ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-08 21:51:26    
ພາ​ສາ​ຈີນ​ຍຸກ​ປັດ​ຈຸ​ບັນ​ປະ​ເຊີນ​ກັບ​ພາ​ສາ​ສະ​ໄໝ​ອິນ​ເຕີ​ເນັດ(ສຽງ)

cri

ອົງການ​ນິຕິບັນຍັດ​ຂອງ​ແຂ​ວງຟູ​ຈ້ຽນຈີນ​ພວມ​ພິຈາລະນາ​ກົດ​ບັນຍັດທ້ອງ​ຖິ່ນສະບັບ​ໜຶ່ງ,​ເພື່ອ​ກຳນົດ​ການ​ໃຊ້​ພາສາ​ຈີນ​ໃຫ້​ຖືກຕ້ອງ​​ແລະ​ເປັນ​ແບບ​ສະບັບຕື່ມ​ອີກ.​​ຫົວ​ຂໍ້ໜຶ່ງ​ຂອງ​ພວກ​​​ເຂົາ​ເຈົ້າກໍແມ່ນໃນກົດ​ບັນຍັດຂອງ​ທ້ອງ​ຖິ່ນ​ສະບັບ​ນີ້ຈະ​ກຳນົດ​ຫ້າມ​​ໃຊ້ພາສາ​ອິນ​ເຕີ​ເນັດ​ຫຼື​ບໍ່.ນີ້​ບໍ່​ແມ່ນ​ການຫາລື​ການວາງ​ກົດໝາຍ​ກ່ຽວ​ກັບ​ພາສາ​ອິນ​ເຕີ​ເນັດ​ເທື່ອທຳ​ອິດ​ຢູ່​ຈີນ,​ແຕ່ຂ່າວ​ນີ້​ຍັງ​ດູດ​ດຶງ​ຄວາມ​ສົນໃຈຂອງ​ຄົນ​ທັງຫຼາຍ​ໂດຍ​ທົ່ວ​ໄປ,​ເພາະວ່າ,ມັນ​ເຮັດ​ໃຫ້​ຄົນ​ຈີນ​ຕ້ອງ​ປະ​ເຊີນກັບບັນຫາ​ທີ່​ວ່າ:ພາສາ​ຈີນ​ຍຸກ​ປັດຈຸບັນ​ຄວນ​ສອດຄ່ອງ​ກັບສິ່ງ​ແວດ​ລ້ອມ​ພາສາ​ໃໝ່​ຂອງສະ​ໄໝ​ອິນ​ເຕີ​ເນັດ​ແນວ​ໃດ?​ໃນ​ລາຍການ"​ຈີນ​ປັດຈຸບັນ"​ພາກ​ນີ້,​ພວກ​ເຮົາຈະ​ລົມ​ເລື່ອງພາສາ​ໃໝ່​ຂອງ​ຍຸກສະ​ໄໝ​ອິນ​ເຕີ​ເນັດ,ຫາລື​ວິທີ​ຮັບ​ມື​.

ນາງ​ຊືຈີນ ນັກ​ສຶກສາ​ມະຫາວິທະຍາ​ໄລ​ເຢິນ​ມິນຂອງ​ຈີນ​ມັກ​ລົມ​ກັນ​ກັບ​ໝູ່​​​ໃນອິນ​ເຕີ​ເນັດ.​​ໃຊ້​ຄີບ​ອດພິມ​ດີດປັບໆ,ສັບ​ພາສາ​ຈີນທີ່​ປະກົດ​ອອກ​ຢູ່​ໜ້າ​ຈໍ​ພັດ​ແມ່ນ​ສັບ​ທີ່​ບໍ່​ອາດ​ຈະ​ໃຊ້​ທາງ​ລາຍ​ລັກ​ອັກສອນ,​ເຊັ່ນຕີ2​ໂຕ"8ທີ່​ມີ​ສຽງ​ອ່ານ​ຄ້າຍ​ກັບ​ຄຳ​ວ່າbyebye.​ໃນ​ພາສາ​ອັງກິດ,ໝາຍ​ຄວາມ​ວ່າ​ລາ​ກ່ອນ,ນີ້​ກໍ່​ແມ່ນ​ອັນ​ທີ່​ວ່າ​ພາສາ​ອິນ​ເຕີ​ເນັດ.

"ຂ້ອຍ​ມັກ​ພາສາ​ອິນ​ເຕີ​ເນັດ,​ເພາະວ່າ​ມັນ​ມ່ວນ​ຖືກ​ກັບ​ນິດ​ໄສ​ຊາວ​ໜຸ່ມ​ພວກ​ເຮົາ."

ຖ້າວ່າ​ນາງ​ຊືຈີນ​ພຽງ​ແຕ່​​​ໃຊ້ພາສາ​ອິນ​ເຕີ​ເນັດ​ລົມ​ກັບ​ໝູ່​ໃນ​ອິນ​ເຕີ​ເນັດ,ຄົນທັງຫຼາຍ​ກໍ່​ຄົງ​ຈະບໍ່​ສົນ​ໃຈ​ປານ​ໃດ​ນຳພາສາ​ອິນ​ເຕີ​ເນັດ​.ບັນຫາ​ຢູ່​ບ່ອນ​ວ່າ,ພາຍ​​ໃຕ້​ການ​ຊຸກຍູ້​ຂອງ​ຊາວ​ໜຸ່ມ,ພາ​ສາ​ທີ່​ແຕ່​ເດີມ​ພຽງ​ແຕ່​​ນິຍົມກັນ​​ໃນ​ອິນ​ເຕີ​ເນັດ​ເຫຼົ່າ​ນີ້​ໄດ້​ແຜ່​ອິດ​ທິພົນ​ໄປ​ຮອດ​ນອກ​ອິນ​ເຕີ​ເນັດ​ແຕ່​ດົນ​ແລ້ວ,ບໍ່ພ​ພຽງ​ແຕ່ປະກົດ​ຂຶ້ນ​ໃນ​ກາ​ນສົນທະນາ​ໃນ​ຊີວິດ​ປະຈຳ​ວັນ​ຂອງ​ຊາວ​ໜຸ່ມ,ຍັງ​ປະກົດຕົວໃນ​ສິ່ງ​ພິມ​ທາງ​ການ​ເລື້ອຍໆ,ຍິ່ງ​ກວ່າ​ນັ້ນ​,ຍັງປະກົດຕົວ​ໃນ​ຫົວ​ຂໍ້​ທີ່​ເປັນຕົວ​ໜັງສື​ໃຫຍ່ໆ,​ເຮັດ​ໃຫ້​ຄົນ​ທັງຫຼາຍ​ທີ່​ບໍ່ຄຸ້ນ​ເຄີຍກັບ​ອັນ​ທີ່​ວ່າ​ພາສາ​ອິນ​ເຕີ​ເນັດ​ນັ້ນບໍ່​ເຂົ້າ​ໃຈ​ວ່າ​ມັນໝາຍ​ຄວາມ​ວ່າ​ຈັ່ງ​ໃດ.

ນາງ​ວາງ​ໝີ​ນ ພາລະ​ກອນ​ຜູ້​ໜຶ່ງ​ຂອງ​ບໍລິສັດໜຶ່ງຢູ່​ຊຽງ​​ໄຮ້​ກໍ່​ແມ່ນ​ຜູ້​ໜຶ່ງ​ທີ່​ບໍ່​ເຂົ້າ​ໃຈພາສາ​ອິນ​ເຕີ​ເນັດ.

"ດຽວ​ນີ້,ການ​ໃຊ້ພາສາ​ຈີນ​ນັບ​ມື້​ນັບ​ບໍ່​​ເປັນ​ແບບ​ສະບັບ​ແລ້ວ,ມີ​ແຕ່ຟັງ​ບໍ່​ເຂົ້າ​ໃຈ​,​ຕົວຢ່າງ​ຄື,​​ແຟຊີ,PK​ເປັນຕົ້ນ.​ພາສາ​ແມ່ນ​ເພື່ອ​ໃຫ້​ຄົນຟັງເຂົ້າ​ໃຈ,ຄຳສັບ​ທີ່​ຟັງ​ບໍ່ເຂົ້າ​ໃຈ​​ເຫຼົ່ານີ້ຮັບ​ເອົາ​ຍາກ​ທີ່​ສຸດ."

