ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-07-09 18:42:11    
ຄຸນ​ນະພາບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຜູ້​ເປັນ​ໂຣກ​ເອດ​ຢູ່​ແຂວງ​ເຮີ​ນານ​ຂອງ​ຈີນ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ

cri Author: min
ຕາມ​ຂ່າວສານ​ຊິນ​ຮວາ: ​ແຕ່​ປີ 2001 ​ມາ​ຮອດ​ປະຈຸ​ບັນ, ຫຼັງຈາກ​ໄດ້​ຮັບ​ການ​ປິ່ນປົວ​ຕ້ານ​ເຊື້ອ​ໂຣກ​, ​ແລະ​ປິ່ນປົວ​ດ້ວຍ​ແພດ​ແຜນ​ຈີນ​ແລະຢາ​ຈີນ​ແລ້ວ, ອາການ​ຂອງ​ຜູ້​ເປັນ​ໂຣກ​ເອດ​ຢູ່​ແຂວງ​ເຮີ​ນານ​ພາກ​ກາງ​ຂອງຈີນ​ໄດ້​ດີ​ຂຶ້ນ​ຢ່າງ​ເດັ່ນ​ຊັດ​, ອັດຕາ​ການ​ຕາຍ​ໄດ້​ຫຼຸດ​ໜ້ອຍ​ລົງ, ຄຸນ​ນະພາ​ບຊີວິດ​ການ​​ເປັນ​ຢູ່​ຂອງ​ຜູ້​ເປັນ​ໂຣກ​ເອດ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.

ນີ້​ແມ່ນ​ທ່ານ​ໝາ​ຈ້ຽນຈົ່ງ ຫົວໜ້າ​ພະ​ແນກ​ສາທາ​ລະສະ​ສຸກ​ແຂວງ​ເຮີ​ນານ​ເຜີຍ​ໃຫ້​ຮູ້​ຢູ່​ເມືອງ​ເຈີ້ງ​ໂຈ່ວ ​ເທດ​ສະ​ບານ​ແຂວງ​ເຮີ​ນານ​ໃນ​ວັນ​ທີ 9 ກໍລະກົດ.

​ແຂວງ​ເຮີ​ນານ​ແມ່ນ​ເຂດ​ທີ່​ສະພາບ​ໂຣກ​ເອດ​ຂ້ອນ​ຂ້າງ​ໜັກໜ່ວງ​ຢູ່​ຈີນ​. ອົງການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ດຳ​ເນີນ​ການ​ປິ່ນປົວ​ໂດຍ​ຟີ​ຕໍ່​ຜູ້​ເປັນ​ໂຣກ​ເອດທີ່​ທຸກ​ຍາກ, ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ອອກ​ແຮງຊ່ອຍ​ເຫຼືອຜູ້​ຕິດ​ເຊື້​ອ​ໂຣກ​ເອດ​ແລະ​ຜູ້​ເປັນ​ໂຣກ​ເອດ​ທີ່​ມີ​ຄວາມ​ສາມາດ​ຜະລິດ​ນັ້ນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຜະລິດ​ທີ່ພວກ​ເຂົາ​ເຈົ້າ​ເຮັດ​ໄດ້, ​ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າມີ​ລາຍ​ໄດ້​ເພີ່ມ​ຂຶ້ນ.