ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 21:18:17    
ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ​ສ້າງ​ສຳ​ເລັດ​ແນວ​ໃດ(ສຽງ)

cri Author: shuo


ວັນ​ທີ1​ກໍ​ລະ​ກົດ​ປີ​ນີ້,ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ ​ເຊິ່ງ​ເປັນ​ທາງ​ລົດ​ໄຟທີ່​ສູງ​ຈາກ​​ລະດັບ​ທະ​ເລ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ​ໄດ້​ທົດ​ລອງ​ແລ່ນ​ລົດ​ແລ້ວ.ຍ້ອນ​ວ່າ​ມີ​ບັນຫາຫຍຸ້ງຍາກ​ລະດັບ​ໂລກ​ ​ເຊັ່ນ​"ດິນ​ກ້າມ​ຫຼາຍປີ"​"ໜາວ​ຈັດ​ແລະ​ຂາດ​ອັອກຊີ​ແຊ​ນ"​ເປັນຕົ້ນ,ກ່ອນ​ໜ້າ​ນີ້,ມີ​ຜູ້​ຊ່ຽວຊານ​ຕ່າງປະ​ເທດ​ຈົນ​ກະທັ້ງວິນິດ​ໄສວ່າ,ການ​ກໍ່ສ້າງ​ທາງ​ລົດ​ໄຟຢູ່​ເທິງ​ພູ​ພຽງ​ຊິງ​ໄຫ​ຕິ​ເບ​ດນັ້ນ​ແມ່ນ​ເລື່ອງ​ເປັນ​ໄປ​ບໍ່​ໄດ້.​ແຕ່​ວ່າ,​ຜູ້​ກໍ່​ສ້າງ​ທາງ​ລົດ​​ໄຟ​ຂອງ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ,​ປູ​ທາງ​ລົດ​ໄຟ​ເສັ້ນນີ້ຢູ່​ເທິງ​ຫຼັງຄາ​ໂລກ.​ໃນ​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້,​ພວກ​ເຮົາຈະ​ພາ​ທ່ານ​ໄປ​ເບິ່ງ​ວ່າ ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ​ແມ່ນ​ສ້າງ​ສຳ​ເລັດ​ແນວ​ໃດ.

(ປ່ອຍ​ດົນຕີ)ທີ່ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ​ທ່ຽນ​ລູ້ ​ແປ​ວ່າ ທາງ​ຟ້າ,​ແມ່ນ​ເພງ​ທີ່ເຜີຍ​ແຜ່​ຢ່າງ​ກວ້າງ​ຂວາງ​ຢູ່​ພູ​ພຽງ​ຊິງ​ໄຫ​ຕິ​ເບດ​ຂອງ​ຈີນ.​​ກໍ​ຄືເນື້ອ​ຮ້ອງ​ຂອງ​ເພງ​ນີ້​ທີ່​ວ່າ:​ນີ້​ແມ່ນ​ທາງ​ຟ້າ​ເສັ້ນ​ໜຶ່ງ​ທີ່​ອັດ​ສະ​ຈັນ.​ແມ່ນ​ແທ້,​ໃນ​ຂະ​ບວນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ,​ໄດ້​ປະ​ເຊີນ​ກັບຫຼາຍ​ບັນ​ຫາ​ຫຍຸ້ງ​ຍາກ​ລະ​ດັບ​ໂລກ​.ຕອນ​​ແຕ່​ເກີ​ເອີ​ມູ້​ຫາ​ລາ​ຊາ​ຂອງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ​ຍາວ​1142​ກິ​ໂລ​ແມັດ,ມີ​ເກືອບ​ເຄິ່ງໜຶ່ງຕ້ອງ​ຜ່ານ​ເຂດ​ດິນ​ກ້າມ​ຫຼາຍປີ.​ອັນ​ທີ່​ວ່າ​ດິນ​ກ້າມ​ໝາຍ​ເຖິງຫີນ​ແລະດິນ​ປະ​ເພດຕ່າງໆ​ທີ່​ມີອູ​ນຫະພູມ​ຕ່ຳ​ກວ່າ0​ອົງສາ​ແລະ​ມີ​ນ້ຳ​ກ້າມ.​ໃຕ້​ສະພາບ​ທີ່​ຈັບ​ເປັນນ້ຳກ້ອນ,ບໍລິ​ມາດ​ຂອງ​ດິນ​ກ້າມ​ຈະ​ໂພງ​ຂຶ້ນ;​ແຕ່​ເມື່ອ​ຮອດ​ລະ​ດູ​ຮ້ອນ,​ດິນ​ກ້າມ​ຈະ​ລະ​ລາຍ,​ບໍ​ລິ​ມາດ​ຈະ​ຫົດ​​ເຂົ້າ.ທ່ານ​ລິນ​ລັນ​ເຊິ​ງ ນັກ​ວິ​ສາວະ​ກອນ​ຊັ້ນ​ສູງ​ຂອງ​ບໍ​ລິ​ສັດ​​ໃຫຍ່​ສ້າງ​ທາງ​ລົດ​ໄຟ​ຈີນ ​ເຊິ່ງ​ເປັນໜຶ່ງ​ໃນ​ບັນດາ​ໜ່ວຍ​ງານ​ທີ່​ກໍ່ສ້າງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ​ບອກ​ນັກ​ຂ່າວ​ວ່າ,ດິນ​ກ້າມ​ມີ​ຜົນ​ຮ້າຍ​ຫຼາຍ​ຕໍ່​ການ​ກໍ່​ສ້າງ​ທາງ​ລົດ​ໄຟ.

