|
 |
(GMT+08:00)
2006-07-06 18:39:38
|
 |
ສະຖານະການຕາເວັນອອກກາງອາດຈະຄວບຄຸມໄວ້ບໍ່ໄດ້
cri
ຕາມຂ່າວສານຊິນຮວາ,ວັນທີ5ກໍລະກົດ,ທ່ານອານນານ ເລຂາທິການໃຫຍ່ສະຫະປະຊາຊາດທີ່ພວມຢ້ຽມຢາມການາໃນນາມສ່ວນຕົວໄດ້ຜ່ານຈາກໂຄສົກຂອງທ່ານອອກຖະແຫຼງການ,ກ່າວເຕືອນວ່າ,ສະຖານະການຕາເວັນອອກກາງມີຄວາມອັນຕະລາຍທີ່ຈະຄວບຄຸມໄວ້ບໍ່ໄດ້,ແລະຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງໃຊ້ການເຄື່ອນໄຫວເພື່ອຫຼີກເວັ້ນບໍ່ໃຫ້ສະຖານະການຊຸດຮ້າຍຕື່ມອີກ.
ໃນຖະແຫຼງການ,ທ່ານອານນານໄດ້ກ່າວປະນາມອີກເທື່ອໜຶ່ງຕໍ່ຜູ່ປະກອບອາວຸດຂອງປາເລັສຕິນທີ່ຍິງ ຈະຫຼວດ ຈາກແຖບກາຊາໄປໃສ່ອິສຣາແອນ,ຮຽກຮ້ອງໃຫ້ອິສຣາແອນໃຊ້ທ່າທີອົດກັ້ນ,ຢ່າລົງໂທດຮວມໝູ່ຕໍ່ສາມັນຊົນປາເລັສຕິນ,ແລະຮັບປະກັນການຂົນສົ່ງວັດຖຸເຊື້ອໄຟ,ເຄື່ອງໃຊ້ປະຈຳວັນແລະເຄື່ອງທີ່ຈຳເປັນໃນຊີວິດການເປັນຢູ່ອື່ນໆໄປຮອດກາຊາ.ທ່ານອານນານຍັງເຕືອນໃຫ້ປາເລັສຕິນແລະອິສຣາແອນຕ້ອງເຄົາລົບກົດໝາຍສິດທິມະນຸດສາກົນທີ່ປົກປ້ອງສາມັນຊົນແລະພື້ນຖານໂຄງລ່າງພົນລະເຮືອນ,ແລະຮຽກຮ້ອງໃຫ້ຝ່າຍປາເລັສຕິນຈົ່ງປ່ອຍຕົວທະຫານອິສຣາແອນທີ່ຖືກກັກຂັງນັ້ນໃນທັນທີ.
|
|
|