|
 |
(GMT+08:00)
2006-07-06 21:19:36
|
 |
ຈີນຈະພະຍາຍາມຜ່ອນຄາຍທ່ວງທ່າທີ່ລາຍໄດ້ລະຫວ່າງເຂດແລະສະມາຊິກສັງຄົມສ່ວນໜຶ່ງຜິດໂຕນກັນຫຼາຍຂຶ້ນ
cri
ຕາມຂ່າວສານຊິນຮວາ,ສູນກາງພັກກອມມູນິດຈີນໄດ້ຈັດງານສົນທະນາບຸກຄົນນອກພັກຢູ່ປັກກິ່ງໃນຫວ່າງມໍ່ໆນີ້,ເພື່ອຟັງຄວາມເຫັນຂອງຜູ່ນຳສູນກາງພັກຝ່າຍປະຊາທິປະໄຕຕ່າງໆ,ສະຫະພັນອຸດສາຫະກຳການຄ້າແຫ່ງຊາດຈີນແລະບຸກຄົນທີ່ບໍ່ສັງກັດພັກຝ່າຍໃດກ່ຽວກັບການປະຕິຮູບລະບອບແບ່ງປັນລາຍໄດ້ແລະເຮັດໃຫ້ລະບຽບການແບ່ງປັນລາຍໄດ້ເປັນແບບສະບັບ.ທ່ານຫູຈິນທາວເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ນັ່ງເປັນປະທານຈັດງານສົນທະນາແລະກ່າວຄຳປາໄສ.
ທ່ານຫູຈິນທາວກ່າວວ່າ,ການປະຕິຮູບລະບອບແບ່ງປັນລາຍໄດ້,ເຮັດໃຫ້ລະບຽບການແບ່ງປັນລາຍໄດ້ເປັນແບບສະບັບ,ສ້າງລະບົບແບ່ງປັນລາຍໄດ້ສັງຄົມທີ່ສອດຄອງກັບສະພາບແຫ່ງຊາດ,ຕາມຫຼັກວິທະຍາສາດແລະສົມເຫດສົມຜົນນັ້ນໄດ້ກ່ຽວພັນເຖິງຜົນປະໂຫຍດກົກຮາກຂອງປະຊາຊົນອັນໄພສານທີ່ສຸດ.ຈີນຈະສຸມກຳລັງເຂົ້າໃນການເຮັດໃຫ້ຜູ່ມີລາຍໄດ້ຕ່ຳນັ້ນມີລາຍໄດ້ສູງຂຶ້ນ,ເພີ່ມອັດຕາສ່ວນຂອງຜູ່ມີລາຍໄດ້ຜ້ານກາງ,ດັດສົມລາຍໄດ້ສູງເກີນໄປຢ່າງບັງເກີດຜົນ,ຍົກເລີກລາຍໄດ້ທີ່ຜິດກົດໝາຍ,ພະຍາຍາມຜ່ອນຄາຍທ່ວງທ່າທີ່ລາຍໄດ້ລະຫວ່າງເຂດແລະສະມາຊິກສັງຄົມສ່ວນໜຶ່ງຜິດໂຕນກັນຫຼາຍຂຶ້ນ.
|
|
|