ການ​ເຜີຍ​ແຜ່​ຂອງ​ພາສາ​ອິນ​ເຕີ​ເນັດ​ບໍ່ຈຳກັດແຕ່​ຢູ່ໃນໝູ່​ຜູ້​ໃຫຍ່,​ໃນ​ໝູ່​ເດັກນ້ອຍກໍ່ມີ​ຜູ້​ເວົ້າ​ນຳ.ນັກຮຽນປະຖົມບາງ​ຄົນ​ພາສາ​ອິນ​ເຕີ​ເນັດ​ແຕ່ງ​ເລື່ອງ​ຄູ​ອ່ານບໍ່​ເຂົ້າ​ໃຈ.ນາງຕູ້ທີ່​ເປັນຄູ​ຢູ່​ໂຮງຮຽນ​ປະຖົມ​ຫຼັງໜຶ່ງທີ່​ປັກ​ກິ່ງ​ບອກ​ນັກ​ຂ່າວວ່າ, ນາງ​​ເຫັນ​ວ່າ,​ໃນ​​ໄລຍະທີ່​ນັກຮຽນປະຖົມ​ຮຽນ​ພາສາ​ຈີນ​ແບບ​ແຜນນັ້ນ,​ການໃຊ້​ພາສາ​ອິນ​ເຕີ​ເນັດ​ທີ່​ບໍ່​ສອດຄ່ອງ​ກັບແບບ​ສະ​ບັບ​ໄວຍາ​ກອນ,ບໍ່ມີ​ຜົນ​ດີ​ຕໍ່​ການ​ເຕີບ​ໃຫຍ່​ຂອງ​ພວກ​ເດັກນ້ອຍ.

"ນັກຮຽນ​ປະຖົມ​ຫຼາຍ​ຄົນ​ກໍ່​ໃຊ້​ພາສາ​ອິນ​ເຕີ​ເນັດ​ຈຳນວນ​ໜຶ່ງ​ໃນ​ເວລາ​ແຕ່ງ​​ເລື່ອງ,ຈັ່ງ​ແມ່ນ​ບໍ່​ເປັນ​ແບບ​ສະບັບຈັກ​ເມັດ.ຈັ່​ງ​ໃດ,ນັກຮຽນ​ປະຖົມກໍ​ຍັງຢູ່​ໃນ​​ໄລຍະ​ເຕີບ​ໃຫຍ່​,ຮຽນ​ພາສາຄວນ​ຮຽນ​ໃຫ້​ຖືກ​ຫຼັກ.ສະ​ນັ້ນ,ຂ້າພະ​ເຈົ້າ​ບໍ່​ສົ່ງ​ເສີມ​ນັກຮຽນ​ປະຖົມ​ໃຊ້​ພາສາ​ຊະນິດ​ນີ້​ແຕ່ງ​ເລື່ອງ."

ພໍ່​ແມ່​ສ່ວນ​ຫຼາຍ​ກໍ່​ບໍ່​ຢາກ​ໃຫ້ພວກ​ລູກ​​ໃຊ້​ພາສາ​ອິນ​ເຕີ​ເນັດ​ຫຼາຍ.ດ້ານ​ໜຶ່ງ​ພວກ​​ເພິ່ນ​ເປັນ​ຫ່ວງ​ຢ້ານ​ລູກ​ໃຊ້​ພາສາ​ອິນ​ເຕີ​ເນັດ​ຢ່າງ​ບໍ່​ຈຳ​ແນ​ກກາລະ​ເທສະ,ຈະ​ເຮັດ​ພວກ​ລູກເຂົ້າ​ໃຈ​ແລະ​ໃຊ້​ພາສາ​ຈີນ​ບໍ່​ຖືກຕ້ອງ​ອີກ,ດ້ານໜຶ່ງ​ກໍ​ຢ້ານ​ວ່າ​ຕົນ​​ເອງບໍ່​ເຂົ້າ​ໃຈ​ຄຳ​ເວົ້າອິນ​ເຕີ​ເນັດ​ທີ່​ປ່ຽນ​ແປງ​ເລື້ອຍໆ,​​ແລະ​ຈະເຂົ້າ​ໃຈ​ຜິດ​ໃນ​ເວລາ​ລົມກັບ​ລູກ.

