ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-07 21:09:46    
ງານ​ມະ​ຫະ​ກຳ​ເອ​ເລັກ​ໂຕຼ​ນິກ​ແບບ​ບໍ​ລິ​ໂພກ​ສາ​ກົນ​ຈີນ​ປີ​2006​ໄຂ​ຂຶ້ນ​ຢູ່​ເມືອງ​ຊິງ​ຕາວ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ7​ກໍລະກົດ,ງານ​ມະຫະກຳເອ​ເລັກ​ໂຕຼນິກ​ແບບ​ບໍລິ​ໂພ​ກສາກົນ​ຈີນ​ປີ2006​ໄດ້​​ໄຂ​ຂຶ້ນຢູ່​ເມືອງ​ຊິງ​ຕາວ​ຢ່າງ​ເປັນ​ທາງ​ການ.ທ່ານ​ເຊິ່ງ​ເພີຣຢັນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ອວຍ​ພອນ​ໄປ​ຍັງ​ງານ​ມະ​ຫະ​ກຳ​ຄັ້ງ​ນີ້.

​ໃນ​ໂທລະ​ເລກ​ອວຍພອນຂອງທ່ານ​ເຊິ່ງ​ເພີຍຢັນ​ໄດ້​ຂຽນວ່າ,ງານ​ມະຫະກຳ​ຄັ້ງນີ້​ໄດ້​ວາງ ສະ​ແດງ​ເຕັກນິກ​ໃໝ່ ຜະລິດ​ຕະພັນ​ໃໝ່​ດ້ານ​ເອ​ເລັກ​ໂຕຼນິກ​ແບບ​ບໍລິ​ໂພ​ກຢ່າງຮອບດ້ານ​ຕໍ່​ທົ່ວ​ໂລກ,​ໄດ້​ສ້າງ​​ເວທີ​ອັນ​ດີງາມ​ໃຫ້​ແກ່ການ​ແລກປ່ຽນ​ແລະ​ຮ່ວມ​ມື​ລະຫວ່າງ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕຼ​ນິກ​ແບບ​ບໍລິ​ໂພ​ກຂອງ​ຈີນ​​ແລະ​ຕ່າງປະ​ເທດ.​ທ່ານ​ຫວັງ​ຜ່ານ​ເວທີ​ຂອງ​ງານ​ມະ​ຫະ​ກຳ​ຄັ້ງ​ນີ້,​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​​ເສດຖະກິດ​ແລະ​ເຕັກນິກ​ລະຫວ່າງ​ຫຼາຍຝ່າຍ​ແລະ​ສອງ​ຝ່າຍ,​ບັນ​ລຸ​ການ​ຕາບ​ຈູ​ນກັນ​ດ້ວຍ​ທ່າ​ແຮງ,ພ້ອມ​ກັນ​ຊຸກຍູ້​ການ​ພັດທະນາ​ແລະ​ຄວາມ​ຈະ​ເລີ​ນຂອງ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕຼນິກ.

ງານ​ມະຫະກຳ​​​ເອ​ເລັກ​ໂຕຼນິກ​ແບບ​ບໍລິ​ໂພ​ກສາກົນ​ຈີນ​ແມ່ນ​ງານ​ວາງສະ​ແດງ​​ເອ​​ເລັກ​ໂຕຼ​ນິກ​ແບບ​ບໍລິ​ໂພ​ກວິຊາ​ສະ​ເພາະ​ທີ່​ມີ​ຂະໜາດໃຫຍ່ກວ່າໝູ່ແລະລະດັບສູງກວ່າ​ໝູ່​ຂອງ​ຈີນ​ໃນ​ປະ​ຈຸບັບນີ້.

ງານມະຫະກຳຄັ້ງນີ້ຈະຈັດເປັນເວລາ4ມື້.