກກາກກຳ, ເຖມູ້ເຈິ່ນເຄີຍຖືກກົກເຫຼົ່າອື່ນຈັບຕົວໄປ, ພາຍຫຼັງມາໜີເອົາຕົວລອດໄດ້, ແລະໄປອາໄສນຳກົກເຫຼົ່າທີ່ເຂັ້ມແຂງກວ່າໝູ່ບົນທົ່ງຫຍ້າ. ເວລາເຖມູ້ເຈິ່ນເຕີບໃຫຍ່ແລ້ວ, ເມຍຂອງເພິ່ນຖືກຈັບໄປ, ເພິ່ນຕີຊະນະສັດຕູ, ແລະກູ້ເອົາເມຍຄືນໄດ້.
ໃນຊີວິດປະຈຳວັນທີ່ປະເຊີນກັບການຖືກປຸ້ນຖືກຈັບຫຼືຖືກຂ້າຢູ່ທຸກເວລານັ້ນ, ເຖມູ້ເຈິ່ນໄດ້ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຜູ່ຊາຍທີ່ສະຫຼາດຫຼັກແຫຼມ ແນວຄິດພິກໄຫວແລະມີມານະຈິດອັນເດັດດ່ຽວໜຽວແໜ້ນ. ເຖມູ້ເຈິ່ນທາງນອກອາໄສກົກເຫຼົ່າທີ່ເຂັ້ມແຂງ, ແຕ່ພັດພັດທະນາອິດທິກຳລັງຂອງຕົນຢ່າງລັບໆ. ເວລາອາຍຸ 27 ປີ, ເຖມູ້ເຈິ່ນໄດ້ສ້າງກົກເຫຼົ່າຂອງຕົນເອງທີ່ເປັນເອກະລາດ, ແລະກາຍເປັນ "ຂານ" ຜູ່ນຳກົກເຫຼົ່າ. ພາຍໃນເວລາ 10 ກວ່າປີ, ເຖມູ້ເຈິ່ນທີ່ທັງສະຫຼາດຫຼັກແຫຼມທັງກ້າຫານໄດ້ສ້າງກອງທະຫານທີ່ມີວິໄນອັນເຂັ້ມງວດແລະມີກຳລັງສູ້ລົບແຂງແກ່ນທີ່ສຸດ, ໄດ້ຜາບແພ້ກົກເຫຼົ່າອື່ນໆຕາມໆກັນ, ກາຍເປັນຜູ່ປົກຄອງທີ່ໃຫຍ່ກວ່າໝູ່ຢູ່ທົ່ງຫຍ້າມົງໂກລີ. ຄ.ສ.ປີ 1206, ເຖມູ້ເຈິ່ນຮຽກໄຂກອງປະຊຸມມະໂຫລານ, ປະກາດຕົນເອງເປັນ "ຂານ" ຢ່າງເປັນທາງການ, ປະເທດທີ່ເພິ່ນສ້າງຕັ້ງຂຶ້ນນັ້ນ ຖືກເອີ້ນເປັນມະຫາປະເທດມົງໂກລີ, ເຖມູ້ເຈິ່ນເອງຖືກເຄົາລົບເປັນເຈງກິສຂານ.
ໃນຄາວນັ້ນ, ບົນດິນແດນຈີນທີ່ກວ້າງໃຫຍ່, ນອກຈາກເຂດຍ່ານກາງແລະຍ່ານໃຕ້ແມ່ນ້ຳເຫຼືອງທີ່ປົກຄອງໂດຍເຜົ່າຮັ້ນໃນ 1000 ປີມານີ້ແລ້ວ, ຍັງມີອຳນາດການປົກຄອງທີ່ເຜົ່າສ່ວນໜ້ອຍຫຼາຍເຜົ່າສ້າງຕັ້ງຂຶ້ນ ເຊັ່ນ ລັດຫຼຽວ ລັດຊີເຊ້ຍແລະລັດຈິ່ນເປັນຕົ້ນ. ເພື່ອແຜ່ຂະຫຍາຍອິດທິພົນ ປຸ້ນສະດົມຊັບສິນ, ເຈງກິສຂານໄດ້ກໍ່ສົງຄາມກັບອຳນາດການປົກຄອງເຫຼົ່ານີ້ຕາມໆກັນ, ແລະດັບສູນລັດເຫຼົ່ານີ້ຕາມລຳດັບ. ປີ 1219, ເຈງກິສຂານເລີ່ມບຸກໄປສູ່ທິດຕາເວັນຕົກອາຊີແລະເອີລົບ, ຄຽງຄູ່ກັບຄວາມຄືບໜ້າທາງດ້ານການທະຫານ, ພາຍໃນຂອບເຂດແຕ່ມະຫາສະໝຸດປາຊີຟິກຢູ່ພາກຕາເວັນອອກໄປຮອດທະເລແຄັສປຽນຢູ່ພາກຕາເວັນຕົກ, ຊາຍແດນລັດຕ່າງໆຖືກບັງຄັບໃຫ້ຍົກເລີກ, ການແລກປ່ຽນດ້ານເສດຖະກິດແລະວັດທະນະທຳລະຫວ່າງຝ່າຍຕາເວັນອອກກັບຝ່າຍຕາເວັນຕົກ ໄດ້ປະກົດມີສະຖານະພາບໃໝ່ທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດ. ຢູ່ກາງທາງບຸກໄປສູ່ພາກຕາເວັນຕົກ, ກອງທະຫານມົງໂກນໄດ້ສ້າງຂົວທາງ, ນີ້ໄດ້ປົວແປງເງື່ອນໄຂຄົມມະນາຄົມລະຫວ່າງພາກຕາເວັນອອກກັບພາກຕາເວັນຕົກ. ຢູ່ບ່ອນສຳຄັນບົນເສັ້ນທາງຄົມມະນາຄົມ, ເຈງກິສຂານໄດ້ຕັ້ງທະຫານເຝົ້າຮັກສາທາງ, ປະກາດດຳລັດປົກປັກຮັກສາຄວາມປອດໄພຂອງພໍ່ຄ້າທີ່ໄປມາ. ຕາມບັນທຶກໃນປະຫວັດສາດ, ໃນຄາວນັ້ນ, ຢູ່ລະຫວ່າງທາງແຕ່ອີຣານຮອດອາຊີກາງ, ພໍ່ຄ້າທັງຫຼາຍໄປມາຫາສູ່ກັນ, ບໍ່ຖືກທຳຮ້າຍແຕ່ຢ່າງໃດ. ການຄົມມະນາຄົມອັນສະດວກແລະສະຫງົບລະຫວ່າງພາກຕາເວັນອອກກັບພາກຕາເວັນຕົກ, ເຮັດໃຫ້ຢຸກຢາ ປະຕິທິນແລະວິທະຍາສາດເຕັກນິກເປັນຕົ້ນຂອງຝ່າຍຕາເວັນຕົກເຜີຍແຜ່ເຂົ້າຈີນ, ສິ່ງປະດິດສ້າງຫຼາຍຢ່າງຂອງຈີນກໍ່ເຜີຍແຜ່ໄປຮອດຝ່າຍຕາເວັນຕົກ.
ປີ 1227, ເຈງກິສຂານທີ່ອາຍຸ 65 ປີໄດ້ສະຫວັນລະຄົດຢູ່ກາງທາງສູ້ລົບ. ເຈງກິສຂານແມ່ນນັກການເມືອງແລະນັກການທະຫານທີ່ຍິ່ງໃຫຍ່, ເພິ່ນບໍ່ເຄີຍຮຽນໜັງສືແລະອ່ານຄຳພີໃດໆ, ອາໄສແຕ່ຄວາມສະຫຼາດສະຫຼຽວແລະສະຕິປັນຍາອັນພົ້ນເດັ່ນແລະຄວາມຊາບຊືມຈາກປະສົບການອັນລຳບາກກາກກຳ, ແລ້ວວາງນະໂຍບາຍປົກຄອງປະເທດແລະຍຸດໂທບາຍພິຊິດລັດອື່ນໆ, ສ້າງຕັ້ງປະເທດຈັກກະພັດມົງໂກລີທີ່ຂ້າມທະວີບອາຊີເອີລົບ. ບົນພື້ນຖານຜົນງານຂອງເພິ່ນ, ເມື່ອປີ 1279, ກຸບໄລຂານ ຫຼານຂອງເພິ່ນໄດ້ດັບສູນລາຊະວົງຊົ້ງທີ່ປົກຄອງຍ່ານກາງແລະຍ່ານໃຕ້ແມ່ນ້ຳເຫຼືອງ, ສ້າງຕັ້ງລາຊະວົງຢວນຂຶ້ນ, ຈາກນັ້ນມາ ປະຫວັດສາດສັກດິນາຂອງຈີນກໍໄດ້ເປີດໜ້າໃໝ່.
|