ເພື່ອ​ຕອບ​ສະໜອງຄວາ​ມ​ເຫັນ​ຄ້າຍ​ຄື​ກັນນາງ​ວາງ​ແລະ​ຄູ​ຕູ້,​​ເດືອນ​ແລ້ວ​ນີ້​ຈະ​ຄອນຊຽງ​ໄຮ້ ຕົວ​ເມືອງ​ອຸດສາຫະກຳ​ການ​ຄ້າ​ແຄມ​ທະ​ເລ​ທາງພາກ​ຕາ​ເວັນ​ອອກ​ຂອງ​ຈີນ​​ໄດ້ເລີ່​ມປະຕິບັດ​ກົດ​ບັນຍັດ​ທ້ອງ​ຖິ່ນ​ສະບັບ​ໜຶ່ງ,ຫ້າມ​ໃຊ້​ພາສາ​ອິນ​ເຕີ​ເນັດ​ທີ່​ບໍ່​ສອດຄ່ອງ​ຕາມແບບ​ສະບັບ​ຂອງຄຳ​ສັບ​ແລະ​ໄວຍາກອນ​ພາສາ​ຈີນ​ປະຈຸ​ບັນ​ໃນ​ເອກະສານຂອງ​ລັດຖະບານ,​ແບບ​ຮຽນ​ແລະ​​ໃນ​ການ​ແຈ້ງ​ຂ່າວ,ນີ້​ແມ່ນ​ກົດ​ບັນຍັດ​ທ້ອງ​ຖິ່ນ​ສະ​ບັບທຳ​ອິດ​ຂອງ​ຈີນ​ທີ່​ມີ​ການກຳນົດ​ກ່ຽວ​ກັບ​ບັນຫາ​​ໃຊ້​ພາສາ​ອິນ​ເຕີ​ເນັດ.ນາງ​ວາງ​ໝິນທີ່​ອາ​ໄສ​ຢູ່​ຊຽງ​ໄຮ້​ເວົ້າ​ວ່າ,ນາງສະ​ໜັບສະ​ໜູນ​ຊຽງ​ໄຮ້​ປະກາດ​ໃຊ້​ກົດ​ບັນຍັດ​ສະບັບ​ນີ້.

ຫຼັງ​ຈາກຊຽງ​ໄຮ້​ປະກາດ​ໃຊ້​ກົດ​ບັນຍັດ​ສະບັບ​ນີ້​ແລ້ວ,​ໃນ​ເວລາ​ແຂວງ​ຟູ​ຈ້ຽນວາງ​ກົດໝາຍກ່ຽວ​ກັບການ​​ໃຊ້​ພາສາ​ຈີນ​ໃຫ້​ເປັນ​ແບບ​ສະບັບນັ້ນ,​ໄດ້​ພົບ​ກັບບັນຫາຈະ​ເບິ່ງຕໍ່​ພາສາ​ອິນ​ເຕີ​ເນັດ​ແນ​ວ​ໃດຄື​ກັນ.ພາ​ໃຫ້​ຄົນ​ທັງຫຼາຍພິຈາລະນາ​ບັນຫາ​ທີ່​ວ່າ​ພາສາ​ຈີນ​ຍຸ​ກປະຈຸ​ບັນຄວນ​​ເຮັດ​ແນວ​ໃດ​ຕໍ່ການ​ປ່ຽນ​ແປງ​ໃຫມ່​ໃນ​​ຍຸກອິນ​ເຕີ​ເນັດ.

ທ່ານ​ຮຸ້ຍ​ທ່ຽນ​ກາງທີ່​​ເຮັດ​ວຽກຄົ້ນຄວ້າ​ພາສາ​​ແລະ​ອັກສອນສາດຢູ່​ມະຫາວິທະຍາ​ໄລ​ສື່ມວນ​ຊົນຈີນ​ເຫັນ​ວ່າ,ພາສາ​ໃດໜຶ່ງ​ທະ​ແນມ​ແຕ່​ມັນສາມາດ​ຮັບ​ໃຊ້​ການ​ຄົບ​ຄ້າ​ສະມາຄົມ,ກໍ່​ມີ​ຄຸນຄ່າຊົງຕົວຢູ່​ຂອງມັນ,ພາສາ​ອິນ​ເຕີ​ເນັດກໍບໍ່​ຍົກ​ເວັ້ນ.

"​ທຳ​ມະ​ດາ​ແລ້ວ,ຖ້າ​ມີ​ສັບ​ດີໆ,ພວກ​ເຮົາກໍ​ຮັບ​ເອົາ​ໄດ້​​ເປັນ​ຢ່າງ​ດີດ້ວຍ​ໃຈກວ້າງ​ຂວາງ,​ແລ້ວ​ເປັນຫຍັງ​ຕໍ່ພາສາ​ອິນ​ເຕີ​ເນັດ​ພວກ​ເຮົາ​ເຮັດບໍ່​ໄດ້?​ໃນ​ອິນ​ເຕີ​ເນັດ​ກໍ່​ມີ​ ​ພາສາ​​ດີໆ​ຄື​ກັນ,ທະ​ແນມ​ແຕ່​​ໃຊ້​ມາ​ຄົບ​ຄ້າ​ສະມາຄົມ​ກັນ​ໄດ້,​​ແລ້ວ​ຜູ້​ໃຊ້​ກໍລ້ວນ​ແຕ່​ຮູ້ສຶກ​ວ່າ​ດີ,ຂ້າພະ​ເຈົ້າ​ເຫັນ​ວ່າ​ມັນກໍສົມ​ເຫດສົມ​ຜົນຢູ່​ແລ້ວ.ຖ້າ​ບີບ​ຄັ້ນ​ໃຫ້​ມັນ​ມຸດ​ມ້ວຍ​ໄປ​ບາດ​ດຽວ,ກໍ່​ທໍ່​ກັບ​ຂັດ​ຂວາງ​ການ​ພັດທະນາ​ຂອງ​ພາສາຢ່າງ​ບໍ່​ຮູ້​ສຶກຕົວ."

