ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-06 21:26:14    
ຈີນ​ຈະ​ສືບ​ຕໍ່​ນຳ​ໃຊ້​ເງິນ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ປັນ​ຍາ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຢ່າງ​ຕັ້ງ​ໜ້າ​ແລະ​ບັງ​ເກີດ​ຜົນ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ6​ກໍລະກົດ,ຢູ່​ທີ່​ປັກ​ກິ່ງ,​ໄດ້​ຈັດງານ​ສຳມະ​ນາ​ກ່ຽວ​ກັບຈີນ​​ທະ​ນາ​ຄານ ພັດ​ທະ​ນາ​ອາ​ຊີ​ຮ່ວມ​ມື​ຄົບ​ຮອບ​20​ປີ​ໄດ້​ໄຂ​ຂຶ້ນ.​ໃນ​ງານ​ສຳ​ມະ​ນາ,ທ່ານ​ຈິ່ນ​ເຢິນຊີ້​ງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ກ່າວ​ວ່າ,​ຈີນ​ຈະ​ສືບ​ຕໍ່ນຳ​ໃຊ້​ເງິນ​ທຶນ​ແລະ​ຊັບ​ພະ​ຍາ​ກອນ​ປັນຍາ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຢ່າງ​ຕັ້ງ​ໜ້າ​ແລະ​ບັງ​ເກີດ​ຜົນ,ຄ່ອຍໆ​ເພີ່ມ​ທະວີ​ການ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ສັງ​ຄົມ​ຕ່າງໆ ​ເຊັ່ນ​ການ​ສຶກ​ສາ​ແລະ​ສາ​ທາ​ລະ​ນະ​ສຸກ​ເປັນ​ຕົ້ນ,​ແລະ​ອ່ຽງ​ໄປ​ສູ່​ພາກ​ກາງ​ພາກ​ຕາ​ເວັນ​ຕົກ.

ຕາມ​ແນະນຳ​ວ່າ,​ແຕ່​ຈີນ​ເຂົ້າຮ່ວມ​ທະນາຄານ​ພັດທະນາ​ອາ​ຊີ​ໃນ​ປີ1986​ເປັນ​ຕົ້ນ​ມາ,​​ເງິນ​ກູ້ ການ​ລົງ​ທຶນ​ແລະ​ເງິນ​ຊ່ອຍ​ເຫຼືອ​ດ້ານ​ເຕັກ​ນິກ​ທີ່​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຕໍ່​ຈີນ​ນັ້ນ​ໄດ້​ລື່ນ​ກາຍ​17​ຕື້​ໂດ​ລາ​ສະ​ຫະ​ລັດ,​ໃນ​ນັ້ນ,​ມີ​ເງິນ​ກູ້​70%​ຂຶ້ນ​ໄປ​ໄດ້​ໃຊ້​ເຂົ້າ​ໃນ​​​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ເຂດ​ພາກ​ກາງ​ພາກ​ຕາ​ເວັນ​ຕົກ.

ທ່ານ​ຮາ​ລູຮີ​​ໂຄ ຄູ​​ໂລ​ດາ ຜູ້​ວ່າການທະນາຄານ​ພັດທະນາ​ອາຊີ​ກ່າວ​ວ່າ,​ໂດຍ​ຜ່ານ​ຈາກ​ການ​ລົງ​ເລິກ​​ຮ່ວມ​ມື​ກັບ​ຈີນ,​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ຈະ​ປະ​ກອບ​ສ່ວນ​​ໃຫຍ່​ກວ່າ​ເກົ່າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ຈີນ​ ພ້ອມ​ດ້ວຍ​ພາ​ລະ​ກິດ​ບຳ​ບັດ​ຄວາມ​ທຸກ​ຍາກ​ຂອງ​ທົ່ວ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ,