ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-07 15:44:43    
ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​ຢູ່​ແຖບ​ກາ​ຊາ​ເຮັດ​ໃຫ້ 19 ຄົນ​ເສຍ​ຊີວິດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 6 ກໍລະກົດ,ກອງ​ທະຫານ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານຢູ່​ພາກ​ໃຕ້​ແລະ​ພາກ​ເໜືອ​ແຖບ​ກາຊາ,ຢ່າງ​ໜ້ອຍ​ໄດ້​ຍິງຊາວ​ປາ​ເລັສຕີນ 18 ຄົນ​ຕາຍ,ທະຫານ​ອິສຣາ​ແອນຜູ້​ໜຶ່ງເສຍ​ຊີວິດ​ໃນ​ການ​ຍິງ​ປືນ​ໃສ່​ກັນ.

ຕາມ​ຂ່າວ​ແຈ້ງວ່າ,ວັນ​ທີ 6 ກໍລະກົດ,ກອງ​ທະຫານ​ໜ້າດິນ​ຂອງ​ອິສຣາ​ແອນໄດ້​ເຂົ້າ​ເຂດ​ເຮືອນ​ຢູ່​ຂອງ​ແຖບ​ກາ​ຊາ,ທະຫານ​ແລະ​ລົດ​ຫຸ້ມ​ເກາະ​ຂອງ​ອິສຣາ​ແອນ​ໄດ້​ເຂົ້າ​ຍຶດຄອງສາມ​ແຫ່ງທີ່​ພາກ​ເໜືອ​ແຖບ​ກາຊາ​ເຊິ່ງ​ແຕ່​ກ່ອນ​ເປັນ​ຈຸດ​ຕັ້ງ​ຖິ່ນ​ຖານ​ຊາວ​ອິວ.

ມື້​ດຽວ​ກັນ,ທ່ານ​ອັບ​ບາສ ປະທານ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ​ໄດ້​ອອກ​ຖະ​ແຫຼງ​ການ,ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ກອງ​ທະ​ຫານ​ອິສຣາ​ແອນ​ທີ່​ເລື່ອນ​ຂັ້ນ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຢູ່​ແຖບ​ກາຊາ,​ແລະ​ຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​​ເຂົ້າ​ແຊກ​ໃນ​ທັນທີ,​ເພື່ອ​ສະກັດ​ກັ້ນບໍ່​ໃຫ້​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະ​ຫານ​ອິສ​ຣາ​ແອນ​ເລື່ອນ​ຂັ້ນ​ແລະປົກ​ປ້ອງ​ປະຊາຊົນ​ປາ​ເລັສຕີນ.ທ່ານ​​ໄຊ​ອິດ ຊີ​ຢາມ ລັດ​ຖະມົນຕີ​ກະຊວງ​ພາຍ​ໃນ​ຂອງ​ປາ​ເລັສ​ຕີນ ສະມາຊິກ​ຊັ້ນ​ສູງ​ຂອງ​ອົງການ​ຮາ​ມັດສ໌ກໍ​​ໄດ້​ອອກ​ຄຳ​ສັ່ງ,ປະ​ກາດ​ວ່າ,ອົງການ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນ​ເຂົ້າສູ່​ສະ​ພາ​ວະ​ສຸກ​​ເສີນ,​ແລະ​ຮຽກ​ຮ້ອງ​ໃຫ້​ກອງ​ທະຫານ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປາ​ເລັສຕີນ​ຕ້ານ​ການ​​ເຂົ້າ​ຮຸກ​ຮານ​ຂອງ​ກອງ​ທະຫານ​ອິສຣາ​ແອນ.

ພ້ອມ​ກັນ​ນັ້ນ,ວັນ​ທີ 6 ກໍລະ​ກົດ,ກອງ​ປະ​ຊຸມ​ວິສາ​ມັນ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ສິດ​ທິ​ມະນຸດ​ສະຫະ​ປະ​ຊາ​ຊາດ​ທີ່​ຈັດ​ຂຶ້ນ​ຢູ່​ເຊີ​ແນວ​ໄດ້​ຜ່ານ​ມະ​ຕິ,ຮຽກ​ຮ້ອງ​​ໃຫ້​ອິສຣາ​ແອນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ,​ປ່ອຍ​ຕົວ​ເຈົ້າ​ໜ້າ​ທີ່​ລັດຖະ​ບານ​ປົກຄອງ​ຕົນ​ເອງ​ຂອງ​ປາ​ເລັສ​ຕີນ​ທີ່​ຖືກ​ຈັບ​ຕົວ,​ແລະ​ຕົກລົງແຕ່ງ​ຜູ້​ລາຍ​ງານ​ພິ​ເສດ​ນຳພາ​ຄະນະ​ໄປ​ສຳ​ຫຼວດຢູ່​ປາ​ເລັສຕີນ.​