ທ່ານ​ເວົ້າວ່າ:"ຕົວຢ່າງ​ຄື,ຖ້າ​ຕອກ​ເສົາ​ຂົວຫຼືພື້ນເຮືອນຢູ່​ເທິງ​ດິນ​ກ້າມຊະນິດ​ນີ້,​ພໍ​ຮອດ​ລະ​ດູ​ໜາວ,​ມັນ​ໂພງ​ຂຶ້ນ,​ສິ່ງ​ກໍ່​ສ້າງ​ຢູ່​ເທິງ​ດິນ​ກ້າມ​ກໍ​ຈະ​ຖືກ​ຜົນ​ສະ​ທ້ອນ;​ເມື່ອ​ຮອດ​ລະດູ​ຮ້ອນ,ດິນ​ກ້າມ​ລະ​ລາຍ,​ພື້ນ​ດິນ​​ແລະ​ຂົວ​ລ້ວນ​ແຕ່​ຈະ​ຍຸບ​ລົງ."

ດິນ​ກ້າມ​ແມ່ນ​ບັນຫາ​ລະດັບ​ໂລກ.​ເວົ້າທົ່ວ​ໄປ​ແລ້ວ,​ໃນ​ເວລາ​ແລ່ນ​ຜ່ານ​ເຂດ​ດິນ​ກ້າມ,ລົດ​​ໄຟ​ມີ​ແຕ່ແລ່ນ​ດ້ວຍ​ຄວາມ​ໄວ​50​ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ​ໄດ້ທໍ່​ນັ້ນ.​ຢູ່ປະ​ເທດ​ຕ່າງໆ ​ເຊັ່ນ​ຣັດ​ເຊຍ​ແລະ​ກາ​ນາ​ດາ​ເປັນ​ຕົ້ນ​ລ້ວນ​ມີ​ບັນ​ຫາ​ດິນ​ກ້າມ,​ແຕ່​ດິນ​ກ້າມ​ຂອງປະ​ເທດ​ເຫຼົ່າ​ນີ້​ຢູ່​ບ່ອນ​ເສັ້ນ​ຂະ​ໜານ​ສູງ,ຂ້ອນ​ຂ້າງ​ໝັ້ນ​ທ່ຽງ.​ແຕ່​ເຂດ​ດິນ​ກ້າມ​ທີ່​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ​ຂ້າມ​ຜ່ານ​ນັ້ນ​ຢູ່​ບ່ອນ​ເສັ້ນ​ຂະ​ໜານ​ຕ່ຳ,​ສູງ​ກວ່າ​ລະ​ດັບ​ນ້ຳທ​ະ​ເລ​ຫຼາຍ,ມີ​ແສງ​ແດດ​ກ້າ,​ບວກ​ກັບ​ພູ​ພຽງ​ຊິງ​ໄຫ​ຕິ​ເບດ​ມີ​ການ​ເຄື່ອນ​ໄຫວ​ດ້ານ​ອົງ​ປະ​ກອບ​​ເລື່ອຍໆ,​ດິນ​ກ້າມ​ແຫ່ງ​ນີ້​ຈະ​ສັບ​ສົນ​ແລະ​ພິ​ເສດ​ກວ່າ​ບ່ອນ​ໃດ​ໝົດ.

ຄັນຊັ້ນ,ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ​ແມ່ນ​ແກ້​ໄຂ​ບັນຫາ​​ດັ່ງກ່າວ​ແນວ​ໃດ?ຜູ້​ກໍ່​ສ້າງ​ທາງ​ລົດ​ໄຟ​ຂອງ​ຈີນ​​ໄດ້​ສະ​ເໜີ​ຄວາມ​ຄິດ​ຂອງ​ຕົນ.ພວກ​​ເຂົາ​ເຈົ້າໄດ້​ຕື່ມ​ຊັ້ນ​ຫີນ​ແຜ່ນ​ທີ່​ໜາ​1​ແມັດ​ກວ່າ​ໃສ່​ຢູ່​ລະ​ຫວ່າງ​ໜ້າ​ດິນ​ກັບ​ດິນ​ກ້າມ,​ພວກ​ວິ​ສາ​ວະ​ກອນ​​ເອີ້ນ​ຊັ້ນ​ຫີນ​ແຜ່ນ​ຊັ້ນ​ນີ້​ເປັນ​"ດິນ​ປັບ​ອາ​ກາດ".​ທ່ານ​ລິນ​ລັນ​ເຊິ​ງຂອງ​ບໍ​ລິ​ສັດ​​ໃຫຍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ບອກ​ນັກ​ຂ່າວ​ວ່າ,ທີ່​ຈິງ​ແລ້ວ,​"ດິນ​ປັບ​ອາ​ກາດ"​ຊະ​ນິດ​ນີ້​ແມ່ນ​ພື້ນ​ທາງ​ອັນ​ພິ​ເສດ.

ທ່ານ​ເວົ້າວ່າ:"ຊັ້ນຫີນ​ແຜ່ນ​ທີ່​ໜາ​ປານນີ້​ມີ​ລັກສະນະ​ພິ​ເສດ​ຫຍັງ​ແດ່?ຄວາມຮ້ອນ​ມີ​ຈຸດ​ພິ​ເສດ​ຄື​ຂຶ້ນ​ໄປ​ຂ້າງ​ເທິງ,ຖ້າອູ​ນຫະພູມ​ຢູ່​ພາຍ​ນອກ​ສູງ,ອາຍ​ຮ້ອນກໍ​ຈະ​ບໍ່​ຜ່ານ​ຊັ້ນນີ້​ລົງ​ລຸ່ມ​ແລ້ວ​ກະ​ທົບ​ກະ​ເທືອ​ນ​ເຖິງ​ດິນ​ກ້າມ.​ກົງ​ກັນ​ຂ້າມ,​ເມື່ອ​ຮອດ​ລະດູ​ໜາວ​ແລ້ວ,ອູ​ນຫະພູມ​ຢູ່​ເທິງ​ໜ້າ​ດິນ​ຕ່ຳ​ກວ່າ​ອູນ​ຫະ​ພູມ​ຢູ່​​ໃຕ້​ດິນ,ອາຍ​ເຢັນ​ຢູ່​ຂ້າງ​ເທິງ,ອາຍ​ຮ້ອນ​ຢູ່​ໃຕ້​ດິນ,​ເມື່ອ​ເປັນ​ແນວ​ນີ້,​ອາຍຮ້ອນ​ກໍ​ຈະ​ຂຶ້ນ​ໄປ​ຂ້າງ​ເທິງ,ອາຍ​ເຢັນ​ລົງ​ໄປ​ໃຕ້​ດິນ,​ແລ້ວ​ເຮັດ​ໃຫ້​ພື້ນ​ທາງ​ແໜ້ນ​ກວ່າ​ເກົ່າ."

ຍ້ອນ​ວ່າຕົ້ນທຶນ​ຂອງ​ພື້ນ​ທາງທີ່​ກໍ່​ດ້ວຍ​ຫີນ​ແຜ່ນ​ຖືກ​ສົມຄວນ,ສະນັ້ນ,ປະຈຸ​ບັນ​ນີ້,ທາງ​ຂອງ​ທາງ​ລົດ​​ໄຟ​ຊິງ​ໄຫ​ຕິ​ເບ​ດມີພື້ນ​ທາງ110​ກວ່າ​ກິ​ໂລ​ແມັດ​ໄດ້​​ໃຊ້ອົງ​ປະກອບ​ໃໝ່​ດັ່ງ​ກ່າວ.

