ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-09 18:22:49    
ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ເຫັນ​ວ່າ ກອງ​ທະ​ຫານ​ເຮືອ​ສູ້​ລົບ​​ເທິງ​ບົກ​ຂອງ​ອາ​ເມ​ລິ​ກາ​ລະ​ເຫຼີງ​ໜ້າ​ທີ່​ໃນ​ເວ​ລາ​ສືບ​ສວນ​ເຫດ​ການ​ຂ້າ​ຄົນ​ທົ່ວ​ທີບ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 8 ກໍລະກົດ, ໜັງສື​ພິມ​ນິວຢອກ​ທາມ​ສ໌​ຂອງອາ​ເມ​ລິ​ກາ​​ໄດ້ຍົກ​ເອົາ​ຄວາມ​​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ທຳນຽບ 5 ​ແຈ​ມາ​ແຈ້ງ​ວ່າ, ທ່ານ​ຈີ​ອາ​ເຣລີ ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ທະຫານ​​ໜ້າດິນ​ຂອງອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເຫັນ​ວ່າ, ​​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຈຳນວນ​ໜຶ່ງ​ຂອງ​ກອງ​ທະຫານ​ເຮືອ​ສູ້​ລົບ​ເທິງບົກ​ປະໝາດ​ໜ້າ​ທີ່​ຕຳ​ແໜ່​ງ​ໃນ​ເວລາ​ສືບສວນ​ເຫດການ​ສາມັນ​ຊົນ​ອີຣັກ​ຖືກ​ຂ້າ​ຕາຍ, ​ແລະ​ສະ​ເໜີ​ໃຫ້​ຝ່າຍ​ທະຫານ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ.

ຂ່າວ​ແຈ້ງວ່າ, ທ່ານ​ຈີອາ​ເຣລີ​ຊີ້​ອອກ​ວ່າ, ​ເມື່ອ​​ຮາ​ດີ​ຊາ​ຂອງ​ອີຣັກ​ເກີດ​ເຫດການ​ສາມັນ​ຊົນ​ຖືກ​ຂ້າ​​ແລ້ວ, ບົດ​ລາຍ​ງານ​​​ເບື້ອງ​ຕົ້ນ​ທີ່​ກອງ​ທະຫານ​ຂັ້ນ​ກົກຖານ​ປະກາດ​ນັ້ນ, ​ໄດ້​ເວົ້າ​ວ່າ​ເຫດ​ການ​ດັ່ງກ່າວ​ເປັນ​ການ​ຍິງກັບ​ກຳລັງ​ປະກອບ​ອາວຸດທີ່​ທໍລະ​ຍົດ, ​ແຕ່​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ກອງ​ທະຫານ​ເຮືອ​ສູ້​ລົບ​ເທິງບົກ​ຂອງ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ບໍ່​ໄດ້​ຄົ້ນຄວ້າ​ຊ່ອງ​ຫວ່າງ​ອັນ​ເດັ່ນ​ຊັດ​ແລະ​ຄຳ​ເວົ້າ​ທີ່​ບໍ່​ແມ່ນ​ຄວາມ​ຈິງ​ໃນບົດ​ລາຍ​ງານນັ້ນ​ຢ່າງ​ເລິກ​ເຊິ່ງ. ທ່ານ​ຈີ​ອາ​ເຣລີ​ສະ​ເໜີ​ໃຫ້​ຝ່າຍ​ທະຫານ​ລົງ​ໂທດ​ເຈົ້າ​ໜ້າ​ທີ່​ເຫຼົ່ານີ້.

ຂ່າວ​​ແຈ້ງວ່າ, ທຳນຽບ 5 ​ແຈ​ພວມ​ພິຈາລະນາ​ຂໍ້​ສະ​ເໜີ​ຂອງ​ທ່ານ​ຈີ​ອາ​ເຣລີ.