ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 18:31:29    
ຈີນ​ເຊື່ອ​ວ່າ​ອາ​ຊີ​ສາ​ມາດ​ກຳ​ເນີ​ດ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ທີ່​ບັນ​ດາ​ຝ່າຍ​ຮັບ​ເອົາ​ໄດ້​ໂດຍ​ທົ່ວ​ໄປ

cri
ຕາມ​ຂ່າວCRI,ທ່ານນາງ​ຈ່ຽງຢູ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ຝ່າຍ​ຈີນ​ເຊື່ອ​ວ່າ,ອາຊີ​ສາມາດ​ກຳ​ເນີ​ດ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທີ່​ບັນດາ​ຝ່າຍ​ຮັບ​ເອົາ​​ໄດ້​ໂດຍ​ທົ່ວ​ໄປ.

ໃນ​ງານ​ຊຸມນຸມ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ6​ກໍລະກົດ,ທ່ານ​ນາງ​ຈ່ຽງ​ຢູ​ກ່າວ​ວ່າ,​ຝ່າຍ​ຈີນ​ເດັດດ່ຽວ​ສະ​ໜັບສະ​ໜູນ​ເຂ​ລາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸດ​ໜ້າ​ກຳ​ເນີດ​ຈາກ​ອາ​ຊີ,​ເຊື່ອ​ວ່າ​ປະ​ເທດ​ອາຊີ​ສາມາດ​ຮັກສາ​ຄວາມ​ສາມັກຄີ​ແລະ​ປະສານ​ງານ,​ກຳ​ເນີ​ດ​ເລ​ຂາ​ທິ​ການ​ໃຫຍ່​ ​ທີ່​ມີ​ຄວາມ​ສາມາດ,ມີ​ອິດ​ທິພົນ​ແລະ​ບັນດາ​ຝ່າຍ​ຮັບ​ເອົາ​ໄດ້​​ໂດຍ​ທົ່ວ​ໄປ.

ທ່ານ​ນາງ​ຈ່ຽງຢູກ່າວ​ວ່າ,ຝ່າຍ​ຈີນ​ສະໜັບສະໜູນ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ​ອັນ​ໄພ​ສານ​ເຊິ່ງ​ລວມ​ທັງ​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ດຳ​ເນີນ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ເລຂາທິການ​ໃຫຍ່,ຮັບປະກັນ​ໃຫ້​ເລ​ຂາ​ທິ​ການ​ໃຫຍ່​ຊຸດ​ໜ້າ​ກຳ​ເນີດ​ຢ່າງ​ສະ​ດວກ.

ເລ​ຂາ​ທິການ​ໃຫຍ່ສະຫະ​ປະຊາ​ຊາດ​ຊຸດ​ໜ້າ​ຈະ​ກຳ​ເນີ​ດ​ໃນ​ເດືອນ​ຕຸລາ​ປີ​ນີ້.​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​​​ແມ່ນ​ໃຫ້15​ປະ​ເທດ​ສະມາຊິກ​ສະພາ​ຄວາມ​ໝັ້ນຄົງ​ສະ​ເໜີ​ຊື່,​ແລ້ວ​ມອບ​ໃຫ້​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ປ່ອນ​ບັດ​ລົງ​ມະ​ຕິ.​ປະ​ເທດ​ອາ​ຊີ​ຄື​ອິນ​ເດຍ,​ສີ​ລັງ​ກາ,​ສ.​ເກົາ​ຫຼີ​ແລະ​ໄທ​ຕ່າງ​ໄດ້​ສະ​ເໜີ​ຊື່​ຂອງ​ຜູ່​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ໃຜ​ລາວ.