ວິທີ​ທີ່​ດີ​ອີກ​ວິທີ​ໜຶ່ງ​ທີ່​ແກ້​ໄຂ​ບັນຫາ​ດິນ​ກ້າມ​ແມ່ນ​ໃຊ້​ຂົວ​ເຂົ້າ​ແທນ​ທາງ.ຢູ່​ຕາມ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ,ສິ່ງ​ທີ່​ໄວ້ຄວາມ​ປະ​ທັບ​ໃຈ​ເລິກ​ເຊິ່ງທີ່​ສຸດ​​ແມ່ນ​ມີ​ຂົວ​ຫຼາຍ.ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ​ມີ​ຂົວ​ຍາວ150ກວ່າ​ກິ​ໂລ​ແມັດ.ການ​ໃຊ້​ຂົວ​ມາ​ເຂົ້າ​ແທນ​ທາງ​ຢ່າງ​ຂະ​ໜາດ​ໃຫຍ່​ປານ​ນີ້​ແມ່ນ​ຄັ້ງ​ປະ​ຖົມ​ມະ​ເລີກ​ໃນ​ໂລກ.ທ່ານ​ລິນ​ລັນ​ເຊິ​ງຂອງ​ບໍ​ລິ​ສັດ​​ໃຫຍ່​ສ້າງ​ທາງ​ລົດ​ໄຟ​ຈີນ​ເວົ້າ​ວ່າ:​"ເສົາ​ຂົວ​ໃນ​ທາງ​ລົດ​ໄຟ​ຊິງ​​ໄຫ​ຕິ​ເບດ​ຝັງ​ຢູ່​ໃຕ້​ດິນ​20​ຫາ​30ກວ່າ​ແມັດ,​ຝັງ​ຢູ່​ໃຕ້​ຊັ້ນ​ດິນ​ກ້າມ​ຖາ​ວອນ.​ເມື່ອ​ເປັນ​ແນວ​ນີ້,ດິນ​ກ້າມ​ລະ​ລາຍ​ແລະ​ໂພງ​ຂຶ້ນ​ຈະ​ບໍ່​ມີ​ຜົນ​ສະ​ທ້ອນ​ຫຍັງ​ເລີຍ​ຕໍ່​ພື້ນ​ທາງ."

ນອກຈາກ​ບັນຫາ​ດິນ​ກ້າມ,ການ​ກໍ່ສ້າງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດຍັງ​ຕ້ອງ​ປະ​ເຊີນກັບ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ອັນ​ໂຫດ​ຫ້າ​ຍ.ການ​​ເຮັດ​ແນວ​​ໃດ​ຮັກສາສຸຂະພາບ​ແລະ​ຄວາມ​ປອດ​ໄພ​ຂອງ​ຜູ້​ກໍ່​ສ້າງ​ໄດ້​ກາຍ​ເປັນ​ບັນຫາ​ຍາກ​ທີ່​ຕ້ອງການ​ແກ້​ໄຂ​ດ່ວນ.ຢູ່​ບ່ອນ​ກໍ່ສ້າງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ,​ອູນ​ຫະ​ພູມ​ຕ່ຳ​ສຸດ​ລົບ45​ອົງສາ,​ແຕ່ລະ​ປີ​ມີ​100ມື້​ຫາ160​ມື້​ລົມ​ແຮງ​ຫຼາຍ.​ນອກ​ນີ້,​ຢູ່​ອຸ​ໂມງ​ພູ​​ເຟີ່ງ​ຫົວ​ຂອງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບ​ດ ​ເຊິ່ງ​ເປັນ​ອຸ​ໂມງ​ທີ່​ສູງ​ຈາກ​ລະ​ດັບ​ນ້ຳ​ທະ​ເລ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ,​ປະ​ລິ​ມານ​ອັອກ​ຊີ​ແຊນ​ຢູ່​ຫັ້ນ​ມີ​ແຕ່​50%​ຂອງ​ບ່ອນ​ຕ່ຳ.​ບັນ​ຫາ​ຂາດ​ອັອກ​ຊີ​ແຊນ​ໄດ້​ກາຍ​ເປັນ​ອຸ​ປະ​ສັກ​ໃຫຍ່​ກວ່າ​ໝູ່​ທີ່​ກີດ​ຂວາງ​ຂະ​ບວນ​ການ​ກໍ່​ສ້າງ,​ທັງ​ແມ່ນ​ເລື່ອງ​ທີ່​ຜູ້​ກໍ່​ສ້າງ​ວິ​ຕົກ​ກັງ​ວົນ​ທີ່​ສຸດ.