ທີ່​ຈິງ​ແລ້ວ,​ເມື່ອທຽບກັບ​ຄວາມ​ວິຕົກ​ກັງວົນ​ຂອງ​ສາມັນ​ຊົນຕໍ່​ພາສາ​ອິນ​ເຕີ​ເນັດ, ຜູ້​ຊ່ຽວຊານ​ນັກປາດ​ທີ່ຄົ້ນຄວ້າ​ພາສາ​ຈີນ​ໂດຍ​ສະ​ເພາະ​ນັ້ນ,ພັດ​ຄຶດ​ກວ້າງ​ກວ່າ,ພວກ​ທ່ານ​ມີ​ເຈດ​ຈຳນົງ​ໃຫ້​ປະຕິບັດ​ຕໍ່​ພາສາ​ອິນ​ເຕີ​ເນັດດ້ວຍ​ໃຈ​​ກວ້າງຂວາງ​.ຍິ່ງ​ກວ່າ​ນັ້ນ,ທ່ານ​ກົວ​ລົງ​ແຫ່ງ​ຄະນະ​ກຳມະການ​ພາສາ​ແລະ​ອັກສອນສາດແຫ່ງ​ລັດຈີນ​ເຫັນ​ວ່າ,ພາສາ​ອິນ​ເຕີ​ເນັດ​ຍັງ​ບໍ່​​​ເຖິງ​ນັ້ນກະທົບ​ທັ່ງພາສາ​ຈີນ​ເທື່ອ.

"ພວກ​ເຮົາ​ຄວນ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ,​ເຊື່ອ​ວ່າ​ພາສາ​ຈີນ​ຂອງ​ພວກ​ເຮົາ​ມີ​ໃຈ​​ກວ້າງຂວາງ,ພ້ອມ​ກັນ​ນັ້ນ​ກໍ່​ມີ​ກຳລັງ​ຊີວິດ​ອັນ​ໝັ້ນ​ໜຽວ​ທົນ​ທານ.ບໍ່ຫ່ອນ​ຈະ​ຖືກ​ພາສາ​ອິນ​ເຕີ​ເນັດ​ກະທົບ​ທັ່ງ."

ພາສາ​ຈີນວິວັດ​ພັດທະນາມາ​ຈົນ​ຮອດ​ປັດຈຸບັນ,​ແມ່ນຂະ​ບວນການ​ທີ່​ປ່ຽນ​ແປງ​ຢ່າງ​ບໍ່ຢຸດ​ຢັ້ງ​ເພື່ອ​​ໃຫ້ສອດຄ່ອງກັບ​ສິ່ງ​ແວດ​ລ້ອມ​ໃໝ່​ຂອງພາສາ.​ແຕ່​ວ່າການ​ປ່ຽນ​ແປງ​​ໃນ​ສະ​ໄໝ​ອິນ​ເຕີ​ເນັດ​​ເມື່ອ​ທຽບ​ກັບ​ການ​ປ່ຽນ​ແປງ​ຕ່າງໆ​ທີ່​ພາສາ​ຈີນ​ເຄີຍ​​ປະສົບ​ໃນ​ອະ​ດີດ​ນັ້ນ​ແລ້ວ,ຮູ້ສຶກ​ວ່າ​ມັນຮຸນ​ແຮງ​​ເປັນ​ພິ​ເສດ,ຈະ​ປະຕິບັດ​ຕໍ່ການ​ປ່ຽນ​ແປງນີ້​ແນວ​ໃດ,​ເວົ້າສຳລັບ​ຊາວຈີ​ນ​ແລ້ວຄິດ​ວ່າຄົງບໍ່​ແມ່ນ​​ເລື່ອງ​ງ່າຍດາຍ.