ເພື່ອ​ແກ້​ໄຂ​ບັນຫາ​ດັ່ງກ່າວ,​ທຳ​ອິດ,ຜູ້ກໍ່ສ້າງ​ໝົດທຸກ​ຄົນ​ລ້ວນ​ແຕ່​ຖືບັ້ງອັອກຊີ​ແຊນ​ບັ້ງ​ໜຶ່ງ​ໄປ​ກໍ່​ສ້າງ​ຢູ່​ອຸ​ໂມງ,​ແຕ່​ວ່າບັ້ງອັອກຊີ​ແຊນ​ໜັກ​ຫຼາຍ,​ເຮັດ​ໃຫ້​ຜູ້​ກໍ​ສ້າງ​ຕ້ອງ​ເປືອງ​ແຮງ​ຫຼາຍ.​ສະ​ນັ້ນ,​ໜ່ວຍ​ງານ​ກໍ່ສ້າງ​ໄດ້​​ໃຊ້​ວິທີ​ໃໝ່.ທ່ານ​ຕີ່​ງ​ໂສ​ຊວນ​ທີ່​ຮັບ​ຜິດ​ຊອບ​ບັນຊາ​ການ​ກໍ່ສ້າງ​ອຸ​ໂມງ​ພູ​ເຟີ່ງ​ຫົວ​ແນະນຳ​ວ່າ:"ພວກ​ເຮົາ​ໄດ້​ສ້າງ2​ສະ​ຖາ​ນີ​ຜະ​ລິດ​ອັອກ​ຊີ​ແຊນ​ຂະໜາດ​ໃຫຍ່​ຢູ່​ສອງ​ສົ້ນ​ອຸ​ໂມງ,​ເພື່ອ​ສະໜອງ​ອັອກຊີ​ແຊນ​ເຂົ້າ​ໄປ​ອຸ​ໂມງ​ຕະ​ຫຼອດ​24​ຊົ່ວ​ໂມງ,​ເຊິ່ງ​ໄດ້​ຕາບ​ຈູນ​ບ່ອນ​ຫວ່າງ​ຂອງ​ເຕັກນິກ​ຜະລິດ​ອັອກຊີ​ແຊນ​ຢູ່​ບ່ອນ​ຈາກ​ລະດັບ​ທະ​ເລ​ຫຼາຍ​ໃນ​ໂລກ."

ທ່ານ​ຕີ່​ງ​ໂສ​ຊວນ​ບອກ​ນັກ​ຂ່າວ​ວ່າ,ຍ້ອນ​ໄດ້​ໃຊ້​ວິທີ​ໃໝ່​ສະໜອງ​ອັອກຊີ​ແຊນ,ອັດຕາ​ເປັນ​ພະ​ຍາດ​ພູ​ພຽງ​ໄດ້​ຫຼຸດລົງ94%.​ເຕັກນິກ​ຜະລິດ​ອັອກຊີ​ແຊນ​ທີ່​ໄດ້​ໃຊ້​ຢູ່​ອຸ​ໂມງ​ພູ​​ເຟີ່ງ​ຫົວ​ນັ້ນ​ໄດ້​ເຜີຍ​ແຜ່​ຢູ່​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ​ໝົດ​ສາຍ,​ຄື​ໄດ້​ສ້າງ​ສະ​ຖາ​ນີ​ຜະ​ລິດ​ອັອກ​ຊີ​ແຊນ​10​ກວ່າ​ແຫ່ງ​ຢູ່​ທາງ​ລົດ​ໄຟ​ໝົດ​ສາຍ,​ອັນ​ໄດ້​ສ້າງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ໃຫ້​ແກ່​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຊິງ​ໄຫ​ຕິ​ເບດ​ຢ່າງ​ສະ​ດວກ.​ຍ້ອນ​ວ່າ​ໄດ້​ແກ້​ໄຂ​ບັນ​ຫາ​ກົກ​ຮາກ​ ຄື ຂາດ​ອັອກ​ຊີ​ແຊນ​ຢູ່​ເທິງ​ພູ​ພຽງ,​ສະ​ນັ້ນ,​ໃນ​ການ​ກໍ່​ສ້າງ​ທາງ​ລົດ​​ໄຟ​ຊິງ​ໄຫ​ຕິ​ເບ​ດ,ຈຶ່ງ​ບໍ່​ມີ​ຜູ້​ໃດ​ຕາຍ​ຍ້ອນ​ຂາດ​ອັອກ​ຊີ​ແຊນ​ຢູ່​ເທິງ​ພູ​ພຽງ.